ຍີ່ປຸ່ນ ຈະຊ່ວຍລາວຕັດເສັ້ນທາງໃໝ່ ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນໄປຮ່າໂນ້ຍ (ຫວຽດນາມ)


ສປປ ລາວປັດຈຸບັນທາງດ້ານຄົມມະນາຄົມກໍກຳລັງເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະທາງລົດໄຟກໍກຳລັງຈະສຳເລັດ ສ່ວນເສັ້ນທາງຕັດໃໝ່ຈາກຕົວເມືອງໜຶ່ງໄປຍັງອີກຕົວເມືອງກໍສຳເລັດຫຼາຍແລ້ວ ເຊັ່ນທາງດ່ວນໄປວັງວຽງ ຫຼື ເສັ້ນທາງຕັດໃໝ່ອື່ນໆ. ການຄົມມະນາຄົມກໍຍັງຂະຫຍາຍໄປບໍ່ໝົດພຽງເທົ່ານີ້ ເພາະເມື່ອບໍ່ດົນມານີ້ ທາງຄົມມະນາຄົມໄດ້ມີການສຳຫຼວດສຶກສາເລືອກແບບໂຄງສ້າງທາງດ່ວນ ຈາກນະຄອນຫຼວງວຽງຈັນໄປຍັງເມືອງຮ່າໂນ້ຍ ປະເທດຫວຽດນາມ, ໂດຍທາງຍີ່ປຸ່ນຈະເຂົ້າມາຊ່ວຍເຫຼືອລາວໃນຄັ້ງນີ້.

ຜົນສໍາຫຼວດສຶກສາເລືອກແບບ: ໂຄງການສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ Laos- Vietnamese push for mega infrastructure projects Vientiane-Hanoi Expressways .

ແບບທີ 1: ໄລຍະທາງ 725 ກມ ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ຫາ ຮາໂນ້ຍ ເຊິ່ງເປັນຖະໜົນ 6 ເລນ ເລີ່ມຈາກ ນະຄອນຫຼວງວຽງຈັນ-ປາກຊັນ-ວຽງທອງ-ຄັນທຸຍ-ຮ່າໂນ້ຍ, ຄາດວ່າຈະໃຊ້ງົບປະມານໃນການກໍ່ສ້າງທີ່ 5.23 ຕື້ໂດລາສະຫະລັດ.

ແບບທີ 2: ໄລຍະທາງ 730 ກມ ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ຫາ ຮາໂນ້ຍ ເຊິ່ງເປັນຖະໜົນ 6 ເລນ ເລີ່ມຈາກ ນະຄອນຫຼວງວຽງຈັນ-ນາແພງ-ໄຊສົມບູນ-ຊຽງຂວາງ-ຊໍາເໜືອ-ຮ່າໂນ້ຍ, ຄາດວ່າຈະໃຊ້ງົບປະມານໃນການກໍ່ສ້າງທີ່ 9,27 ຕື້ໂດລາສະຫະລັດ.

ເຊິ່ງຜົນການສຶກສາທັງສອງເສັ້ນທາງນີ້ ແບບແຜນເປັນໄປໄດ້ກວ່າໝູ່ແມ່ນ ແບບທີ 1 ,ຄາດວ່າທັງສອງປະເທດພວມຈະເລັ່ງລັດປະສານຄວາມຮ່ວມມືກັນໃຫ້ໄວຂຶ້ນໃນການຈັດຕັ້ງ ເລີ່ມລົງມືກໍ່ສ້າງໄວໆນີ້.

ນອກຈາກນີ້ ລັດຖະບານຂອງສອງປະເທດ ຍັງມີແຜນສ້າງທາງລົດໄຟ ໄລຍະທາງ 555 ກມ ເຊື່ອມໃສ່ທ່າເຮືອ ວຽງຈັນ-ທ່າແຂກ-ວຸງອ່າງ (ທ່າເຮືອລາວ) ທີ່ແຂວງຮ່າຕິງ ສສ.ຫວຽດນາມ ຕື່ມອີກ ໂດຍມີພື້ນທີ່ຢູ່ ສປປ ລາວ ໄລຍະ 452 ກມ ແລະ ທາງຝັ່ງຫວຽດນາມ 103 ກມ.

ອົງກອນຍີ່ປຸ່ນ JAICA ໄດ້ກ່າວວ່າທັງສອງປະເທດລະຫວ່າງ ລາວ-ຫວຽດນາມ ຄວນມີເສັ້ນທາງເມືອງຫຼວງຂຶ້ນມາເຊື່ອມຕໍ່ກັນ ເພື່ອຮ່ວມມືພັດທະນາລະບົບເສດຖະກິດໃຫ້ສະດວກງ່າຍຂຶ້ນ ແລະ ຍີ່ປຸ່ນເອງກໍພ້ອມຈະສະໜັບສະໜູນການກໍ່ສ້າງຢ່າງເຕັມທີ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/