Ethereum ເພີ່ມຂຶ້ນເໜືອລະດັບ 3,000 ໂດລາເປັນຄັ້ງທຳອິດໃນຮອບ 22 ເດືອນ


ເມື່ອບໍ່ດົນມານີ້, ລາຄາຂອງຫຼຽນ Ethereum (ETH) ກໍໄດ້ເພີ່ມຂຶ້ນເໜືອລະດັບ 3,000 ໂດລາເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນເມສາ 2022 ເປັນຕົ້ນມາ.

ເຖິງແມ່ນວ່າຕໍ່ມາລາຄາຂອງລາຄາ ETH ຈະຫຼຸດລົງມາຢູ່ທີ່ 3,000 ໂດລາ, ແຕ່ວ່າລາຄາຂອງຫຼຽນກໍໄດ້ເພີ່ມຂຶ້ນຫຼາຍກວ່າ 10.63% ໃນ 7 ມື້ທີ່ຜ່ານມາ ແລະ 18.49% ໃນເດືອນທີ່ຜ່ານມາ, ອີງຕາມຂໍ້ມູນຈາກ CoinMarketCap.

ເຊິ່ງສາເຫດທີ່ເຮັດໃຫ້ລາຄາຂອງ Ethereum ບໍ່ໄດ້ເພີ່ມຂຶ້ນແຕະລະດັບ 3,000 ໂດລາມາດົນກວ່າ 22 ເດືອນ ແມ່ນເກີດຂຶ້ນຈາກການລົ້ມລະລາຍຂອງໂຄງການ Terra Luna, ສົ່ງຜົນໃຫ້ລາຄາຂອງຫຼຽນ cryptocurrency ໃນຕະຫຼາດຫຼຸດລົງຢ່າງຮຸນແຮງ.

ຢ່າງໃດກໍຕາມ, ໃນປັດຈຸບັນ ໄດ້​ມີເຫດ​ການ​ຕ່າງໆ​ຫຼາຍໆຢ່າງເກີດຂື້ນໃນໂລກ Ethereum, ແລະມີນັກລົງທຶນໃຫ້ຄວາມສົນໃຈຫຼາຍກ່ວາແຕ່ກ່ອນ. ເຊິ່ງໜຶ່ງໃນນັ້ນແມ່ນການສະເໜີໃຫ້ເປີດກອງທຶນຊື້ຂາຍແລກປ່ຽນ Spot Ethereum ETF ຕໍ່ກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC).

ແລະຖ້າຫາກມັນຖືກອະນຸມັດແທ້ໆ ກໍຈະຊ່ວຍໃຫ້ນັກລົງທຶນຈໍານວນຫຼວງຫຼາຍສາມາດເຂົ້າເຖິງ Ethereum ໄດ້ຢ່ອງປອດໄພ ແລະ ໄດ້ຮັບການຄວບຄຸມໂດຍຜູ້ຫຼິ້ນເຊັ່ນ: BlackRock, Grayscale ແລະ VanEck. ໂດຍທັງໝົດຕ່າງກໍຄາດຫວັງວ່າຈະໄດ້ຮັບການອະນຸມັດຈາກ SEC ໃນໄວໆນີ້.

ໃນຂະນະດຽວກັນ, ທະນາຄານຂ້າມຊາດຂອງອັງກິດ Standard Chartered ກໍໄດ້ມີການຄາດການວ່າ Spot ETH ETF ອາດຈະໄດ້ຮັບການອະນຸມັດໃນເດືອນພຶດສະພານີ້  ກ່ອນທີ່ລາຄາຂອງຫຼຽນຈະເພີ່ມຂຶ້ນຢ່າງຮຸນແຮງ

ນອກຈາກນັ້ນ, ເຄືອຂ່າຍ Ethereum ກໍາລັງຈະໄດ້ຮັບການຍົກລະດັບທີ່ສໍາຄັນທີ່ມີຊື່ວ່າ “Dencun” ທີ່ຈະນໍາເອົາ “proto-dankshading” ເຂົ້າມາສູ່ ETH blockchain ເພື່ອເຮັດໃຫ້ blockchain ສາມາດເຮັດວຽກໄດ້ວ່ອງໄວຍິ່ງຂຶ້ນ.

ທີ່ມາ:

decrypt

decrypt2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/