JYP ແທັກທີມ RAIN ກັບມາຮ່ວມງານກັນອີກຄັ້ງໃນ ”Switch to me” ຟັງພ້ອມກັນ 31 ທັນວາ 2020 ນີ້


Park JinYoung ແຫ່ງ JYP ໄດ້ສ້າງປະກົດການຂຶ້ນອີກຄັ້ງດ້ວຍການເປີດເຜີຍແຜນການຮ່ວມງານກັບ RAIN ທີ່ສ້າງຄວາມຕື່ນເຕັ້ນ ແລະ ທຸກສາຍຕາຈັບຈ້ອງ ເຊິ່ງໃນມື້ນີ້ກໍໄດ້ຫຍອດທີເຊີທີ່ໜ້າຕິດຕາມອອກມາແລ້ວ.

RAIN X JYP – Park JinYoung ແລະ Rain ຈະມາຮ່ວມງານກັນໃນ Singles ມີຊື່ວ່າ “Switch to me” ເພງສະໄຕລ໌ New Jack Swing ທີ່ຈະພາທ່ານຍ້ອນຄວາມຫລັງກັບໄປມ່ວນຊື່ນໃນເພງຍຸກ 90.

ສາມາດເຂົ້າເບິ່ງຕົວຢ່າງເພງໄດ້ທີ່ລິ້ງລຸ່ມນີ້:

Rain ເປັນສີລະປິນຮຸ່ນທຳອິດຂອງ JYP Entertainment ທີ່ Park JinYoung ຄົ້ນພົບ ແລະ ສົ່ງໃຫ້ເຂົາກາຍເປັນ Hallyu Star ທີ່ມີຊື່ສຽງຂອງກະແສເກົາຫຼີຟີເວີ້ ການມາຮ່ວມງານກັນໃນຄັ້ງນີ້ຈຶ່ງຖືວ່າເປັນປະກົດການທີ່ໜ້າສົນໃຈຫຼາຍ.

ທີ່ມາ: https://today.line.me/th/v2/article/ZR3nNO?utm_source=copyshare