Mastercard ເປີດເຄືອຂ່າຍຊຳລະເງິນແບບໃໝ່ ທີ່ໃຫ້ທ່ານສາມາດຊື້ NFT ຜ່ານບັດເຄດິດໄດ້ໂດຍກົງ


ໃນໄລຍະທີ່ຜ່ານມາ ຕະຫຼາດ NFT ຖືວ່າເຕີບໃຫຍ່ແບບກ້າວກະໂດດ ແລະ ໄດ້ຮັບຄວາມສົນໃຈເປັນວົງກວ້າງ ພ້ອມກັບກາຍເປັນຕະຫຼາດທີ່ນັກລົງທຶນຈຳນວນຫຼາຍກຳລັງຈັບຕາເບິ່ງຢ່າງໃກ້ຊິດ. ຫຼ້າສຸດ ຜູ້ໃຫ້ບໍລິການຊຳລະເງິນລາຍໃຫຍ່ຂອງໂລກຢ່າງ Mastercard ກໍເຂົ້າມາຮ່ວມວົງການນີ້ເຊັ່ນດຽວກັນ ໂດຍການເປີດຕົວເຄືອຂ່າຍໃໝ່ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດຊື້ NFT ຜ່ານບັດ Mastercard ໄດ້ເລີຍ.

Mastercard ໄດ້ລົງນາມຮ່ວມມືກັບຕະຫຼາດ NFT ທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: Immutable X, Candy Digital, The Sandbox, Mintable, Spring, Nifty Gateway ແລະ ຜູ້ໃຫ້ບໍລິການໂຄງສ້າງເທັກໂນໂລຢີ Web3 ຢ່າງ MoonPay ເຊິ່ງຈະເຮັດໃຫ້ຜູ້ໃຊ້ງານທີ່ຕ້ອງການຈະຊື້ NFT ບໍ່ຈຳເປັນຕ້ອງເອົາເງິນໄປແລກເປັນ ຄຣິບໂຕ ກ່ອນແລ້ວຈຶ່ງນຳໄປຊື້ NFT ອີກເທື່ອໜຶ່ງ. ເພາະຕໍ່ໄປນີ້ ຜູ້ໃຊ້ງານບັດເຄດິດ ຂອງ Mastercard ສາມາດຊື້ NFT ຜ່ານບັດເຄດິດຂອງພວດເຂົາໄດ້ເລີຍ.

Mastercard ເປີດເຜີຍວ່າ ບໍລິສັດໄດ້ແນມເຫັນເຖິງໂອກາດທີ່ສຳຄັນໃນຕະຫຼາດ NFT ທີ່ກຳລັງຂະຫຍາຍຕົວຢ່າງຕໍ່ນື່ອງ ເຊິ່ງສາມາດເຮັດຍອດຂາຍຫຼາຍກວ່າ 25,000 ລ້ານໂດລາ ໃນປີທີ່ຜ່ານມາ ນັບຕັ້ງແຕ່ ຜົນງານສິລະປະ, ກິລາ, ເກມ, ເຄື່ອງສະສົມ ໄປຈົນຮອດ ແພລັດຟອມ Metaverse ເຊິ່ງຄວາມພະຍາຍາມຫຼ້າສຸດນີ້ຈະເປັນຊ່ອງທາງຫາລາຍໄດ້ໃຫ້ກັບບໍລິສັດອີກຊ່ອງທາງໜຶ່ງ.

ດ້ວຍຈຳນວນຜູ້ໃຊ້ງານບັດ Mastercard ຫຼາຍຮ້ອຍລ້ານຄົນຈາກທົ່ວໂລກ ຈຶ່ງເຊື່ອໄດ້ວ່າການເຄື່ອນໄຫວຄັ້ງນີ້ຂອງ Mastercard ຈະສົ່ງຜົນກະທົບຕໍ່ລະບົບນິເວດຂອງ NFT ຢ່າງແນ່ນອນ ບໍ່ທາງໃດກໍທາງໜຶ່ງ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/