ເນື່ອງຈາກໃນປັດຈຸບັນກະເເສຂອງ AI ກຳລັງມາເເຮງ ເຮັດໃຫ້ບໍລິສັດຍັກໃຫຍ່ຫຼາຍບໍລິສັດຫັນມາມີສ່ວນຮ່ວມໃນອຸດສາຫະກຳ AI ຫຼາຍຂຶ້ນ. ຫຼ້າສຸດ Huawei ບໍລິສັດຍັກໃຫຍ່ດ້ານເທັກໂນໂລຢີ ສັນຊາດຈີນເອງກໍປະກາດເປີດຕົວຄູ່ເເຂ່ງຂອງ ChatGPT ຊື່ວ່າ PanGu Chat ເເລະ ຄາດວ່າຈະເປີດຕົວ AI ດັ່ງກ່າວໃນງານ Huawei Developer Conference (Cloud) ໃນວັນທີ 7 ເດືອນກໍລະກົດທີ່ກຳລັງຈະມາຮອດນີ້.
ເຊິ່ງໃນລາຍງານໄດ້ເປີດເຜີຍວ່າ Huawei ໄດ້ມີການທົດລອງການເຮັດວຽກຂອງ PanGu Chat ໂດຍໃຊ້ Cloud Model ຂະໜາດໃຫຍ່ທີ່ ມີພາລາມິເຕີເຖິງ 100 ຕື້ພາລາມິເຕີ. ໂດຍບໍລິສັດ Huawei ໄດ້ໃຊ້ຊິບເຊັດ Huawei Ascend 910 ກວ່າ 2.000 ຊຸດໃນການເຝິກອົບຮົມເປັນເວລາ 2 ເດືອນ.

ອີງຈາກຂໍ້ມູນຂອງນັກວິເຄາະອຸດສາຫະກໍາ, ກາດຈໍ GPU / TPU ຫຼາຍກວ່າ 4.000 ໃບໄດ້ຖືກນໍາໃຊ້ໃນການເຝິກອົບຮົມ model ຈຳລອງຂະໜາດໃຫຍ່ໃນແຕ່ລະປີ ແລະ ສູນເສຍພະລັງງານໃນການປະມວນຜົນ model ຂະໜາດໃຫຍ່ໃນສາມປີສູງເຖິງ 960 ລ້ານຢວນ.
ນອກຈາກນີ້ ຂໍ້ມູນສະເພາະຂອງຮຸ່ນ PanGu-E ຍັງເຜີຍໃຫ້ເຫັນວ່າ ມັນສາມາດສົ່ງອອກພາລາມິເຕີຢ່າງໜ້ອຍໄດ້ເຖິງ 1.085 ພັນຕື້ພາລາມິເຕີ ເຊິ່ງທຽບເທົ່າກັບຄວາມສາມາດຂອງ GPT 4 (Open AI). ຕົວ model ທີ່ພັດທະນາໂດຍ Huwei ຍັງໃຊ້ MindSpore framework ເຊິ່ງສາມາດສ້າງບົດສົນທະນາໄດ້ເຖິງລະດັບ GTP-3.5
ຢ່າງໃດກໍຕາມ Pangu Chat ນີ້ອາດຈະບໍ່ໄດ້ເປີດໃຫ້ບໍລິການໃຫ້ໃຊ້ໄດ້ທົ່ວໄປ ເເຕ່ຈະເປັນໃຫ້ໃຊ້ງານສະເພາະກຸ່ມຂອງລັດຖະບານ ເເລະ ລູກຄ້າໃນອົງກອນເທົ່ານັ້ນ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/