Wonka ເປີດຕົວດີຕາມຄາດ ຂຶ້ນອັນດັບ 1 ຂອງອາເມຣິກາ


ຮູບເງົາເລື່ອງ Wonka ທີ່ໄດ້ເຂົ້າສາຍໃນອາເມຣິກາໄປໃນວັນທີ 15 ທັນວາ 2023 ທີ່ຜ່ານມາ ແລະ ເບິ່ງຄືວ່າແຟນໆຈະຕອບຮັບກັບຮູບເງົາເລື່ອງນີ້ເປັນຢ່າງດີ ເຊິ່ງກໍຕາມຄາດໝາຍແຕ່ອາດຈະດີກວ່າຄາດໝາຍເພາະຫຼ້າສຸດຮູບເງົາເລື່ອງນີ້ກວາດລາຍໄດ້ໃນອາເມຣິກາໄປຮອດ 39 ລ້ານໂດລາ ພ້ອມເປັນອັນດັບ 1 ໃນຕາຕະລາງ Box Office ປະຈຳອາທິດ.

Willy Wonka ທີ່ຮັບບົດໂດຍ Timothée Chalamet ເປັນທີ່ຮັກຂອງແຟນໆຊາວອາເມຣິກາ ເພາະຫຼ້າສຸດທາງເວັບໄຊ Box Office Mojo ໄດ້ເຮັດການເປີດເຜີຍລາຍໄດ້ໃນໂຮງຮູບເງົາປະຈຳອາທິດທີ່ຜ່ານມາ (ວັນທີ 15-17 ທັນວາ 2023) ອອກມາແລ້ວເຊິ່ງປາກົດວ່າຄອງອັນດັບ 1 ໃນຕາຕະລາງ Box Office ປະຈຳອາທິດ ໂດຍປັດຈຸບັນມີລາຍໄດ້ທົ່ວໂລກລວມກັນຢູ່ທີ່ 151,4 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/