LAODI ເຫຼົ້າ Rum ທີ່ນຳໃຊ້ວັດຖຸດິບດ້ານກະສິກຳລາວ ຈົນກາຍເປັນສິນຄ້າລາຄາສູງ ສາມາດສົ່ງອອກໄດ້


ການກະສິກຳ ຖືເປັນໂຄງລ່າງພື້ນຖານສຳຄັນໃນລະບົບເສດຖະກິດຂອງຫຼາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາທີ່ມີທ່າແຮງ ແລະ ເປັນອີກ 1 ບູລິມະສິດທີ່ລັດບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳ ແປຮູບເຮັດເປັນສິນຄ້າເພື່ອສົ່ງອອກ.

LAODI ເຫຼົ້າ Rum ລາວ ທີ່ໝຸນໃຊ້ທ່າແຮງເລື່ອງກະສິກຳ ກໍຄື ອ້ອຍຂອງລາວ ມາປະສົມກັບ ວັດຖຸດິບກະສິກຳອື່ນໆຂອງລາວ ຈົນອອກມາເປັນເຫຼົ້າຣົດຊາດຕ່າງໆ ກາຍເປັນສິນຄ້າລາຄາສູງ ສາມາດສົ່ງອອກໄດ້.

ໂດຍ ເຫຼົ້າ Rum ແມ່ນເຫຼົ້າທີ່ຜະລິດຈາກອ້ອຍຫຼື ກາກນໍ້າຕານ ໂດຍການໝັກຫຼືກັ່ນ. ເຊິ່ງພື້ນທີ່ການຜະລິດຕົ້ນຕໍແມ່ນຢູ່ເກາະ ໃນທະເລ ຄາລິບຽນ ເຊິ່ງບ່ອນທີ່ອ້ອຍຖືກປູກຫຼາຍ ແລະ ບາງປະເທດໃນອາເມຣິກາກາງ ແລະ ໃຕ້ ເຊິ່ງຣົດຊາດ ກໍຈະແຕກຕ່າງກັນໄປຂຶ້ນກັບ ອ້ອຍແຕ່ລະພື້ນທີ່.

ເຊິ່ງ ສປປ ລາວ ເອງກໍເປັນອີກໜຶ່ງປະເທດທີ່ມີການປູກອ້ອຍເປັນຈຳນວນຫຼາຍ ແລະ ດ້ວຍຄວາມເໝາະສົມຂອງສະພາບດິນຟ້າອາກາດຂອງ ສປປ ລາວ ເຮັດໃຫ້ອ້ອຍຂອງ ສປປ ລາວ ນັ້ນ ເປັນອ້ອຍທີ່ດີ ແລະ ມີຄຸນະພາບພໍສົມຄວນ ເຊິ່ງສ່ວນໃຫຍ່ ຈະຖືກນຳໄປຜະລິດເປັນນໍ້າຕານ.

ດ້ວຍທ່າແຮງດ້ານນີ້ ທ່ານ ສີຫັດຖະ ຣາຊະພົນ ຜູ້ກໍ່ຕັ້ງໂຮງງານເຫຼົ້າ LAODI ຈຶ່ງເຮັດໂອກາດ ແລະ ນຳອ້ອຍລາວມາຜະລິດເປັນເຫຼົ້າ Rum ຂອງລາວ ໃຫ້ກາຍເປັນສິນຄ້າມີມູນຄ່າສູງ ແລະ ສາມາດສົ່ງອອກໄປຕະຫຼາດຕ່າງປະເທດໄດ້.

ເຊິ່ງນອກຈາກອ້ອຍ ແລະ LAODI ກໍຍັງມີການນຳໃຊ້ວັດຖຸດິບດ້ານກະສິກຳອື່ນໆ ມາປະສົມ ບໍ່ວ່າຈະເປັນ ໝາກພ້າວ ຈາກເມືອງປາກງື່ມ, ໝາກໝັ້ນ ຈາກຊຽງຂວາງ. ນອກຈາກນີ້ກໍຍັງມີ ໝາກນອດຈາກປາກຊ່ອງ ທີ່ເອົາມາໝັກໃສ່ກັບອ້ອຍໃນຖັງໄມ້ໂອກ ຈົນກາຍມາເປັນເຫຼົ້າຣົດຊາດໝາກນອດ ທີ່ມີກິ່ນຫອມໝາກນອດ ແລະ ໃຫ້ຄວາມຮູ້ສຶກສົດຊື່ນແບບຣົດຊາດຂອງໝາກນອດ ແທ້ໆ, ເມັດກາເຟ ຈາກປາກຊ່ອງ ມາເປັນເຫຼົ້າ Rum ກາເຟ ທີ່ຣົດຊາດແປກໃໝ່ບໍ່ຄືໃຜ.

ໂດຍ ເຈົ້າຂອງໂຮງງານຜະລິດເຫຼົ້າລາວດີ ໃຫ້ສຳພາດກັບທີມງານ Lao Xperts ເມື່ອບໍ່ດົນມານີ້ວ່າ ປັດຈຸບັນ ຕະຫຼາດຕ່າງປະເທດ ເປັນໂອກາດທີ່ດີຂອງ ຜູ້ຜະລິດລາວ ເພາະເປັນຕະຫຼາດທີ່ໃຫຍ່ ໜ້າສົນໃຈ ມີມູນຄ່າສູງ ແຕ່ໃນຂະນະດຽວກັນ ກໍມີການແຂ່ງຂັນທີ່ສູງກວ່າຕະຫຼາດພາຍໃນຫຼາຍເທົ່າ ມີຄ່າໃຊ້ຈ່າຍທີ່ສູງ ເຊິ່ງເປັນສິ່ງທ້າທາຍອັນດັບໜຶ່ງຂອງຜູ້ຜະລິດລາວ.

ໂດຍ ທ່ານ ສີຫັດຖະ ໄດ້ແນະນຳໃຫ້ຜູ້ປະກອບການລາວ ໝູນໃຊ້ທ່າແຮງທີ່ໄດ້ປຽບຂອງປະເທດຕົນເອງໃນການແຂ່ງຂັນກັບພາຍນອກ ນັ້ນກໍຄື ຂະແໜງການກະສິກຳ ທີ່ ສປປ ລາວ ມີຄວາມໄດ້ປຽບເລື່ອງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ຄວາມບໍລິສຸດຂອງວັດຖຸດິບ ທີ່ພວກເຮົາສາມານຳມາປຸງແຕ່ງ ແລ້ວສົ່ງອອກເປັນສິນຄ້າເກຣດດີ ຫຼື Premium ເພື່ອສົ່ງອອກໄປສູ້ກັບຕ່າງປະເທດໄດ້.

ການທີ່ເຮົານຳວັດຖຸດິບທີ່ດີຂອງເຮົາມາປຸງແຕ່ງ ມັນໝາຍເຖິງການເພີ່ມມູນຄ່າໃຫ້ກັບສິນຄ້ານັ້ນໆ. ໂດຍທ່ານ ສີຫັດຖະກ່າວວ່າ: “ແທນທີ່ເຮົາຈະຜະລິດນໍ້າຕານ ໂລລະ 3 ພັນກີບ ເປັນຫຍັງເຮົາບໍ່ເອົານໍ້າຕານ ແລະ ວັດຖຸດິບຫຼາຍໆອັນມາປຸງແຕ່ງໃສ່ກັນ ຄືກັບເຫຼົ້າຂ້າພະເຈົ້າ ທີ່ຂາຍແກ້ວໜຶ່ງ ໄດ້ກວ່າ 5 ແສນກີບ”.

ເຈົ້າຂອງໂຮງງານເຫຼົ້າລາວດີ ຢໍ້າຄືນວ່າ ການຈະເຮັດສິນຄ້າລະດັບ Premium ຂອງລາວເປັນເລື່ອງທີ່ສາມາດເຮັດໄດ້ ແລະ ຄວນຈະເຮັດ ເພາະ ສປປ ລາວເຮົາຍັງມີຂອງດີອີກຫຼາຍອັນທີ່ທົ່ວໂລກຍັງບໍ່ຮູ້.

“ປະເທດລາວເຮົາຕ່າງຈາກປະເທດໃນຕາເວັນຕົກ ບ່ອນວ່າ ປະເທດເຂົາເຈົ້າມີທຸກຢ່າງແຕ່ເປັນສິ່ງທີ່ຄົນສ້າງຂຶ້ນ ແຕ່ປະເທດເຮົາ ບໍ່ມີຫຍັງແຕ່ມີທຸກຢ່າງທີ່ທຳມະຊາດສ້າງຂຶ້ນຕັ້ງແຕ່ໂລກເກີດ ແລະ ຍັງຢູ່ຮອດປັດຈຸບັນ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ສະພາບອາກາດ, ມີສັດສາວາສິ່ງ ຊີວະນານາພັນທີ່ຫາຍາກທີ່ທົ່ວໂລກບໍ່ມີ ແຕ່ລາວຍັງມີ ສິ່ງເຫຼົ່ານີ້ ຈຶ່ງເປັນທ່າແຮງໃນການໝູນໃຊ້ເປັນທຸລະກິດຂອງຜູ້ປະກອບການລາວ ເພື່ອຕໍ່ສູ້ແຂ່ງຂັນກັບຕ່າງປະເທດ” ທ່ານ ສີຫັດຖະ ກ່າວ.

ທ່ານ ສີຫັດຖະ ກ່າວວ່າ: “ສປປ ລາວ ເຮົາ ຊິໄປຜະລິດລົດແຂ່ງປະເທດ ອື່ນໆ ຫຼື ເຮັດອຸດສາຫະກຳໃຫຍ່ໆທັນສະໄໝ ສູ້ກັບປະເທດອື່ນໆ ນີ້ຄືຊິບໍ່ທັນເຂົາແລ້ວ. ແຕ່ສິ່ງທີ່ເຮົາສູ້ໄດ້ກໍຄືຜະລິດຕະພັນ ເລື່ອງກະສິກຳ ເລື່ອງອາຫານທີ່ບໍລິສຸດ ອາຫານທີ່ສະອາດ ພືດຜັກ ໝາກໄມ້ ຊີ້ນສັດ ທີ່ຕ້ອງເນັ້ນໄປໃນທາງທີ່ບໍລິສຸດ ປອດສານເຄມີ ເພື່ອສ້າງຄວາມແຕກຕ່າງ ໃຫ້ສາມາດແຂ່ງຂັນ ແລະ ສູ້ກັບສິນຄ້າຈາກປະເທດອື່ນໆໄດ້”

ການກະສິກຳ ຖືເປັນໂຄງລ່າງພື້ນຖານສຳຄັນໃນລະບົບເສດຖະກິດຂອງຫຼາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາທີ່ມີທ່າແຮງ ແລະ ເປັນອີກ 1 ບູລິມະສິດທີ່ລັດຖະບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳ ແປຮູບເຮັດເປັນສິນຄ້າເພື່ອສົ່ງອອກ.

ປັດຈຸບັນ ເຫຼົ້າ LAODI ມີຂາຍທັງພາຍໃນ ປະເທດ ແລະ ສົ່ງອອກປີ ລະ 10,000 – 15,000 ແກ້ວໄປຂາຍຢູ່ຫຼາຍກວ່າ 5 ປະເທດບໍ່ວ່າຈະເປັນ ຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງພິເສດ ໄຕ້ຫວັນ ແລະ ອື່ນໆ ໂດຍປະເທດທີ່ໄດ້ຮັບກະແສຕອບຮັບດີທີ່ສຸດແມ່ນ ຕະຫຼາດຍີ່ປຸ່ນ ແລະ ໄຕ້ຫວັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/