Ethereum ໄດ້ຍົກລະດັບລະບົບຄັ້ງໃຫຍ່! ອັບເກຣດ Dencun ເພື່ອຫຼຸດຄ່າທຳນຽມໃນ Layer 2


ເປັນອີກໜຶ່ງບາດກ້າວທີ່ສໍາຄັນສໍາລັບເຄືອຂ່າຍ Ethereum (ETH) ທີ່ໄດ້ມີການຍົກລະດັບລະບົບ “Dencun” ເປັນທີ່ຮຽບຮ້ອຍ. ຖືໄດ້ວ່າເປັນການຍົກລະດັບລະບົບຄັ້ງທຳ​ອິດ​ໃນ​ຮອບ​ເກືອບ 1 ປີ ນັບ​ຕັ້ງ​ແຕ່​ການ​ອັບເກຣດ Shapella ໃນ​ເດືອນ​ເມ​ສາ 2023 ທີ່ຜ່ານມາ.

ໃນວັນທີ 13 ມີນາ, ເຄືອຂ່າຍ blockchain Ethereum ໄດ້ເລີ່ມດຳເນີນການ hardfork ຄັ້ງສໍາຄັນໃນຊື່ “Dencun” ທີ່ມີຄຸນລັກສະນະໃນການພັດທະນາລະບົບ Layer 2 ທີ່ເຮັດໃຫ້ຄ່າທຳນຽມໃນການເຮັດທຸລະກໍາຖືກລົງ ແລະ ປັບປຸງຄວາມສາມາດໃນການຂະຫຍາຍຂະໜາດໂດຍລວມຂອງ Ethereum.

ການພັດທະນາຄັ້ງສໍາຄັນນີ້ ຈະເປັນການລວມຂໍ້ສະເໜີໃນການປັບປຸງ EIP ທັງໝົດ 9 ຮູບແບບ, ໂດຍຈະສຸມໃສ່ວິທີການຈັດການ ແລະ ປະມວນຜົນທຸລະກຳໃນ Layer. ລວມທັງການປັບປຸງລະບົບຄວາມເຫັນດີເຫັນພ້ອມ ແລະ ວິທີທີ່ຜູ້ເຂົ້າຮ່ວມເຄືອຂ່າຍສາມາດສະແດງຄວາມຄິດເຫັນຂອງເຂົາເຈົ້າຜ່ານ blockchain ໄດ້.

ໂດຍສະເພາະແມ່ນ EIP-4844 ຫຼື ທີ່ເອີ້ນກັນວ່າ proto-danksharding ນີ້ຈະຊ່ວຍເຮັດໃຫ້ຄ່າທໍານຽມໃນການເຮັດທຸລະກໍາໃນ Layer 2 ຫຼຸດລົງຢ່າງຫຼວງຫຼາຍ. ເພື່ອທີ່ຈະເຮັດໃຫ້ແອັບພລິເຄຊັນສາມາດເຂົ້າເຖິງຜູ້ໃຊ້ໄດ້ຫຼາຍຂຶ້ນ ແລະ ຊ່ວຍໃຫ້ L2 ຂອງEthereum ສາມາດເຕີບໂຕຕໍ່ໄປໄດ້.

ຢ່າງໃດກໍຕາມ, ການຫຼຸດຜ່ອນຄ່າທໍານຽມທີ່ສັນຍາໄວ້ຈະບໍ່ມີຜົນກະທົບຕໍ່ຜູ້ໃຊ້ Ethereum mainnet, ອີງຕາມ Max Wadington, ນັກວິເຄາະການຄົ້ນຄວ້າຂອງບໍລິສັດ Fidelity Investments ໃນວັນທີ 6 ມີນາທີ່ຜ່ານມາ.

“ໃນໄລຍະສັ້ນ, ຜູ້ໃຊ້ທີ່ຕ້ອງການຮັບຜົນປະໂຫຍດຈາກການປ່ຽນແປງຄ່າທໍານຽມນີ້ຈະຕ້ອງເສຍສະຫຼະການແບ່ງຂັ້ນຄຸ້ມຄອງ ແລະ ຄວາມປອດໄພບາງຢ່າງໂດຍການເຮັດທຸລະກໍາໃນ L2 ແທນ Ethereum. ເຊິ່ງນີ້ຈະຊຸກຍູ້ໃຫ້ຜູ້ໃຊ້ເຊື່ອມຕໍ່ກັບສິນຊັບທີ່ຢູ່ບ່ອນອື່ນຫຼາຍຂຶ້ນ. ຢ່າງໃດກໍຕາມ, ພວກເຮົາເຊື່ອວ່າການເຮັດທຸລະກໍາໃນແອັບພິເຄຊັນຂອງ Ethereum ຍັງຄົງເປັນທາງເລືອກທີ່ດີທີ່ສຸດ (ໂດຍສະເພາະແມ່ນການເຮັດທຸລະກໍາທີ່ມີມູນຄ່າສູງ) ໃນໄລຍະກາງ ເນື່ອງຈາກວ່າແພລັດຟອມ L2 ສືບຕໍ່ເຕີບໃຫຍ່ຂຶ້ນເລື້ອຍໆ”

ຫຼັງຈາກ hardfork ສໍາເລັດແລ້ວ, ລາຄາຂອງ Ethereum ບໍ່ມີການຟື້ນຕົວທີ່ໜ້າປະທັບໃຈເທົ່າໃດ, ອີງຈາກຂໍ້ມູນຈາກ CoinMarketCap ສະແດງໃຫ້ເຫັນວ່າ ETH ປັດຈຸບັນຊື້ຂາຍຢູ່ທີ່ປະມານ 3,970 ໂດລາ, ເຊິ່ງຫຼຸດລົງ 1.81% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

cointelegraph

WEB_3_GUY

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/