Meta ຂູ່ຢູໂຣບວ່າ ຖ້າບໍ່ໃຫ້ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ ຈະປິດ facebook ແລະ Instagram ແຕ່ຢູໂຣບຕອບກັບວ່າ ປິດໂລດບໍ່ງໍ້


ເມື່ອບໍ່ດົນມານີ້, ບໍລິສັດເທັກໂນໂລຢີຍັກໃຫຍ່ຂອງສະຫະລັດຢ່າງ Meta ໄດ້ມີການຍື່ນຂໍສຳນັກງານຄະນະກຳມະການຕໍ່ຕະຫຼາດຫຼັກຊັບທີ່ສະຫະລັດອາເມຣິກາ ໂດຍລະບຸວ່າອາດຈະໄດ້ປິດການໃຫ້ບໍລິການຜະລິດຕະພັນຂອງຕົນເອງ ທັງ facebook ແລະ Instagram ຖ້າຍັງບໍ່ສາມາດເກັບກຳຂໍ້ມູນຜູ້ໃຊ້ຈາກຢູໂຣບເຂົ້າສະຫະລັດໄດ້.

ທາງດ້ານບໍລິສັດ Meta ນັ້ນ ສ້າງລາຍໄດ້ຈາກການຍິງໂຄສະນາຜ່ານຊ່ອງທາງການໃຊ້ງານທີ່ຕົນເອງໃຫ້ບໍລິການ ເຊິ່ງພວກເຂົາມີຄວາມຕ້ອງການຍິງໂຄສະນາໃຫ້ກົງກັບກຸ່ມເປົ້າໝາຍ ໂດຍມັນຈະຕ້ອງໄດ້ເຂົ້າເຖິງຂໍ້ມູນສ່ວນຕົວຂອງຜູ້ໃຊ້ກ່ອນ, ແຕ່ວ່າການເກັບກຳຂໍ້ມູນຜູ້ໃຊ້ໃນຢູໂຣບເຂົ້າສະຫະລັດນັ້ນ ຂັດກັບລະບຽບການຄຸ້ມຄອງຂໍ້ມູນສ່ວນຕົວຂອງຜູ້ບໍລິໂພກ. ພວກເຂົາຈຶ່ງໄດ້ມີການຂູ່ວ່າຖ້າບໍ່ໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງກໍຄືທາງສະຫະພາບຢູໂຣບ ແລະ ສະຫະລັດອາເມຣິກາ ຍິນຍອມຕົກລົງກ່ອນ ມັນກໍຈະສົ່ງຜົນກະທົບທາງສະຖານະການເງິນ ໄປຈົນຮອດການດຳເນີນທຸລະກິດ, ຮ້າຍແຮງທີ່ສຸດແມ່ນຈະເຖິງຂັ້ນປິດໃຫ້ບໍລິການ facebook ແລະ Instagram ໃນຢູໂຣບ.

ເມື່ອປີ 2020 ສານຍຸຕິທຳຢູໂຣບໄດ້ປະຕິເສດຂໍ້ຕົກລົງການສົ່ງຂໍ້ມູນຂ້າມເຂດແດນ ໂດຍກ່າວວ່າມີຄວາມກັງວົນຕໍ່ຄວາມປອດໄພຂອງຂໍ້ມູນຜູ້ໃຊ້ໃນຢູໂຣບ ຖ້າຖືກສົ່ງໄປໃຫ້ສະຫະລັດ. ປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການເຈລະຈາເພື່ອຫາຂໍ້ຕົກລົງໃໝ່ກັນຢູ່, ແຕ່ຫຼັງຈາກ Meta ໄດ້ອອກມາປະກາດຂູ່ວ່າຈະປິດໃຫ້ບໍລິການ ກໍຖືກທາງຜູ້ນຳຂອງສະຫະພາບຢູໂຣບຕອບກັບວ່າບໍ່ມີກໍບໍ່ໄດ້ງໍ້. ບໍ່ວ່າຈະເປັນລັດຖະມົນຕີເສດຖະກິດຂອງເຢຍລະມັນ ຫຼື ລັດຖະມົນຕີຈາກຝຣັ່ງ ໄດ້ກ່າວວ່າ ພວກເຂົາບໍ່ໄດ້ນຳໃຊ້ຊ່ອງທາງ facebook ມາຫຼາຍປີແລ້ວຍ້ອນຖືກແຮັກ ແລະ ຊີວິດຕອນນີ້ທີ່ບໍ່ມີມັນກໍດຳເນີນໄປໄດ້ດ້ວຍດີ. ພ້ອມທັງຍັງຢືນຢັນວ່າຈະແບ່ງເຂດບໍ່ໃຫ້ການເກັບກຳຂໍ້ມູນຂອງ Meta ເຂົ້າເຖິງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/