ບົດບາດ Harry Potter ເຮັດໃຫ້ Daniel Radcliffe ກາຍເປັນຄົນຕິດເຫຼົ້າ


ຊື່ສຽງອັນໂດ່ງດັງຈາກຮູບເງົາເວດມົນ Harry Potter ເຮັດໃຫ້ນັກສະແດງຜູ້ຮັບບົດຫຼັກຢ່າງ Daniel Radcliffe ມີຊື່ສຽງຂຶ້ນມາທັນທີ ພ້ອມມີເງິນໃຫ້ໃຊ້ຈ່າຍແບບບໍ່ຂາດສາຍ ດ້ວຍໃບໜ້າທີ່ເບິ່ງແລ້ວບໍ່ມີພິດມີໄພໃດໆ ແຕ່ໜ້ອຍຄົນຈະຮູ້ວ່ານັກສະແດງຄົນນີ້ມີຕອນທີ່ຕິດເຫຼົ້າຢ່າງໜັກ ໃນຕອນທີ່ຮັບບົດ Harry Potter ເຊິ່ງກວ່າຈະເຊົາກໍໃຊ້ເວລາຫຼັງຈາກນັ້ນ 1 ປີ.

ໂດຍບົດສຳພາດຂອງ Daniel Radcliffe ໄດ້ກ່າວວ່າ “ບົດບາດຂອງ Harry Potter ເຮັດໃຫ້ຂ້ອຍກາຍເປັນຄົນຕິດເຫຼົ້າແບບບໍ່ຮູ້ຕົວ  ແນ່ນອນວ່າຖ້າຫາກເມົາໃນທີ່ສາທາລະນະມັນບໍ່ແມ່ນແຕ່ຄົນຂີ້ເຫຼົ້າ ແຕ່ມັນເປັນ Harry Potter ທີ່ເປັນເຫດເຮັດຄົນສົນໃຈມາທັນທີ ນອກຈາກນີິ້ຍັງກາຍເປັນເລື່ອງຕະຫຼົກ ເຊິ່ງຂ້ອຍບໍ່ມັກບໍລິບົດນີ້ເລີຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/