IVE ກາຍເປັນສິລະປິນກຸ່ມທຳອິດທີ່ເຮັດ Perfect All-Kill ໄດ້ 3 ເພງພາຍໃນ 1 ປີ


ສິລະປິນທີ່ບໍ່ເຄີຍຕົກກະແສພ້ອມກັບມາແຮງຢ່າງວົງ IVE ໄດ້ພິສູດຄວາມສາມາດ, ຄວາມນິຍົມ ແລະ ຄວາມສຳເລັດຂອງພວກເຂົາໄດ້ອີກໜຶ່ງຂັ້ນ ເມື່ອຫຼ້າສຸດທາງ IVE ໄດ້ສ້າງປະຫວັດສາດໜ້າໃໝ່ໃນວົງການ K-POP ແລະ ໃນ Chart ເພງຂອງເກົາຫຼີໃຕ້.

ເມື່ອວັນທີ 7 ພະຈິກ 2023 ໃນ Chart ເພງຂອງປະເທດເກົາຫຼີໃຕ້ຢ່າງ iChart ຂອງ Instiz ໄດ້ປະກາດອອກມາຢ່າງເປັນທາງການວ່າເພງໄຕເຕິນຫຼ້າສຸດຂອງວົງ IVE ຢ່າງເພງ ‘Baddie’ ສາມາດເຮັດ Perfect All-Kill (ເພງທີ່ຂຶ້ນຄອງອັນດັບ 1 ໃນ Chart ເພງຫຼັກໃນປະເທດເກົາຫຼີໃຕ້) ເປັນທີ່ຮຽບຮ້ອຍແລ້ວນັ້ນເອງ.

ໂດຍສະຖິຕິ Perfect All-Kill ນັ້ນຈະໄດ້ຮັບການຢືນຢັນກໍຕໍ່ເມື່ອເພງໄດ້ຂຶ້ນອັນດັບ 1 ເທິງ Chart ປະຈຳວັນ (Daily) ແລະ TOP 100 ຂອງ Melon ພ້ອມຍັງຂຶ້ນອັນດັບ 1 ໃນ Chart ປະຈຳວັນ ແລະ ແບບ Real Time ຂອງ Genie ແລະ Bugs ນອກຈາກນັ້ນຍັງຕ້ອງຕິດອັນດັບ Top Songs ຂອງ YouTube Music, Chartປະຈຳວັນ VIBE, Real Time ເທິງ  FLO ແລະ iChart ລວມໄປຮອດ ອັນດັບ 1 ໃນ iChart ອີກດ້ວຍ.

ດ້ວຍຄວາມສຳເລັດນີ້ ເຮັດໃຫ້ IVE ກາຍເປັນສິລະປິນກຸ່ມທຳອິດທີ່ສາມາດເຮັດ Triple PAK ພາ 3 ຜົນງານເພງໄດ້ແກ່  ‘Kitsch’ , ‘I AM’ ແລະ ‘Baddie’ ເຮັດ Perfect All-Kill ພາຍໃນ 1 ປີ ພ້ອມກັບເປັນສິລະປິນເກົາຫຼີລຳດັບທີ 2 ທີ່ສາມາດເຮັດໄດ້ ຕໍ່ຈາກສິລະປິນດ່ຽວຢ່າງ IU.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/