Lego ຈັບມືກັບ Epic Games ເພື່ອສ້າງ Metaverse ສຳລັບເດັກນ້ອຍ


Lego ຜູ້ຜະລິດຫຸ່ນຕໍ່ຊື່ດັງຂອງໂລກ ປະກາດຈັບມືກັບ Epic Games ຄ້າຍເກມຍັກໃຫຍ່ ແລະ ເຈົ້າຂອງ Unreal Engine ກຽມສ້າງສະຖານທີ່ຫຼິ້ນສຳລັບເດັກນ້ອຍພາຍໃນ Metaverse. ການຮ່ວມມືເທື່ອນີ້ ທັງສອງຄ້າຍຈະປະສານຄວາມຊ່ຽວຊານຂອງແຕ່ລະຝ່າຍເຂົ້າຫາກັນ ເພື່ອສ້າງປະສົບການໃນໂລກດິຈິຕອນ ໃຫ້ເດັກນ້ອຍໄດ້ໃຊ້ເຄື່ອງມື ເພື່ອເປັນນັກສ້າງສັນທີ່ມີຄວາມໝັ້ນໃຈ ລວມເຖິງນຳສະເໜີໂອກາດການຫຼິ້ນພາຍໃນພື້ນທີ່ ທີ່ມີຄວາມປອດໄພ ແລະ ມີພະລັງບວກ.

Niels B Christiansen CEO ຂອງ Lego ກ່າວວ່າ “ເດັກນ້ອຍຈະມ່ວນກັບການຫຼິ້ນໃນໂລກດິຈິຕອນ ແລະ ໂລກແຫ່ງຄວາມເປັນຈິງ ອີກທັງສະຫຼັບໄປມາຢ່າງໄຮ້ຮອຍຕໍ່ ພວກເຮົາເຊື່ອວ່າພວກເຂົາມີຄວາມສາມາດທີ່ຈະພັດທະນາທັກສະຊີວິດ ຜ່ານປະສົບການໃນໂລກດິຈິຕອນໄດ້ ຢ່າງເຊັ່ນການຄິດສ້າງສັນ, ການຮ່ວມມື ແລະ ການສື່ສານ”.

“ຢ່າງໃດກໍຕາມ ພວກເຮົາມີໜ້າທີ່ຮັບຜິດຊອບທີ່ຕ້ອງເຮັດໃຫ້ມີຄວາມປອດໄພ, ສ້າງແຮງບັນດານໃຈ ແລະ ເປັນປະໂຫຍດກັບທຸກຄົນ ເຊັ່ນດຽວກັບທີ່ເຮົາປົກປ້ອງສິດທິການຫຼິ້ນຂອງເດັກນ້ອຍໃນໂລກມາໃນແຕ່ລະຍຸກ ແລະ ເຮົາຕັ້ງໃຈຈະເຮັດແບບດຽວກັນນັ້ນໃນໂລກ ດິຈິຕອນ. ເຮົາຫວັງທີ່ຈະຮ່ວມງານກັບ Epic Games ເພື່ອສ້າງອະນາຄົດທີ່ຕື່ນເຕັ້ນ ແລະ ມ່ວນຊື່ນ”.

ໂດຍໃນເບື້ອງຕົ້ນພວກເຂົາໄດ້ກຳນົດຫຼັກການຮ່ວມກັນ 3 ຂໍ້ໄດ້ແກ່ ປົກປ້ອງສິດໃນການຫຼິ້ນຂອງເດັກນ້ອຍດ້ວຍຄວາມປອດໄພ, ຮັກສາຄວາມເປັນສ່ວນຕົວຂອງເດັກ ແລະ ມອບພະລັງໃຫ້ເດັກນ້ອຍກັບຜູ້ໃຫຍ່ດ້ວຍເຄື່ອງມືທີ່ຄວບຄຸມປະສົບການດິຈິຕອນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/