ເອີ້ນໄດ້ວ່າຮ້ອນແຮງບໍ່ໜ້ອຍ ສຳລັບ Lisa BLACKPINK ກັບຜົນງານອາລະບ້ຳດ່ຽວທຳອິດທີ່ຊື່ວ່າ “LALISA”.

ຫຼັງຈາກທີ່ໄດ້ປ່ອຍ Visual Teaser ທາງ YouTube ຈົນເປັນທີ່ຮືຮາ ແລະໄດ້ຮັບການເວົ້າເຖິງຢ່າງຫຼວງຫຼາຍໃນໂລກອອນໄລນ໌ ພ້ອມກັບການເປີດ Pre-Order CD ອາລະບ້ຳ “LALISA”, ຫຼ້າສຸດທາງຕົ້ນສັງກັດ YG Entertainment ໄດ້ອອກມາເວົ້າເຖິງຍອດສັ່ງຈອງອາລະບ້ຳດັ່ງກ່າວທີ່ມີສູງເຖິງ 700,000 ຊຸດ ຫຼັງຈາກການເປີດ Pre-Order ພຽງແຕ່ 4 ມື້ເທົ່ານັ້ນ.
ສະຖິຕິດັ່ງກ່າວກໍໄດ້ເຮັດໃຫ້ Lisa ກາຍເປັນສິລະປິນ K-POP ຍິງຄົນທຳອິດທີ່ມີຍອດ Pre-Order ອາລະບ້ຳດ່ຽວສູງສຸດໃນປະຫວັດສາດ K-POP ແລະ ກໍຍັງມີສິດລຸ້ນເປັນຜູ້ທີ່ມີຍອດຂາຍອາລະບ້ຳໄດ້ສູງສຸດພາຍໃນອາທິດທຳອິດ.
ເຊິ່ງຜົນງານດ່ຽວຂອງ Lisa ຈະໄດ້ຖືກປ່ອຍໃຫ້ທຸກຄົນໄດ້ເຫັນພ້ອມກັນທົ່ວໂລກໃນວັນທີ 10 ກັນຍາ 2021 ເວລາ 11:00 ໂມງ ຕາມເວລາປະເທດລາວ.
Teaser:
ຊ່ອງທາງ Pre-Order Album LALISA: https://presave.umusic.com/lalisa
ຂອບໃຈຂໍ້ມູນຈາກ: https://bit.ly/3Bx48NZ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/