Meta ເປີດຕົວແຄມເປນ #ເຮືອນຂອງຂ້ອຍ (Your Profile, Your Home’) ເຊິ່ງເປັນແຄມເປນແບບປະສົມປະສານອອບລາຍ-ອອນລາຍທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ ເພື່ອຊ່ວຍໃຫ້ຄົນລາວສາມາດຄວບຄຸມການຕັ້ງຄ່າຄວາມເປັນສ່ວນຕົວໄດ້
ວັນທີ 22 ກັນຍາ 2022 – Meta ໄດ້ເປີດຕົວແຄມເປນໃໝ່ຫຼ້າສຸດ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ຫຼື #ເຮືອນຂອງຂ້ອຍ, ປະສົບການຄວາມຮູ້ແບບໃໝ່ທີ່ຊ່ວຍໃຫ້ຜູ້ຄົນສາມາດຮຽນຮູ້ໄດ້ຫຼາຍຂຶ້ນຜ່ານການຫຼິ້ນ ແລະ ສຶກສາດ້ວຍຕົນເອງກ່ຽວກັບວິທີການກຳນົດຕົວຕົນເທິງໂລກອອນລາຍ ໂດຍຜ່ານການຕັ້ງຄ່າ ແລະ ຄວບຄຸມຄວາມເປັນສ່ວນຕົວ.

ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ແຄມເປນ #ເຮືອນຂອງຂ້ອຍ ເຊິ່ງເປັນປະສົບການທາງດິຈິຕອລທີ່ທຸກຄົນສາມາດສຳຜັດໄດ້ ຈະເປີດໃຫ້ນຳໃຊ້ໄດ້ແລ້ວ ຜ່ານເວັບໄຊທີ່ເປັນພາສາລາວ yourhome.fb.com/Laos. ຜູ້ຊົມໃຊ້ຈະໄດ້ສຳຜັດປະສົບການດັ່ງກ່າວຜ່ານການຫຼິ້ນ, ປັບແຕ່ງເຮືອນແບບອອນລາຍຂອງຕົນເອງ ເຊິ່ງປຽບເໝືອນປະສົບການຄວາມເປັນສ່ວນຕົວຂອງພວກເຂົາ ໃນຂະນະທີ່ພວກເຂົາໄດ້ເຂົ້າມາທົດລອງຮຽນຮູ້ເວັບໄຊ. ເພື່ອນຳເອົາປະສົບການການຮຽນຮູ້ດັ່ງກ່າວໃຫ້ເກີດປະໂຫຍດ ແລະ ລະອຽດຂຶ້ນກວ່າເກົ່າ, ທ່ານສາມາດເຂົ້າມາຢ້ຽມຢາມບູ໊ດຂອງແຄມເປນ #ເຮືອນຂອງຂ້ອຍ ເພື່ອຮຽນຮູ້ເພີ່ມຕື່ມ ແລະ ທ່ານຍັງຈະໄດ້ຮັບຂອງທີ່ລະນຶກຈາກ Meta ອີກດ້ວຍ. (ເຄື່ອງມີຈຳນວນຈຳກັດ). ຢ່າລືມມາຢ້ຽມຢາມບູ໊ດ #ເຮືອນຂອງຂ້ອຍ ທີ່ຈັດຂຶ້ນໂດຍ Meta, ເຊິ່ງຈະເປີດຕັ້ງແຕ່ວັນທີ 22-23 ກັນຍາ (ວັນພະຫັດ – ວັນສຸກ) ນີ້ທີ່ ສູນການຄ້າ ພາກຊັນ, ຊັ້ນ 1.
ແຄມເປນສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ Meta ເພື່ອເພີ່ມຄວາມຮູ້ທາງດ້ານດິຈີຕອນໃຫ້ຊາວລາວ ແລະ ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ນການສະໜອງຄວາມສາມາດໃນການຄວບຄຸມສິ່ງທີ່ພວກເຂົາແບ່ງປັນ, ຮຽນຮູ້ວິທີໃຊ້ເຄື່ອງມື ແລະ ຄຸນສົມບັດໃນການຕັ້ງຄ່າຄວາມເປັນສ່ວນຕົວ, ປັບແຕ່ງໂຄສະນາທີ່ພວກເຂົາເຫັນ, ຕະຫຼອດເຖິງການຮັກສາບັນຊີຂອງພວກເຂົາໃຫ້ປອດໄພເທິງແພລັດຟອມຕ່າງໆຂອງ Meta.
ເປັນກຽດກ່າວເປີດແຄມເປນໂດຍ ທ່ານນາງ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈໍາອາຊີ–ປາຊີຟິກ ກ່າວວ່າ: “ສ່ວນໜຶ່ງຂອງພາລະກິດຫຼັກຂອງພວກເຮົາ ແມ່ນການສ້າງຄວາມເຂັ້ມແຂງໃຫ້ຜູ້ຊົມໃຊ້ໃນລາວດ້ວຍຄວາມຮູ້ ແລະ ເຄື່ອງມືທີ່ຈຳເປັນເພື່ອຮັກສາຂໍ້ມູນອອນລາຍຂອງພວກເຂົາ, ພວກເຮົາຕື່ນເຕັ້ນຫຼາຍທີ່ຈະເປີດຕົວປະສົບການການຮຽນຮູ້ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ໃນມື້ນີ້. ຄວາມເຂົ້າໃຈໃນສິ່ງທີ່ພວກເຮົາແບ່ງປັນທາງອອນລາຍເປັນສິ່ງສໍາຄັນສຳລັບທຸກຄົນ ແລະ ພວກເຮົາຕ້ອງການສະໜອງວິທີການຕ່າງໆໃຫ້ແກ່ຜູ້ຊົມໃຊ້ໃນລາວໄດ້ຮຽນຮູ້ວິທີການຄວບຄຸມ ແລະ ໃຫ້ຄວາມໂປ່ງໃສໃນຂໍ້ມູນທີ່ພວກເຂົາແບ່ງປັນ.”
ນອກຈາກນີ້, ໃກ້ກຽດເຂົ້າຮ່ວມງານດັ່ງກ່າວຍັງມີ ທ່ານ Pheakdey Heng, ຜູ້ຈັດການດ້ານນະໂຍບາຍສາທາລະນະຂອງ Meta ປະຈຳປະເທດລາວ ແລະ ກຳປູເຈຍ ກ່າວວ່າ: “ການຊ່ວຍເຫຼືອຊາວລາວໃນການສ້າງປະສົບການອອນລາຍທີ່ປອດໄພ ແລະເປັນໄປໃນທາງບວກ ແມ່ນໜຶ່ງໃນບຸລິມະສິດຫຼັກຂອງພວກເຮົາທີ່ເປັນຂັ້ນໄດສູ່ ເປົ້າຫມາຍຂອງພວກເຮົາເພື່ອເສີມຂະຫຍາຍຄວາມຮູ້ທາງດ້ານດິຈິຕອລສໍາລັບຊຸມຊົນທ້ອງຖິ່ນ. ພວກເຮົາມີຄວາມຊາບຊຶ້ງທີ່ສາມາດນໍາເອົາປະສົບການທີ່ດີມາສູ່ປະເທດລາວ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທ້ອງຖິ່ນເຊັ່ນ: ຜູ້ສ້າງເນື້ອຫາທາງດ້ານເທັກໂນໂລຢີໃນລາວເພື່ອສົ່ງຈຸດປະສົງຂອງພວກເຮົາ. ພວກເຮົາຂໍເຊີນຊວນທ່ານມາລອງໃຊ້ເວັບໄຊ #ເຮືອນຂອງຂ້ອຍ ໄດ້ແລ້ວມື້ນີ້ ທີ່ບູ໊ດພາກຊັນ ເພື່ອມາຮຽນຮູ້ ແລະ ຮ່ວມມ່ວນຊື່ນກັບພວກເຮົາ.”
ແຄມເປນ #ເຮືອນຂອງຂ້ອຍ ມີການຮ່ວມມືກັບຜູ້ສ້າງເນື້ອຫາທີ່ມີຊື່ສຽງໃນປະເທດ ແລະ ຜູ້ມີຊື່ສຽງດ້ານເທັກໂນໂລຢີຊັ້ນນໍາລວມມີ Sky Thakhek, Tam Jai Fan, Info, It’s Awesome ແລະ Jipnoii ທີ່ຈະມາແບ່ງປັນປະສົບການຂອງພວກເຂົາພ້ອມເຄັດລັບໃນການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ. ມາພົບກັບພວກເຂົາໄດ້ໃນການສົນທະນາທີ່ຈະຈັດຂຶ້ນຕັ້ງແຕ່ເວລາ 17:00 -17:30 ໂມງແລງໃນວັນພະຫັດ ແລະ ວັນສຸກທີ່ສູນການຄ້າ ພາກຊັນ.
ທ່ານສາມາດເຂົ້າໄປທົດລອງເວັບໄຊຂອງແຄມເປນ #ເຮືອນຂອງຂ້ອຍ ແລະ ສ້າງເຮືອນຂອງທ່ານໄດ້ທີ່ yourhome.fb.com/laos, ແລະ ຍັງສາມາດຢ້ຽມຢາມບູ໊ດ ໄດ້ທີ່ສູນການຄ້າ ພາກຊັນ ຕັ້ງແຕ່ເວລາ 12 ໂມງ, ວັນພະຫັດ ທີ 22 ກັນຍາ ຈົນຮອດ 7 ໂມງແລງ ວັນສຸກ ທີ 23 ກັນຍາ. ມາຮຽນຮູ້ກັບພວກເຮົາ ແລະ ພົບກັບນັກສ້າງເນື້ອຫາທີ່ທ່ານມັກ ເພື່ອຮັບຂອງທີ່ລະນຶກຈາກ Meta (ເຄື່ອງມີຈຳນວນຈຳກັດ). ແລ້ວພົບກັນເດີ້!
ທ່ານສາມາດຕິດຕາມກິດຈະກໍາ ແລະ ແຄມເປນພິເສດອື່ນໆໄດ້ທີ່ InsideLaos Facebook page! https://www.facebook.com/InsideLaos
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment