ລັດຖະບານລາວ ເລັ່ງປັບປຸງສະພາບແວດລ້ອມການລົງທຶນ ໃຫ້ເອື້ອຕໍ່ການດຳເນີນທຸລະກິດ ຟື້ນຟູເສດຖະກິດ


ທ່າມກາງ​ຄວາມ​ພະຍາຍາມໃນການ​ຟື້ນ​ຟູ​ເສດຖະກິດ ​ແລະ ຫຼຸດຜ່ອນ​ລະດັບ​ຄວາມທຸກ​ຍາກ, ລັດຖະບານ ສປປ ລາວ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ເຮັດ​ວຽກ​ພາກ​ເອກະ​ຊົນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ.

ກອງປະຊຸມດັ່ງກ່າວໄດ້ເປັນເວທີໃຫ້ກັບ​ລັດຖະບານ, ພາກ​ເອກະ​ຊົນ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ຢູ່​ລາວ.

ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ພ້ອມກັບຕາງໜ້າຈາກຄູ່ຮ່ວມມືສາກົນ, ຕາງໜ້າຈາກພາກທຸລະກິດ ຕ່າງໆ, ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ບັນດາ​ອົງການ, ບັນດາ​ກະຊວງ, ສະຖານທູດ, ຄູ່​ຮ່ວມ​ມື​ພັດທະນາ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ກ່ວາ 80 ທ່ານ.

ທ່ານ​ຮອງ​ລັດຖະມົນຕີ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ເສດຖະກິດ​ມະຫາ​ພາກ​ໃນ​ປັດຈຸ​ບັນ.

ທ່ານ ບຸນເຖິງ ກ່າວວ່າ: “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພວກ​ເຮົາ​ໄດ້​ປະຕິ​ຮູບ​ຫຼາຍ​ຢ່າງ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ຄວາມ​ຫຼາກ​ຫຼາຍ​ດ້ານ​ເສດຖະກິດ ​ແລະ ຫຼຸດຜ່ອນ​ການ​ອີງ​ໃສ່​ບັນດາ​ຂະ​ແໜງ​ຊັບພະຍາກອນ​ທີ່​ເປັນ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ຕົ້ນຕໍ.”

ການປະຕິຮູບປັບປຸງສະພາບແວດລ້ອມການຄ້າ ແລະ ການລົງທຶນ ແມ່ນລວມເຖິງການປັບປຸງວຽກງານການຄວບຄຸມການລົງທຶນ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ກອງປະຊຸມໄດ້ຍົກໃຫ້ເຫັນຂໍ້ຈຳກັດຂອງການລົງທຶນຂອງເອກະຊົນ ລວມທັງການຂາດແຄນສີມືແຮງງານໃນຕະຫຼາດແຮງງານລາວ ຕາມການລາຍງານຂອງທະນາຄານໂລກ, ພ້ອມທັງມີ ຜົນການຄົ້ນຄວ້າ ແລະ ຄຳແນະນຳທີ່ສຳຄັນຂອງສະພາການຄ້າ ແລະ ອຸດສາຫະກຳ ຢູໂຣບ ປະຈຳລາວ ແລະ ການສຳຫຼວດຄວາມຮູ້ສຶກທາງທຸລະກິດຮ່ວມກັນໂດຍຜູ້ຕາງໜ້າຂອງສະຫະພາບຢູໂຣບ ແລະ  ສະພາການຄ້າ ອຸດສາຫະກຳ ແຫ່ງຊາດລາວ.

ທ່ານເອກອັກຄະລັດຖະທູດ ສະຫະພາບ ຢູໂຣບ ນາງ Marciulionyte ກ່າວວ່າ “ຄະນະປະຕິບັດງານນີ້ຊ່ວຍໃຫ້ພວກເຮົາເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ, ພິຈາລະນາທັດສະນະຂອງຜູ້ມີສ່ວນຮ່ວມທີ່ສໍາຄັນທັງໝົດ, ເພື່ອເຮັດໃຫ້ນະໂຍບາຍ ຍຸດທະສາດ ແລະ ໂຄງການສະໜັບສະໜູນທີ່ດີກວ່າ, ເພື່ອແກ້ໄຂຂໍ້ບົກຜ່ອງຂອງທຸລະກິດທີ່ພວກເຮົາກຳລັງປະເຊີນຢູ່”

http://www.vientianetimes.org.la/sub-new/Business/Business_229Industry_23.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/