France-Laos Economic Forum ເປີດໂອກາດຊອກຫາ-ຮ່ວມທຸລະກິດ ລາວ-ຝຣັ່ງ


ເວທີເສວະນາ ເສດຖະກິດ-ທຸລະກິດ ລາວ-ຝຣັ່ງ ຫຼື ງານ France-Laos Economic Forum ໄດ້ເປີດໂອກາດໃຫ້ບັນດານັກລົງທຶນຈາກປະເທດ ຝຣັ່ງ ເຂົ້າມາຊອກຫາຄູ່ຮ່ວມທຸລະກິດ ຫຼື ໂອກາດໃນການລົງທຶນໃນປະເທດລາວ ເພື່ອຊຸກຍູ້ພັດທະນາການຮ່ວມມືເສດຖະກິດສັງຄົມຂອງທັງ 2 ຊາດ ລາວ-ຝຣັ່ງ.

ງານດັ່ງກ່າວ ໄດ້ຈັດຂຶ້ນ ເພື່ອ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຝຣັ່ງ ​ແລະ ລາວ. ໂດຍ France-Laos Economic Forum ຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ແລະ ຄະນະກຳມະການທີ່ປຶກສາການຄ້າຕ່າງປະເທດຝຣັ່ງປະຈຳລາວ.

ໂດຍພາຍໃນງານດັ່ງກ່າວ ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ SME Laos ໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມ ກາລະໂອກາດ ແລະ ສິ່ງທ້າທາຍຂອງນັກລົງທຶນຈາກປະເທດຝຣັ່ງທີ່ສົນໃຈຈະມາລົງທຶນໃນ ສປປ ລາວ.

ທ່ານ ລິດທິໄກ ພູມມະສັກ ກ່າວວ່າ: “ສປປ ລາວມີທ່າແຮງຫຼາຍດ້ານທີ່ເອື້ອອຳນວຍຕໍ່ການເຕີບໂຕຂອງ ທຸລະກິດ ບໍ່ວ່າຈະເປັນການກະສິກຳທີ່ເປັນການສົ່ງອອກ, ເລື່ອງຂອງການຂົນສົ່ງທາງບົກ ລວມໄປເຖິງທຸລະກິດທີ່ກຳລັງມາແຮງໃນໄລຍະນີ້ ທີ່ຕິດພັນກັບການທ່ອງທ່ຽວ ບໍ່ວ່າຈະເປັນ ທຸລະກິດ ຮ້ານອາຫານ, ໂຮງແຮມ ແລະ ການບໍລິການຕ່າງໆ”.

ທ່ານ ລິດທິໄກ ກ່າວຕື່ມວ່າ: ປັດຈຸບັນ ຕ້ອງຍອມຮັບວ່າ ຄູ່ຮ່ວມມີທາງດ້ານທຸລະກິດ ຈາກປະເທດຝຣັ່ງ ຫຼື ຝັ່ງຢູໂຣບ ຍັງມີບໍ່ຫຼາຍເທົ່າທີ່ຄວນເທື່ອ. ເຊິ່ງສິ່ງທ້າທາຍຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງປະເທດຕ່າງທີ່ຈະມາລົງທຶນໃນລາວ ກໍຕ້ອງຄຳນຶງເຖິງເລື່ອງອັດຕາເງິນເຟີ້ ແລະ ເງິນຕາອ່ອນຄ່າ, ຕະຫຼາດລາວຍັງເປັນຕະຫຼາດນ້ອຍ ແຕ່ໃນລາວເອງກໍມີທ່າແຮງບົ່ມຊ້ອນ ເຊັ່ນການທ່ອງທ່ຽວ ທີ່ສາມາດດຶງຕ່າງປະເທດເຂົ້າມາໄດ້ຢູ່ຕະຫຼອດ ເຊິ່ງອາດຈະພຽງພໍຕໍ່ຄວາມຕ້ອງການຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ. ນອກຈາກນີ້ ກໍຍັງເລື່ອງຂອງທຸລະກິດຈາກຈີນ ທີ່ກຳລັງຂະຫຍາຍຕົວໃນສປປ ລາວ ຢ່າງກວ້າງຂວາງ ແຕ່ກໍປະຕິເສດບໍ່ໄດ້ວ່າທຸລະກິດຈີນ ກໍອາດເປັນໂອກາດ ທີ່ຈະເກື້ອກູນທູລະກິດຂອງເຮົາເອງເຊັ່ນກັນ.

ໂດຍມູນຄ່າການຄ້າລະຫວ່າງ ລາວ-ຝຣັ່ງ ໃນໄລຍະ 9 ເດືອນ ປີ 2023 ບັນລຸໄດ້ທີ່ 38 ລ້ານໂດລາ ໃນນັ້ນລາວນຳເຂົ້າ 30 ລ້ານໂດລາ ແລະ ສົ່ງອອກ 8 ລ້ານໂດລາ. ໂດຍການລົງທຶນຂອງນັກລົງທຶນຈາກ ຝຣັ່ງ ສາມາດບັນລຸໄດ້ 558 ລ້ານໂດລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/