Facebook ຫຼົ້ມ 6 ຊົ່ວໂມງ ລາມໄປຮອດ Instagram WhatsApp ແລະ Messenger


ໃນຄືນທີ່ຜ່ານມາ ຊ່ອງທາງໂຊຊຽວມີເດຍດັງຢ່າງເຟສບຸກບໍ່ສາມາດໃຊ້ງານໄດ້ໃນເວລາປະມານ 10 ໂມງຕອນກາງຄືນ ພ້ອມທັງລາມໄປຮອດຊ່ອງທາງໃນເຄືອຂອງຕົນບໍ່ວ່າຈະເປັນ Instagram, WhatsApp, Messenger… ເຊິ່ງລາກຍາວໄປກວ່າ 6 ຊົ່ວໂມງ. ໂດຍການຫຼົ້ມຄັ້ງນີ້ຂອງທັງສາມຊ່ອງທາງໃຫຍ່ນັ້ນນັບວ່າເປັນການລົ້ມເຫຼວໃນການໃຫ້ບໍລິການທາງໂຊຊຽວທີ່ໃຫຍ່ທີ່ສຸດ ເນື່ອງຈາກວ່າມີຜູ້ໃຊ້ບັນຊີລາຍງານບັນຫາການໃຊ້ງານສູງເຖິງ 10.6 ລ້ານ ຄົນທົ່ວໂລກ.

ການລົ້ມເຫຼວການໃຫ້ບໍລິການເປັນເວລາດົນນານແບບນີ້ນັ້ນບໍ່ຄ່ອຍຈະເກີດຂຶ້ນ ເຊິ່ງຄັ້ງຫຼ້າສຸດກໍຄືເມື່ອປີ 2019 ເຊິ່ງໃຊ້ເວລາກວ່າ 14 ຊົ່ວໂມງທົ່ວໂລກທີ່ເຟສບຸກຈະດຶງການໃຫ້ບໍລິການກັບຄືນມາໄດ້. ຖ້າໃຫ້ຈິນຕະນາການວ່າຄົນຄົນໜຶ່ງບໍ່ໄດ້ໃຊ້ເຟສບຸກເປັນເວລາ 14 ຊົ່ວໂມງກໍອາດຈະເບິ່ງວ່າບໍ່ຫຼາຍ ແຕ່ເພື່ອທຽບກັບສະຖິຕິໃນມຸມຂອງຜູ້ໃຫ້ບໍລິການແລ້ວ ພາຍໃນ 1 ນາທີຂອງເຟສບຸກມີ 243,055 ຮູບໄດ້ຖືກອັບໂຫຼດ, 100,000 ຄຳຂໍເປັນໝູ່ ແລະ 15,277,777 ໄລຄ໌. ພຽງຊົ່ວໂມງດຽວກໍມີຜົນກະທົບຢ່າງຫຼວງຫຼາຍແລ້ວ.

ຫຼັງຈາກພົບວ່າທາງແອັບຫຼົ້ມຫົວໜ້າທາງໜ່ວຍເທັກໂນໂລຢີຂອງເຟສບຸກກໍໄດ້ຂຽນຂໍ້ຄວາມໃຫ້ຜູ້ໃຊ້ໄດ້ຮັບຮູ້ຜ່ານຊ່ອງທາງທະວິດເຕີໂດຍບອກວ່າລະບົບກຳລັງແກ້ໄຂ ເຊິ່ງດຶງເວລາໄປກວ່າ 6 ຊົ່ວໂມງຈຶ່ງກັບມາໃຊ້ງານໄດ້. ສາເຫດຂອງບັນຫາດັ່ງກ່າວຍັງບໍ່ສາມາດລະບຸໄດ້ຢ່າງເປັນທາງການ, ແຕ່ຜູ້ຊ່ຽວຊານໄດ້ຄາດວ່າໜ້າຈະເປັນຄວາມຜິດພາດຂອງ DNS ຊື່ລະບົບໂດເມນຂອງເວັບໄຊເຟສບຸກ.

ມີບໍລິສັດໃຫ້ບໍລິການທາງໂຊຊຽວໄດ້ພາກັນຢອກທັງເຟສບຸກ ແລະ ແອັບໃນເຄືອເຊັ່ນ: ທະວິດເຕີໄດ້ຂຽນທະວີດວ່າສະບາຍດີທຸກໆ ເຊິ່ງສື່ໄດ້ວ່າຜູ້ໃຊ້ບໍລິການຈາກຊ່ອງທາງອື່ນກຳລັງໃຊ້ຊ່ອງທາງຂອງຕົນ ລວມໄປເຖິງຕົວ Instagram ເອງກໍໄດ້ມາຕອບສະບາຍດີວັນຈັນພ້ອມອີໂມຈິຕາລາຍ. ນອກຈາກນີ້ກໍຍັງມີຊ່ອງທາງອື່ນໆ ທີ່ໄດ້ຕາມເຂົ້າໄປຢອກພວກເຂົາໃນທະວິດເຕີຕໍ່ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/