ໂຈ ໄບເດັນ ປະທານາທິບໍດີ ສະຫະລັດ ອາເມຣິກາ ຜູ້ນຳໂລກເສລີ ສ້າງຄວາມປະຫຼາດໃຈ ໃຫ້ກັບຫຼາຍໆຄົນ ຫຼັງຂຶ້ນເຮືອບິນໄປຢ້ຽມຢາມ ຢູເຄຣນ ໂດຍທີ່ກຳນົດການດັ່ງກ່າວ ບໍ່ໄດ້ມີການປະກາດລ່ວງໜ້າ ແລະ ນີ້ຍັງຖືເປັນການເດີນທາງມາຢ້ຽມຢາມ ຢູເຄຣນຄັ້ງທຳອິດ ນັບແຕ່ເກີດຂໍ້ຂັດແຍ້ງລະຫວ່າງ ຢູເຄຣນ ກັບ ຣັດເຊຍ. ພ້ອມໄດ້ເປີດເຜີຍໃຫ້ຮູ້ວ່າ ລັດຖະບານສະຫະລັດ ຈະໃຫ້ຄວາມຊ່ວຍເຫຼືອ ຢູເຄຣນຕື່ມອີກ 500 ລ້ານໂດລາ.
ການຢ້ຽມຢາມເມືອງຫຼວງຄຽບຄັ້ງນີ້ຂອງ ໄບເດັນ ມີຂຶ້ນບໍ່ເທົ່າໃດມື້ກ່ອນວັນຄົບຮອບ 1 ປີຂອງຂໍ້ຂັດແຍ້ງລະຫວ່າງ ຢູເຄຣນ ກັບ ຣັດເຊຍໄດ້ເລີ່ມຂຶ້ນ ໃນວັນທີ 24 ກຸມພາ 2022. ຈຸດປະສົງຫຼັກຂອງການພົບປະຄັ້ງນີ້ ກໍເພື່ອຫາລືເຖິງແນວທາງທີ່ ສະຫະລັດອາເມຣິກາ ແລະ ບັນດາປະເທດພັນທະມິດຈະໃຫ້ການຊ່ວຍເຫຼືອແກ່ ຢູເຄຣນ ຖ້າຫາກສົງຄາມຍັງດຳເນີນຕໍ່ໄປ.

ສໍາລັບການຊ່ວຍເຫຼືອຄັ້ງໃໝ່ນີ້ ໄບເດັນ ກ່າວວ່າ ຈະຄອບຄຸມອຸປະກອນທາງທະຫານຕ່າງໆ ເຊັ່ນລູກປືນໃຫຍ່ ແລະ ປືນຄົກ. ສ່ວນທາງດ້ານ ຜູ້ນຳຢູເຄຣນ ເຜີຍໃຫ້ຮູ້ວ່າ ຕົນກັບຜູ້ນຳສະຫະລັດ ສົນທະນາກ່ຽວກັບອາວຸດໄລຍະໄກ ລວມທັງອາວຸດທີ່ຍັງອາດຈະສະໜອງໃຫ້ຢູເຄຣນ ເຖິງແມ່ນວ່າກ່ອນໜ້ານີ້ຈະບໍ່ເຄີຍສົ່ງໃຫ້ຢູເຄຣນມາກ່ອນ.

ຜູ້ນຳ ຢູເຄຣນ ເບິ່ງວ່າການຢ້ຽມຢາມຂອງ ໄບເດັນ ໃນຄັ້ງນີ້ ມັນຈະເປັນສັນຍະລັກທີ່ສໍາຄັນຂອງການສະໜັບສະໜູນ ຢູເຄຣນ. ໃນເວລາດຽວກັນ, ມັນຈະເຮັດໃຫ້ຜູ້ນໍາສະຫະລັດ ໄດ້ເຫັນພາບທີ່ຈະແຈ້ງຂຶ້ນ ກ່ຽວກັບສະຖານະການສົງຄາມໃນຢູເຄຣນ.
ປັດຈຸບັນ ຂໍ້ຂັດແຍ້ງດັ່ງກ່າວ ຍັງບໍ່ມີທີທ່າວ່າທັງ 2 ຝ່າຍ ຈະຕົກລົງມານັ່ງໂຕະເຈລະຈາກັນໄດ້ເລີຍ ແລະ ນັບມື້ນັບຮຸນແຮງຂຶ້ນ ເພາະຕ່າງຝ່າຍຕ່າງເບິ່ງວ່າຕົນເອງ ກຳລັງຢູ່ໃນຈຸດທີ່ກຳລັງໄດ້ປຽບ ແລະ ເງື່ອນໄຂຂອງການຍອມເຈລະຈາຂອງທັງ 2 ນັ້ນເບິ່ງຄືວ່າຈະເປັນເສັ້ນຂະໜານກັນ ເພາະຂໍ້ສະເໜີໃນການຍອມເຈລະຈາຂອງ ທັງ 2 ຝ່າຍນັ້ນ ບໍ່ວ່າຝ່າຍໃດ ກໍບໍ່ສາມາດຍອມຮັບໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/