LayerZero ປະສົມປະສານເຂົ້າກັບ Solana ເຊື່ອມຕໍ່ຫຼາຍກວ່າ 70 blockchains, ເຮັດໃຫ້ການໂອນສິນຊັບຂ້າມ chain ງ່າຍຍິ່ງຂຶ້ນ


LayerZero ໂປໂຕຄອນສໍາລັບການໂອນສິນຊັບຂ້າມ chain, ປັດຈຸບັນປະສົມປະສານເຂົ້າກັບ Solana ໜຶ່ງໃນ blockchain ທີ່ເຕີບໂຕໄວທີ່ສຸດໃນໂລກ crypto. ການປະສົມປະສານໃນຄັ້ງນີ້ ເຮັດໃຫ້ຈໍານວນ blockchain ທັງໝົດໃນເຄືອຂ່າຍຂອງ LayerZero ຫຼາຍກວ່າ 70 ແຫ່ງ.

ການປະສົມປະສານນີ້ແມ່ນພ້ອມແລ້ວສຳລັບການໃຊ້ງານ. ໂດຍຈະມີເຄື່ອງມືສຳລັບນັກພັດທະນາເພື່ອສ້າງແອັບພິເຄຊັນທີ່ສາມາດສົ່ງສິນຊັບ ແລະ ຂໍ້ມູນໄປແລະກັບຈາກ Solana ຜ່ານຊ່ອງທາງຕ່າງໆເຊັ່ນ: rollups, layer 1s, layer 2s ແລະ non-EVM chains ອື່ນໆ.

ເຕັກໂນໂລຊີຂອງ LayerZero ເຊື່ອມຕໍ່ເຄືອຂ່າຍ Solana ກັບ 7 chains ອື່ນໆຄື: Ethereum, Avalanche, Polygon, Arbitrum, BNB Chain, Optimism ແລະ Base.

ອີງຕາມຂໍ້ມູນຈາກ Messari ລະບຸວ່າຜູ້ໃຊ້ LayerZero ໄດ້ເຮັດການເຄື່ອນຍ້າຍ crypto ມູນຄ່າ  6.7 ຕື້ໂດລາ ແລະ ສ້າງລາຍໄດ້ 11.5 ລ້ານໂດລາໃນໄຕມາດທໍາອິດຂອງປີ 2024.

ນອກຈາກນີ້, LayerZero ຍັງໄດ້ປະກາດແຜນການທີ່ຈະຂະຫຍາຍການເຊື່ອມໂຍງຮ່ວມກັບ Solana ໃຫ້ກັບເຄືອຂ່າຍ blockchains ທັງໝົດກວ່າ 70 ແຫ່ງ ໃນອະນາຄົດອັນໃກ້ນີ້.

Bryan Pellegrino, ຜູ້ຮ່ວມກໍ່ຕັ້ງຂອງ LayerZero, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເຊື່ອມໂຍງຂອງ Solana ແລະ ກ່າວວ່າ:

“ການລວມເອົາ Solana ແມ່ນມີຄວາມສໍາຄັນທີ່ສຸດ. Crypto ຖືກສ້າງຂຶ້ນເພື່ອທໍາລາຍອຸປະສັກຂອງການເງິນແບບດັ້ງເດີມ, ແຕ່ບາງຄັ້ງພວກກໍເຮົາພົບວ່າຕົນເອງກໍ່ສ້າງກຳແພງເຫຼົ່ານັ້ນຂຶ້ນມາໃໝ່ ເຊັ່ນດຽວກັບທີ່ Solana ແລະ Ethereum, ເຊິ່ງເປັນສອງ blockchain ທີ່ໃຫຍ່ທີ່ສຸດ. ບໍ່ສາມາດຕິດຕໍ່ສື່ສານກັນເອງໄດ້”

ທີ່ມາ:

en.bitcoinsistemi.

medium.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/