Hyundai ເປີດຕົວໂຮງງານລົດໄຟຟ້າທີ່ເນັ້ນໃຊ້ຫຸ່ນຍົນໃນການເຮັດວຽກເປັນຫຼັກໃນສິງກະໂປ


ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ ໃນວັນອັງຄານທີ່ຜ່ານມາ, Hyundai ບໍລິສັດຍັກໃຫຍ່ດ້ານລົດຍົນສັນຊາດເກົາຫຼີ ໄດ້ເປີດຕົວ Hyundai Motor Group Innovation Center Singapore ຢ່າງເປັນທາງການແລ້ວ, ຫຼັງຈາກທີ່ໄດ້ມີການດໍາເນີນການມາຕັ້ງແຕ່ຕົ້ນປີ ໂດຍສາມາດຜະລິດລົດໄຟຟ້າໄດ້ 30,000 ຄັນຕໍ່ປີ.

ໃນຖະແຫຼງການໄດ້ລະບຸວ່າ ໂຮງງານໃນສິງກະໂປຈະພັດທະນາຕົນເອງໃຫ້ກາຍເປັນໜຶ່ງໃນສອງເສົາຫຼັກດ້ານນະ​ວັດ​ຕະ​ກຳຂອງ Hyundai Motor Group ທີ່ຈະເປັນຜູ້ນໍາໃນອະນາຄົດຂອງບໍລິສັດໃນຍຸກການໃຊ້ຍານພາຫະນະໄຟຟ້າໃນອີກ 50 ປີຂ້າງໜ້າ.

ໂດຍລັກສະນະພິເສດຂອງໂຮງງານນີ້ແມ່ນມະນຸດ ແລະ ຫຸ່ນຍົນຈະເຮັດວຽກໄປຄວບຄູ່ກັນ, ສຳລັບວຽກງານເຄິ່ງໜຶ່ງໃນໂຮງງານຈະມອບໝາຍໃຫ້ຫຸ່ນຍົນຈຳນວນ 200 ຕົວເຮັດວຽກ. ໂດຍບໍລິສັດ Hyundai ຈະໃຊ້ວິທີການຜະລິດໃນຮູບແບບໃໝ່ ທີ່ຈະປ່ຽນແປງຈາກສາຍພານການຜະລິດແບບດັ້ງເດີມ ໃຫ້ມີການເຊື່ອມໂຍງກັບໂລກແຫ່ງຄວາມຈິງ ແລະ ໂລກສະເໝືອນຈິງແບບ real-time , ເຮັດໃຫ້ມະນຸດ ແລະ ຫຸ່ນຍົນສາມາດເຮັດວຽກຮ່ວມກັນໄດ້ຢ່າງເຕັມທີ່ແບບທີ່ບໍ່ເຄີຍມີມາກ່ອນ.

ໂດຍພະນັກງານທີ່ເປັນມະນຸດຈະ “ສາມາດຈຳລອງການເຮັດວຽກໃນພື້ນທີ່ດິຈິຕອນ virtual ຫຼື metaverse ໄດ້. ໃນຂະນະທີ່ຫຸ່ນຍົນເຄື່ອນຍ້າຍພາກສ່ວນໃນສາຍການຜະລິດ” . ໂດຍຫຸ່ນຍົນຈະມີໜ້າທີ່ປະກອບ, ກວດກາ, ຈັດການໂຮງງານຜະລິດ ແລະ ດຳເນີນຂະບວນການຈັດການກ່ຽວກັບຊິ້ນສ່ວນຕ່າງໆ, ສັ່ງຊື້ ແລະ ຂົນສົ່ງຫຼາຍກວ່າ 60%. ເຊິ່ງນີ້ຈະຊ່ວຍໃຫ້ມະນຸດມີເວລາໃຫ້ຄວາມສຳຄັນກັບໜ້າທີ່ໃນການສ້າງສັນ ​ແລະ​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ.

ປັດຈຸບັນໂຮງງານແຫ່ງນີ້ໄດ້ຜະລິດລົດໄຟຟ້າ IONIQ 5 ແລະ IONIQ 5 ອັດຕະໂນມັດຢ່າງເຕັມຮູບແບບ ທີ່ຮູ້ຈັກກັນໃນນາມ robotaxis ທີ່ສາມາດຂັບເຄື່ອນໄດ້ໂດຍບໍ່ຕ້ອງມີຄົນຂັບ. ເຊິ່ງບໍລິສັດ Hyundai ຈະເລີ່ມຜະລິດ IONIQ 6 ຢູ່ໂຮງງານແຫ່ງນີ້ນັບຕັ້ງແຕ່ປີໜ້າເປັນຕົ້ນໄປ.

ທີ່ມາ:

bangkokbiznews

finance

hyundai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/