ນັກລົງທຶນກັງວົນ ໜີ້ສິນລັດຖະບານຈີນທ້ອງຖິ່ນຈະເພີ່ມສູງຂຶ້ນ  


ສຳນັກຂ່າວ Bloomberg ລາຍງານໃນວັນທີ 4 ມັງກອນ 2024 ວ່າ ລັດຖະບານທ້ອງຖິ່ນຈີນຈຳເປັນຕ້ອງຈ່າຍເງິນເພື່ອຊື້ຄືນພັນທະບັດຈາກ LGFVs (Local Government Financing Vehicles) ເຄື່ອງມືທາງການເງິນຂອງລັດຖະບານທ້ອງຖິ່ນທີ່ໃຊ້ເພື່ອລະດົມທຶນພັດທະນາໂຄງການໂຄງສ້າງພື້ນຖານໃນປະເທດ ໂດຍຖືເປັນການທົດສອບວ່າລັດຖະບານກາງຈະສາມາດຊ່ວຍລັດຖະບານທ້ອງຖິ່ນຫຼີກເວັ້ນການຜິດນັດຊຳລະໜີ້ໄດ້ຫຼືບໍ່.

ປັດຈຸບັນມີພັນທະບັດ LGFVs ມູນຄ່າ 4.65 ລ້ານລ້ານຢວນ ຫຼື 6.51 ແສນລ້ານໂດລາສະຫະລັດ ທີ່ກຳລັງຈະຄົບກຳນົດໃນອີກ 12 ເດືອນຕໍ່ໜ້າ ເຊິ່ງເປັນປະລິມານທີ່ສູງທີ່ສຸດເປັນຫວັດສາດ  ແລະ ຫຼາຍກວ່າປີຜ່ານມາປະມານ 13%.

ລັດຖະບານຈີນອອກມາດຕະການສ່ວນໜຶ່ງ ເພື່ອບັນເທົາບັນຫາໜີ້ໃນປະເທດທີ່ມີມາຢ່າງຍາວນານ ໂດຍໃຫ້ມຸມມອງແງ່ບວກໃຫ້ນັກລົງທຶນ ທີ່ເບິ່ງສັນຍານຄວາມສ່ຽງທາງການເງິນຈາກມູນໜີ້ທີ່ເພີ່ມຂຶ້ນສູງດັ່ງກ່າວ. ເມື່ອປີຜ່ານມາ ທາງການໄດ້ເປີດຕົວໂຄງການມູນຄ່າຢ່າງໜ້ອຍ 1 ລ້ານລ້ານຢວນ ເພື່ອໃຫ້ລັດຖະບານທ້ອງຖິ່ນສາມາດຫຼຸດໜີ້ບາງສ່ວນເປັນພັນທະບັດທາງການທີ່ມີອັດຕາດອກເບ້ຍຕ່ຳກວ່າ.

ໃນຂະນະທີ່ແຜນດັ່ງກ່າວຄວບຄຸມສ່ວນນ້ອຍໆຂອງໜີ້ປະມານ 9 ລ້ານໂດລາສະຫະລັດ ທີ່ບໍລິສັດເຫຼົ່ານັ້ນ ຄາດວ່າຈະຖືຄອງ ແຕ່ລັດຖະບານກໍເຫັນການຊຳລະໜີ້ກ່ອນກຳນົດເພີ່ມຂຶ້ນ ຫຼັງຈາກເປີດຕົວມາດຕະການດັ່ງກ່າວ.

ການເຄື່ອນໄຫວຂອງລັດຖະບານຈີນຈະຊ່ວຍບັນເທົາຄວາມກັງວົນຂອງນັກລົງທຶນ ເພາະການແຜ່ກະຈາຍຂອງພັນທະບັດ LGFVs ຂອງຈີນທີ່ມີເຣດຕິ້ງຕ່ຳ ຫຼຸດລົງສູ່ລະດັບຕ່ຳເປັນປະຫວັດສາດໃນເດືອນພະຈິກ 2023 ຫຼັງຈາກໂປຣແກຣມການແລກປ່ຽນໜີ້ເລີ່ມຂຶ້ນ.

ຂໍ້ມູນຈາກ: bangkook news

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/