Facebook ບໍ່ສົນໃຈກະແສຕະຫຼາດໂລກ ເດີນໜ້າລົງທຶນພັດທະນາ Metaverse ຕໍ່ໄປ ເຖິງຈະຂາດທຶນຢ່າງຕໍ່ເນື່ອງ

Facebook

ປີ 2022 ເອີ້ນໄດ້ວ່າເປັນປີທີ່ຍາກລຳບາກສຳລັບ Metaverse ເນື່ອງຈາກບໍ່ໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ແລະ ຂາດທຶນໄປຈຳນວນຫຼວງຫຼາຍໃນການສ້າງແພລັດຟອມໂລກສະເໝືອນຈິງນີ້. ຢ່າງໃດກໍຕາມເບິ່ງຄືວ່າ Meta ບໍລິສັດແມ່ຂອງ Facebook ຈະບໍ່ສົນໃຈກັບສະຖານະການດັ່ງກ່າວ ພ້ອມກັນນັ້ນທາງບໍລິສັດຍັງເປີດໂຄງການໃໝ່ສວນທາງກັບທິດທາງຕະຫຼາດອີກພ້ອມ.

Facebook

ໂດຍຫຼ້າສຸດນີ້ ແອນດຣູວ ບອສເວີດ (Andrew Bosworth) ປະທານຝ່າຍເທັກໂນໂລຢີຂອງ Reality Labs ໜ່ວຍງານທີ່ເນັ້ນພັດທະນາເທັກໂນໂລຢີ AR ແລະ VR ຂອງບໍລິສັດ Meta ໄດ້ອອກມາປະກາດຜ່ານບລັອກວ່າ Meta ກຳລັງຈະໃຊ້ງົບປະມານ 20% ຈາກງົບປະມານຄ່າໃຊ້ຈ່າຍໃນປີ 2023 ໃນການພັດທະນາໂຄງການ Metaverse ຕໍ່ໄປ, ຂະນະທີ່ການພັດທະນາ AR (Augmented Reality) ຈະກິນສ່ວນແບ່ງຂອງງົບປະມານດັ່ງກ່າວໄປປະມານ 10% ເຊິ່ງທຽບເທົ່າ ກັບງົບປະມານປີທີ່ຜ່ານມາ.

Facebook

ຂະນະທີ່ພາວະເສດຖະກິດຕົກຕໍ່າທົ່ວໂລກ ແລະການທີ່ Meta ຕ້ອງຂາດທຶນຈາກຄ່າດຳເນີນການດ້ານ Metaverse ຕໍ່ເນື່ອງມາດົນນານຫຼາຍປີ ເຮັດໃຫ້ Meta ຕ້ອງປະເຊີນກັບສຽງວິຈານຂອງນັກລົງທຶນ ຈາກການໃຊ້ງົບປະມານໄປໃນໂຄງການ Metaverse ໄປແລ້ວ 9.400 ລ້ານໂດລາ ໃນໄລຍະ 3 ໄຕມາດທຳອິດຂອງປີ 2022.


ຢ່າງໃດກໍຕາມ ແອນດຣູວ ບອສເວີດ ກ່າວວ່າ ການຍົກເລີກແຜນການລົງທຶນທຸກຢ່າງທີ່ພະຍາຍາມຝ່າຟັນມາ ອາດເຮັດໃຫ້ເກີດ “ຜົນ ທີ່ຮຸນແຮງ” ກັບບໍລິສັດໄດ້ ພ້ອມນັ້ນ ແອນດຣູວ ຍັງຊີ້ວ່າ ພວກເຂົາຈະຕ້ອງອົດທົນຖ້າຜົນທີ່ໄດ້ນີ້ ອາດຈະມາໃນໄລຍະເວລາອີກຫຼາຍສິບປີ.

Facebook

ທັງນີ້ ເນື່ອງຈາກຄວາມຕ້ອງການຂອງບໍລິສັດທີ່ມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານເທັກໂນໂລຢີ AR ແລະຈາກຍອດໃຊ້ລາຍວັນຂອງ Facebook ທີ່ສູງເປັນປະຫວັດການ ເຮັດໃຫ້ບໍລິສັດຍັງຄົງໝັ້ນໃຈໃນການໃຊ້ງົບປະມານລົງທຶນກວ່າ 20% ໃນ Reality Labs ໂດຍພວກເຂົາໃຫ້ເຫດຜົນວ່າ ພວກເຂົາຕ້ອງການພັດທະນາເທັກໂນໂລຢີທີ່ຈະເປັນຮາກຖານສຳລັບອະນາຄົດຕໍ່ໄປ.

ຢ່າງໃດກໍຕາມ ຄາດວ່ານັກລົງທຶນໃນບໍລິສັດ Meta ອາດຈະຕ້ອງລໍຖ້າໄປອີກໄລຍະໜຶ່ງ ກວ່າທີ່ໂຄງການ AR ດັ່ງກ່າວຈະອອກຜົນ ໂດຍ ແອນດຣູວ ລະບຸວ່າ ບໍລິສັດຍັງຄົງຕ້ອງການເວລາໃນການພັດທະນາແວ່ນຕາ AR ຕໍ່ໄປອີກໄລຍະນຶ່ງ ເພື່ອໃຫ້ແວ່ນຕາດັ່ງກ່າວມີຂະໜາດໜ້ອຍລົງ ເພື່ອທີ່ຜູ້ໃຊ້ງານຈະໄດ້ໃສ່ສະດວກສະບາຍຂຶ້ນຍິ່ງຂຶ້ນ ແລະຊົງພະລັງຍິ່ງຂຶ້ນ ພ້ອມໆກັບອັດຕາການໃຊ້ພະລັງງານ  ແລະ  ຄວາມຮ້ອນທີ່ລົດລົງໄປຫຼາຍກວ່ານີ້ອີກ.

Facebook

ນອກນີ້ ພະແນກ Reality Labs ຂອງ Meta ແມ່ນຍັງຄົງມຸ່ງໝັ້ນພັດທະນາລະບົບພື້ນຖານຂອງຕົວແທນຜູ້ໃຊ້ (Avatar) ທີ່ຈະມີການອັບເດດເພີ່ມເລື້ອຍໆ ໃນປີ 2023 ທີ່ກຳລັງຈະມາຮອດນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/