Jack Black ກຽມຮັບບົດສຳຄັນໃນ Minecraft: The Movie


Jack Black ເປັນໜຶ່ງໃນນັກສະແດງຕະຫຼົກຊື່ດັງທີ່ມີຄວາມສາມາດຫຼາກຫຼາຍ ທີ່ເຮັດໄດ້ທັງສະແດງ ແລະ ພາກສຽງ ເຊິ່ງຫຼ້າສຸດກວາດຄວາມສຳເລັດຄັ້ງຍິ່ງໃຫຍ່ໄປດ້ວຍການພາກສຽງເປັນ Bowser ຕົວຮ້າຍຫຼັກໃນ The Super Mario Bros. Movie ແລະ ດ້ວຍຄວາມສຳເລັດເຮັດໃຫ້ໄດ້ຮ່ວມສະແດງໃນ Minecraft: The Movie.

Deadline ໄດ້ອອກມາຢືນຢັນວ່າ Jack Black ຈະໄດ້ຮັບບົດເປັນຕົວລະຄອນທີ່ມີຊື່ວ່າ Steve ໃນຮູບເງົາ Minecraft: The Movie ທີ່ດັດແປງມາຈາກເກມ Minecraft ແຕ່ຍັງບໍ່ໄດ້ມີການເປີດເຜີຍລາຍລະອຽດຕົວລະຄອນ ລວມໄປຮອດລາຍລະອຽດຮູບເງົາຍັງເປັນຄວາມລັບຢູ່.

ໂດຍຍັງມີກຳນົດການສາຍຮູບເງົາຢູ່ໃນປີ 2025.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/