
ຫຼັງຈາກທີ່ທາງ Google Earth ບໍ່ໄດ້ອັບເດດຫຍັງຫຼາຍເປັນເວລາດົນນານ ແຕ່ມາເທື່ອນີ້ໃນຮອບ 4 ປີ ທາງ Google Earth ໄດ້ເພີ່ມແຖບເຄື່ອງມືໃໝ່ຊື່ວ່າ “ເວລາ Timelapse” ເພື່ອໃຫ້ເຮົາສາມາດກັບໄປເບິ່ງການປ່ຽນແປງທີ່ຜ່ານມາຂອງໂລກໄດ້ໄກເຖິງ 37 ປີ.

ປັດໄຈຫຼັກຂອງຟີເຈີ Timelapse ທີ່ເພີ່ມຂຶ້ນມານີ້ອາດບໍ່ເປັນພຽງແຕ່ ເພື່ອໃຫ້ສາມາດກັບໄປເບິ່ງສະພາບພື້ນໂລກໃນເຂດຕ່າງໆເທົ່ານັ້ນ, ແຕ່ຍັງເປັນການເຮັດໃຫ້ຄົນເຮົາຄຳນຶງເຖິງສະພາບການປ່ຽນແປງຂອງໂລກ ແລະ ສະພາບແວດລ້ອມທີ່ປ່ຽນແປງໄປໄວ ຈາກການກະທຳຂອງຄົນເຮົາ.
ສາມາດຮັບຊົມວີດີໂອການປ່ຽນແປງຂອງໂລກຈາກປີ 1984 ເຖິງ 2020 ໄດ້ທີ່:
ໂດຍວີດີໂອຈາກ Timelapse ຈະສະແດງຮູບພາບການປ່ຽນແປງຂອງພື້ນທີ່ຕ່າງໆທົ່ວໂລກເຊິ່ງຜູ້ໃຊ້ສາມາດເລືອກພື້ນທີ່ໄດ້ຕາມໃຈ ແລະ ຍັງສາມາດເລືອກເບິ່ງສະພາບແວດລ້ອມບໍ່ວ່າຈະເປັນສະພາບຂອງປ່າໄມ້, ແຫຼ່ງພະລັງງານ, ການລະລາຍຕົວຂອງນ້ຳແຂງ, ການຂະຫຍາຍຕົວຂອງຊຸມຊົນໃນເມືອງຕ່າງໆ.
ການສະແດງຮູບການປ່ຽນແປງເຊັ່ນນັ້ນທາງ Google ເອງຕ້ອງໃຊ້ຮູບພາບຈາກດາວທຽມຂອງ NASA ແລະ ອົງກອນທີ່ກ່ຽວຂ້ອງການສຳຫຼວດທໍລະນີວິທະຍາ ແລະ ອະວະກາດຫຼາຍກວ່າ 24 ລ້ານຮູບມາຮຽງທັບກັນເພື່ອໃຫ້ໄດ້ອອກມາເປັນວີດີໂອ.
ສຳລັບຜູ້ທີ່ສົນໃຈເບິ່ງສະພາບການປ່ຽນແປງຂອງພື້ນໂລກກໍສາມາດເຂົ້າໄປເບິ່ງໄດ້ໃນ Playlist ທີ່ Google ໄດ້ຮວບຮວມໄວ້ແລ້ວ ຫຼື ໃຜທີ່ຢາກເຂົ້າໄປເບິ່ງການປ່ຽນແປງໃນພື້ນທີ່ທີ່ຕົນເອງຕ້ອງການເບິ່ງກໍສາມາດເຂົ້າໄປຊອກຫາໄດ້ທີ່: https://earthengine.google.com/timelapse/
ຂໍຂອບໃຈຂໍ້ມູນຈາກ:
- https://news.thaiware.com/20100.html
- https://www.facebook.com/story.php?story_fbid=3855150274592607&id=743982799042719
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/