13 ເມສາເປັນຕົ້ນໄປ ຈະເປີດນຳໃຊ້ລົດໄຟທຳມະດາ ຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນວຽງຈັນ-ບໍ່ເຕັນ

ຖ້ຽວລົດໄຟ

ບໍລິສັດທາງລົດໄຟລາວ-ຈີນ ເປີດນຳໃຊ້ລົດໄຟທຳມະດາລະຫວ່າງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕັນ.

ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະພັກເທສະການປີໃໝ່ລາວ ແລະ ຄວາມຕ້ອງການທົດລອງນັ່ງລົດໄຟທຳມະດາຂອງປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ມີຄວາມຍິນດິທີ່ຈະແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 13 ເມສາ ເປັນຕົ້ນໄປ ຈະເລີ່ມເປີດນຳໃຊ້ລົດໄຟທຳມະດາຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕັນ,  ໂດຍນຳໃຊ້ລົດໄຟທຳມະດາ 1 ຂະບວນ.

ລົດໄຟທຳມະດາແມ່ນລົດໄຟທີ່ແລ່ນດ້ວຍຄວາມໄວ 120 km/h, ມີບ່ອນນັ່ງທັງໝົດ 732 ບ່ອນນັ່ງ. ໃນນັ້ນ, ຕັ່ງນັ່ງທົ່ວໄປ 590 ບ່ອນນັ່ງ, ຕັ່ງນັ່ງກວ້າງ 106 ບ່ອນນັ່ງ, ຕຽງນອນ (soft sleeper) 36 ບ່ອນ.

ພ້ອມດຽວກັນນີ້, ນັບແຕ່ວັນທີ 14 ເມສາ ເປັນຕົ້ນໄປ ຈະມີການເປີດໃຫ້ບໍລິການຂົນສົ່ງໂດຍສານສະຖານີກາສີ ແລະ ສະຖານີເມືອງງາ.

ຂອບໃຈຂໍ້ມູນຈາກ:

https://bit.ly/3uvgVjy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/