ເສດຖະກິດມາເລເຊຍກຳລັງດີ ນັກທ່ອງທ່ຽວເຂົ້າມາທ່ຽວສູງເຖິງ 26 ລ້ານຄົນໃນປີ 2023


ມາເລເຊຍຕັ້ງເປົ້າຮັບນັກທ່ອງທ່ຽວສູງເກີນລະດັບກ່ອນການແຜ່ລະບາດໃຫ້ໄດ້ໃນປີໜ້າ ທ່າມກາງການເຊື່ອມໂຍງດ້ານການບິນທີ່ພັດທະນາຂຶ້ນ ແລະ ນັກທ່ອງທ່ຽວທີ່ມີສັກກະຍະພາບຈາກຈີນ ແລະ ອິນເດຍທີ່ເພີ່ມສູງຂຶ້ນ ພ້ອມເສີມວ່າຈຳນວນນັກທ່ອງທ່ຽວໃນປີ 2024 ຄວນສູງກວ່າ 26.1 ລ້ານຄົນ ເຊິ່ງເປັນຕົວເລກຂອງປີ 2019 ເຖິງຢ່າງໃດກໍຕາມ ຍັງບໍ່ມີຄາດການຕົວເລກທີ່ຊັດເຈນອອກມາ.

ເມື່ອບໍ່ດົນມານີ້ ມາເລເຊຍໄດ້ອອກປະກາດອະນຸຍາດໃຫ້ນັກທ່ອງທ່ຽວຈາກຈີນ ແລະ ອິນເດຍ ສາມາດເຂົ້າປະເທດໄດ້ ໂດຍບໍ່ຕ້ອງຂໍວີຊ່າເປັນເວລາ 30 ວັນ ໂດຍມີຜົນບັງຄັບໃຊ້ວັນທີ 1 ທັນວາ 2023 ທີ່ຜ່ານມາ ເພື່ອເພີ່ມລາຍຮັບດ້ານການທ່ອງທ່ຽວ.

ມາເລເຊຍ ມີຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຫຼາຍໃນປີ 2023 ສົ່ງຜົນໃຫ້ລັດຖະບານຕ້ອງທົບທວນເປົ້າ   ໝາຍຈຳນວນນັກທ່ອງທ່ຽວຈາກ 16.1 ລ້ານຄົນເປັນ 19.1 ລ້ານຄົນ ໃນທ້າຍປີນີ້.

ເປົ້າໝາຍການທ່ອງທ່ຽວຂອງມາເລເຊຍບໍ່ໄດ້ນຳຈຳນວນນັກທ່ອງທ່ຽວທີ່ບໍ່ຄ້າງຄືນທີ່ເດີນທາງເຂົ້າມາປະເທດຜ່ານຊາຍແດນທາງບົກເປັນປະຈຳມາພິຈາລະນາ ເຊິ່ງກ່ອນໜ້ານີ້ມີລາຍງານອອກມາວ່າ ມາເລເຊຍມີຈຳນວນນັກທ່ອງທ່ຽວສູງເຖິງ 26 ລ້ານຄົນ ໃນວັນທີ 15 ພະຈິກ 2023.

ຂໍ້ມູນຈາກ: ACE Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/