Imposter syndrome ອາການບໍ່ໝັ້ນໃຈໃນຕົນເອງ ແລະ ຄິດວ່າຕົນເອງບໍ່ເກັ່ງ


ແມ່ນແທ້ ຫຼື ບໍ່? ຄົນຈຳນວນບໍ່ໜ້ອຍລ້ວນມີຄວາມຢ້ານກົວ, ຄວາມວິຕົກກັງວົນຢູ່ພາຍໃນໃຈ ບາງຄົນອາດຢ້ານການພົບປະກັບຜູ້ຄົນໃໝ່ໆທັ້ງໆທີ່ເປັນຄົນເຂົ້າກັບຄົນອື່ນໄດ້ງ່າຍ, ຢ້ານການເວົ້າພາສາຕ່າງປະເທດທັ້ງໆທີ່ເສັງໄດ້ຄະແນນໃນລະດັບດີ, ຢ້ານຕົນເອງເກັ່ງບໍ່ພໍທັ້ງໆທີ່ເຄີຍປະສົບຜົນສຳເລັດມາກ່ອນ ແລະ ພຶດຕິກຳອື່ນໆທີ່ມີລັກສະນະໃກ້ຄຽງ ອາການຢ້ານເຫຼົ່ານີ້ມີຊື່ວ່າ: Imposter Syndrome 

ໂຣກ Imposter Syndrome ເປັນໂຣກທີ່ຮູ້ສຶກວ່າຕົນເອງມີຄຸນຄ່າຕໍ່າ, ມີຄວາມຄິດວ່າຕົນເອງບໍ່ເກັ່ງ, ບໍ່​ໝັ້ນ​ໃຈ​ໃນ​ຕົນ​ເອງ ເຊິ່ງແມ່ນອາການທາງຈິດປະເພດໜຶ່ງ ມັນສາມາດພັດທະນາໄດ້ເຖິງຈຸດເປັນຊຶມເສົ້າໄດ້. ອາການຊຶມເສົ້າສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ, ໂດຍສະເພາະໃນສັງຄົມທີ່ມີການແຂ່ງຂັນສູງຄືດັ່ງປັດຈຸບັນ ຄົນສ່ວນຫຼາຍຈຶ່ງມີຄວາມສ່ຽງສູງທີ່ຈະເປັນໂຣກ Imposter Syndrome

ກຸ່ມຄົນທີ່ມີຄວາມສ່ຽງຕໍ່ການເປັນໂຣກ Imposter Syndrome

ທຸກຄົນສາມາດສ່ຽງເປັນອາການດັ່ງກ່າວໄດ້, ແຕ່ກຸ່ມຄົນທີ່ມີຄວາມສ່ຽງສ່ວນໃຫຍ່ແມ່ນ ຜູ້ທີ່ມີລະດັບຄວາມສໍາເລັດສູງ, ນັກວິຊາການ, ນັກຄົ້ນຄິດ, ນັກສຶກສາຈົບໃໝ່, ຫຼື ຜູ້ທີ່ຍ້າຍບ່ອນເຮັດວຽກເລື້ອຍໆ ຈົນໄປເຖິງບຸກຄົນທີ່ມີຊື່ສຽງໃນໂລກນັ້ນເອງ.

ອາການຂອງໂຣກນີ້ ສະແດງອອກໃນຫຼາຍຮູບແບບທີ່ແຕກຕ່າງກັນ ເຊັ່ນ:

1.ຄົນທີ່ມີນິດໄສຂອງຄວາມສົມບູນແບບ

ຄົນທີ່ມີຄວາມສົມບູນແບບສູງນັ້ນບໍ່ວ່າຈະເຮັດຫຍັງສິ່ງໃດຕ້ອງລະອຽດ ໂດຍຫຼີກເວັ້ນຂໍ້ບົກພ່ອງ, ແຕ່ພາຍໃນໃຈເລິກໆຍັງຮູ້ສຶກວ່າຕົນເອງກັງວົນຢູ່ວ່ານັ້ນມັນດີພໍແລ້ວຫຼືບໍ່ ແລະ ​ບໍ່​ເຊື່ອ​ໃນ​ຄວາມ​ສາ​ມາດ​ຂອງ​ຕົນ​ເອງ.

2.ກົດດັນຕົນເອງ

ເຖິງວ່າຜົນງານທີ່ຕົນເອງເຮັດນັ້ນຈະຖືກຍ້ອງຍໍ ແລະ ໄດ້ຮັບ​ການ​ຕອບ​ສະ​ໜອງ​​ດີ​ປານ​ໃດກໍຕາມ​, ແຕ່ຍັງ​ຮູ້​ສຶກ​ວ່າ​ ມັນຕ້ອງດີກວ່ານີ້.

3.ຊອກຫາຄວາມຮູ້ໃຫ້ວ່ອງໄວໃນທຸກເລື່ອງ.

ປະຕິບັດຕາມທຸກໆແນວໂນ້ມ ເພື່ອໃຫ້ຕົນເອງມີການອັບເດດຂໍ້ມູນ ແລະ ຄວາມຮູ້ໃໝ່, ເພື່ອໃຫ້ຮູ້ເຖິງທຸກສະຖານະການໃຫ້ວ່ອງໄວກວ່າຄົນອື່ນ

4.One Man Show

ມັກເຮັດທຸກຢ່າງດ້ວຍຕົນເອງ, ບໍ່ເພິ່ງພາໃຜ ເພາະຢ້ານຖືກເບິ່ງວ່າຕົນບໍ່ມີຄວາມຮູ້ ຄວາມສາມາດ.

ວິທີການແກ້ໄຂ

1.ຢ່າເກັບຄວາມຮູ້ສຶກນີ້ໄວ້ກັບຕົນເອງ

ເມື່ອມີອາການ Imposter Syndrome ໃຫ້ເລົ່າ ຫຼື ແບ່ງປັນຄວາມຮູ້ສຶກທີ່ເປັນຢູ່ໃນຂະນະນີ້ ໃຫ້ຄົນອ້ອມຂ້າງ ຫຼືວ່າ ຄົນທີ່ເຮົາໄວ້ໃຈເພື່ອຂໍຄຳແນະນຳ, ຢ່າຢູ່ຄົນດຽວຫຼາຍເກີນໄປ ແລະ ຄວນອອກໄປພົບໝູ່ເພື່ອນ.

2.ປັບແນວຄວາມຄິດ

ຈົ່ງໝັ້ນໃຈໃນຄວາມສາມາດຕົນວ່າ ສາມາດເຮັດວຽກນັ້ນໄດ້ຈິງ, ແລ້ວຄ່ອຍໆຮຽນຮູ້ ແລະ ພັດທະນາໄປເລື້ອຍໆ ຖ້າຮູ້ສຶກວ່າວຽກນັ້ນມັນໜັກເກີນໄປ ໃຫ້ຮ້ອງ​ຂໍ​ຊ່ວຍເຫຼືອ ຢ່າເກັບໄວ້ຄົນດຽວ.

3.ທຸກຄົນສາມາດເຮັດຜິດພາດໄດ້

ເລື່ອງຂອງຄວາມຜິດພາດ ບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ. ມີສຳນວນໜຶ່ງເຄີຍກ່າວວ່າ: “ກ່ອນຈະປະສົບຜົນສໍາເລັດໄດ້ ຍ່ອມໄດ້ຜ່ານຄວາມຜິດພາດນັບບໍ່ຖ້ວນ”. ເພາະສະນັ້ນ, ທຸກຄົນລ້ວນແຕ່ເຄີຍເຮັດຜິດພາດກັນທັງນັ້ນ. ຈົ່ງຢ່າຍຶດຕິດກັບມັນ ແລະ ຊອກຫາວິທີແກ້ໄຂ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ.

4.ເປີດໃຈຮັບຟັງຄວາມຄິດເຫັນ

ຫາຄົນທີ່ສະໜິດສະໜົມກັບທ່ານ ເພື່ອຂໍຄຳຄິດເຫັນໃນສິ່ງທີ່ທ່ານໄດ້ເຮັດ ຫລື ເຄີຍເຮັດຜ່ານມາ ເພື່ອໃຫ້ຮູ້ເຖິງຂໍ້ດີ ຫຼື ຈຸດບົກພ່ອງໃນວຽກງານນັ້ນ. ພ້ອມທັງ ປັບຈຸດອ່ອນ ແລະ ພັດທະນາຈຸດດີ ເພື່ອບໍ່ໃຫ້ເກີດມີຄວາມຄິດວ່າຕົນເອງມີຄຸນຄ່າຕໍ່າ.

5.ຢຸດການປຽບທຽບ

ຢຸດການປຽບທຽບຈຸດເລີ່ມຕົ້ນຂອງທ່ານ ກັບຄວາມສໍາເລັດຂອງຄົນອື່ນ ເພາະທ່ານບໍ່ຮູ້ເລີຍວ່າ ກ່ອນທີ່ພວກເຂົາຈະປະສົບຜົນສຳເລັດໄດ້ເຊັ່ນນີ້ ຍ່ອມຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ອຸປະສັກຫຼາຍໆຢ່າງມາແລ້ວ.

6.ວາງເປົ້າໝາຍທີ່ທ່ານຕ້ອງການມີ 1ປີ, 5ປີ, 10 ປີຕໍ່ໜ້າ

ທ່ານບໍ່ຈໍາເປັນຕ້ອງມີທຸກສິ່ງທຸກຢ່າງພາຍໃນໜຶ່ງເດືອນ, ເພາະນັ້ນແມ່ນໄລຍະເວລາສັ້ນໆຫຼາຍ, ແຕ່ເຮົາສາມາດວາງແຜນຕາມຄວາມສາມາດ, ຍາກ ຫລື ງ່າຍ ດ້ວຍໄລຍະເວລາທີ່ເໝາະສົມ ເພື່ອບໍ່ໃຫ້ກົດດັນຕົນເອງຫຼາຍເກີນໄປ.

ອ້າງອີງ:

https://cutt.ly/keyM3POp

https://cutt.ly/PeyM3V3w

https://cutt.ly/6eyM8u6O

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/