ຄູ່ຮັກຊາວອິນເດຍແຕ່ງງານໂດຍໃຊ້ NFT ບັນທຶກຄວາມຮັກ ແລະ ຄຳໝັ້ນສັນຍາເທິງ Blockchain


ມາແຮງບໍ່ມີຕົກສຳລັບກະແສຂອງບັນດາສະກຸນເງິນດິຈິຕອນທີ່ໄດ້ແຜ່ຂະຫຍາຍໄປທົ່ວຂົງເຂດຕ່າງໆ ແລະ ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງຈາກຄົນທົ່ວໂລກ ເຊິ່ງຫຼ້າສຸດນີ້ ກໍໄດ້ມີຄູ່ຮັກຊາວອິນເດຍຄູ່ໜຶ່ງໄດ້ປະກາດແຕ່ງງານໂດຍໃຊ້ການບັນທຶກຄວາມຮັກ ແລະ ຄຳໝັ້ນສັນຍາເອົາໄວ້ເທິງ NFT ເຄືອຂ່າຍ Blockchain Ethereum ໂດຍໃຊ້ບໍລິການແພລັດຟອມ Opensea.

ຄູ່ຮັກອິນເດຍທີ່ແຕ່ງງານກັນໃນຄັ້ງນີ້ມີຊື່ວ່າ Shruti Nair ແລະ Anil Narasipuram ໂດຍໄດ້ໂພສພາບຖ່າຍເປັນມືຂອງຜູ້ຍິງສວມແຫວນແຕ່ງງານ  ພ້ອມບອກເລົ່າລາຍລະອຽດຂອງພາບບັນທຶກຄວາມຮັກ ແລະ ຄຳໝັ້ນສັນຍາຂອງທັງສອງລົງເທິງເຄືອຂ່າຍ Blockchain ທີ່ມີຄວາມແຂງແກ່ນ ແລະ ຍາກຕໍ່ການຖືກທຳລາຍແຍກຈາກກັນດ້ວຍເທັກໂນໂລຢີປັດຈຸບັນ, ຂໍ້ຄວາມໃນຮູບພາບມີເນື້ອຫາທີ່ໜ້າປະທັບໃຈວ່າ:

“ເຮົາຈະບໍ່ໃຫ້ຄຳໝັ້ນສັນຍາຫຍັງຫຼວງຫຼາຍ ແຕ່ເຮົາຈະເຮັດທຸກຢ່າງເພື່ອໃຫ້ຊີວິດຄູ່ດຳເນີນຕໍ່ໄປ ຖ້າຫາກເຮົາມີຄວາມເຫັນບໍ່ກົງກັນ ແລະ ຂັດແຍ້ງກັນ ເຮົາກໍຈະທຳຄວາມເຂົ້າໃຈຮຽນຮູ້ເຊິ່ງກັນແລະກັນ ເຮົາບໍ່ໄດ້ຄາດຫວັງໄວ້ຍິ່ງໃຫຍ່ ແຕ່ເຮົາຈະຢູ່ຄຽງຂ້າງກັນ ຈັບມືຝ່າອຸປະສັກໃນຊີວິດໄປນຳກັນຕະຫຼອດໄປ”

ເຊິ່ງຂໍ້ຄວາມທີ່ກ່າວມາຂ້າງເທິງນີ້ທາງບ່າວສາວໄດ້ແປງຮູບພາບເປັນຮູບແບບ NFT ເປັນທີ່ຮຽບຮ້ອຍແລ້ວ.

ໂດຍບ່າວສາວໄດ້ເຮັດການຈົດໃບແຕ່ງງານ ແລະ ໃຫ້ບາດຫຼວງດິຈິຕອນ Anoop Pakki ດຳເນີນການ Mint ຫຼຽນ ETH (Ethereum) ເພື່ອເປັນການປະທັບໃບແຕ່ງງາານ NFT ເຊິ່ງມີຄ່າທຳນຽມປະມານ 35 ໂດລາ (ETH Gas fee).

ສຳລັບການແຕ່ງໃນຄັ້ງນີ້ຄູ່ຮັກອິນເດຍໄດ້ຮັບແຮງບັນດານໃຈຈາກການອ່ານເລື່ອງລາວການແຕ່ງງານຂອງຄູ່ຮັກ Peter Kacherginsky ແລະ Rebecca Kacherginskyຊາວສະຫະລັດອາເມຣິກາທີ່ແຕ່ງງານເທິງ Blockchain ໃນໄລຍະປີ 2021 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/