ຂຶ້ນຊື່ວ່ານັກກິລາອາຊີບ ຫຼາຍຄົນອາດຈະຄິດວ່າ ຈະຕ້ອງເປັນຄົນທີ່ມັກເຮັດໃນສິ່ງໆນັ້ນໃນຊີວິດປະຈຳວັນ ແຕ່ບໍ່ແມ່ນກັບ ນັກແຂ່ງລົດ F1 ຢ່າງ ເລວິສ ແຮມິລຕັນ ທີ່ລາວບອກວ່າ ນອກຈາກຊ້ອມໃນສະໜາມແລ້ວ ລາວກໍບໍ່ມັກທີ່ຈະຂັບລົດຕາມຖະໜົນຫົນທາງໃນຊີວິດປະຈຳວັນ.
ເລວິສ ແຮມິລຕັນ ແຊ້ມໂລກ Formula 1 7ສະໄໝ ຈາກທີມ Mercedes Benz ເປັນອີກໜຶ່ງນັກແຂ່ງທີ່ບໍ່ມັກການຂັບຂີ່ລົດຕາມທ້ອງຖະໜົນທົ່ວໄປ ໂດຍລາວໃຫ້ເຫດຜົນວ່າ ລາວຮູ້ສຶກກົດດັນເກີນໄປ ດ້ວຍຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນຕາມທ້ອງຖະໜົນ.

ໂດຍ ແຮມິລຕັນກ່າວວ່າ: “ຂ້ອຍເຫັນວ່າມັນກົດດັນເກີນໄປ ຂ້ອຍພະຍາຍາມບໍ່ເຮັດສິ່ງເຫຼົ່ານັ້ນໃນຊີວິດ ຢູຕາມຫົນທາງທຸກສິ່ງທຸກຢ່າງສາມາດເກີດຂຶ້ນໄດ້ ເຊິ່ງຕອນນີ້ຂ້ອຍກໍຮູ້ສຶກກົດດັນພໍແລ້ວ ຕາມຫົນທາງນີ້ ມັນບ້າອີ່ຫຼີ ມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນເຕັມໄປໝົດ”

ສຳລັບຜົນງານຂອງແຊ້ມໂລກ 7 ສະໄໝ ໃນລະດູການນີ້ ຍັງຖືວ່າຕໍ່າກວ່າມາດຕະຖານ ຫຼັງຍັງບໍ່ສາມາດຄວ້າແຊ້ມໄດ້ເລີຍຈັກສະໜາມ ແລະ ຕອນນີ້ຍັງຢູ່ອັນດັບ 6 ຈາກຕາຕະລາງຄະແນນລວມ ແຕ່ຍັງເຫຼືອການແຂ່ງຂັນໃຫ້ ແຮມິລຕັນ ລົງໄປຢຽບຄັນເລັ່ງອີກ 9 ສະໜາມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment