ສີລັງກາ ຕ້ອງການເງິນ 5,000 ລ້ານໂດລາ ເພື່ອພາປະເທດຜ່ານພົ້ນວິກິດທາງເສດຖະກິດ


ປະເທດສີລັງກາ ຖືເປັນອີກໜຶ່ງປະເທດທີ່ກຳລັງພົບກັບບັນຫາເງິນເຟີ້ຢ່າງໜັກ ແລະ ຫຼ້າສຸດມີລາຍງານວ່າ ທ່ານ ຣານິວ ວິກເກຣມສິງເຮ  (Ranil Wickremesinghe) ນາຍົກລັດຖະມົນຕີຂອງປະເທດສີລັງກາ ເປີດເຜີຍວ່າ ປະເທດຕ້ອງການເງິນອີກ 5,000 ລ້ານໂດລາສະຫະລັດ ສຳລັບຄ່າໃຊ້ຈ່າຍໃນໄລຍະ 6 ເດືອນຂ້າງໜ້າ ເພື່ອຊຳລະຄ່າສິນຄ້າທີ່ຈຳເປັນ ຫຼັງປະເທດຕ້ອງຕົກຢູ່ໃນວິກິດທາງເສດຖະກິດໜັກໜ່ວງທີ່ສຸດ ໃນຮອບ 70 ປີ.

ນາຍົກລັດຖະມົນຕີ ຂອງສີລັງກາ ລະບຸວ່າ ເງິນຈຳນວນ 5,000 ລ້ານໂດລານີ້ ຈະຖືກໃຊ້ເພື່ອຊຳລະຄ່າສິນຄ້າທີ່ຈຳເປັນ ເຊັ່ນ: ຄ່ານໍ້າມັນເຊື້ອໄຟ ມູນຄ່າປະມານ 3,300 ລ້ານໂດລາ, ຄ່າອາຫານ 900 ລ້ານໂດລາ, ແກ໊ສຫຸງຕົ້ມ 250 ລ້ານໂດລາ ແລະ ປຸ໋ຍຈຳນວນ 600 ລ້ານໂດລາ.

ໃນຂະນະທີ່ທະນາຄານກາງຂອງສີລັງກາປະເມີນວ່າ ເສດຖະກິດຂອງປະເທດຈະລົດລົງເຖິງ 3.5% ໃນປີນີ້ ເຊິ່ງສວນທາງກັບ ທ່ານ ຣານິວ ວິກເກຣມສິງເຮ ທີ່ຍັງເຊື່ອໝັ້ນວ່າ ເສດຖະກິດຂອງສີລັງກາຈະກັບມາເຕີບໂຕໄດ້ດ້ວຍແຜນການປະຕິຮູບທີ່ເຂັ້ມແຂງ ການປັບໂຄງສ້າງໜີ້ສິນ ແລະ ການສະໜັບສະໜູນຈາກນານາຊາດ.

ທ່ານ ຣານິວ ວິກເກຣມສິງເຮ ຍັງລະບຸອີກວ່າ ລັດຖະບານກຳລັງເຈລະຈາຂໍກູ້ເງິນຈາກກອງທຶນການເງິນລະຫວ່າງປະເທດ ເປັນຈຳນວນປະມານ 3,000 ລ້ານໂດລາ ເຊິ່ງເປັນມາດຕະການເພີ່ມຕື່ມຈາກການຂໍຄວາມຊ່ວຍເຫຼືອຈາກຈີນ, ອິນເດຍ ແລະ ຍີ່ປຸ່ນ.

ນອກຈາກນີ້ ນາຍົກລັດຖະມົນຕີ ຣານິວ ວິກເກຣມສິງເຮ ຍັງເປີດເຜີຍວ່າ ລາວຈະປັບລົດຄ່າໃຊ້ຈ່າຍຂອງລັດຖະບານລົງ ເພື່ອເພີ່ມຕື່ມງົບປະມານສ່ວນສະຫວັດດີການຈາກ 350 ລ້ານໂດລາ ໃຫ້ເປັນ 500 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/