Vietjet ຍົກສູງປະສິດທິພາບການບິນດ້ວຍເຮືອບິນລຳທີ 105 ເສັ້ນທາງ​ບິນກົງ​ວຽງ​ຈັນ-ນະຄອນ​ໂຮ່ຈີ​ມິນ ຈະ​ເປີດໃຫ້​ບໍລິການ​ໃນ​ວັນ​ທີ 25 ກຸມພາ​ນີ້


(ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2024) – Vietjet ສືບຕໍ່ຂະຫຍາຍສາຍການບິນທີ່ທັນສະໄໝອັນດັບໜຶ່ງຂອງໂລກດ້ວຍການຈັດສົ່ງເຮືອບິນ Airbus ຮຸ່ນໃໝ່ຈາກນະຄອນ Hamburg ໄປນະຄອນໂຮ່ຈີມິນ ເຮືອບິນ A321neo ACF ທີ່ປະຢັດນ້ຳມັນ ເປັນເຮືອບິນລຳທີ 105.

ເຮືອບິນລຳໃໝ່ ມາຮອດສະໜາມບິນສາກົນ Tan Son Nhat ໄດ້ຖືວ່າເປັນບາດກ້າວໃໝ່ຂອງສາຍການບິນ ເພື່ອເພີ່ມປະສົບການ ການບິນຂອງຜູ້ໂດຍສານ ຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສະພາບແວດລ້ອມ. A321neo ACF ເປັນ ເຮືອບິນທີ່ທັນສະໄໝຊັ້ນນໍາຂອງໂລກ, ປະຢັດນໍ້າມັນໄດ້ເຖິງ 20%, ຫຼຸດຜ່ອນການປ່ອຍອາຍພິດອອກສູ່ສະພາບແວດລ້ອມໄດ້ເຖິງ 50% ແລະ ຫຼຸດຜ່ອນສຽງລົບກວນໄດ້ຫຼາຍເຖິງ 75%. ໃນປີ 2019, Vietjet ກາຍເປັນສາຍການບິນທຳອິດໃນໂລກທີ່ໃຫ້ບໍລິການຮູບແບບຫ້ອງໂດຍສານ A321neo ACF ທີ່ອອກແບບມາພິເສດ.

ເມື່ອບໍ່ດົນມານີ້, ສາຍ​ການ​ບິນ​ ໄດ້​ຂະ​ຫຍາຍ​ຖ້ຽວບິນ​ໂດຍ​ການ​ເພີ່ມ​ເຮືອ​ບິນ Airbus Neo ລຸ້ນ​ໃໝ່. ກ້າວໄປ​ສູ່​ປີ​ມັງກອນ, ເຮືອບິນ​ລຳ​ໃໝ່​ເຫຼົ່າ​ນີ້​ຈະ​ນຳ​ເອົາ​ຊັບພະຍາກອນ ​ແລະ ​ກຳລັງ​ແຮງ​ອັນ​ໃໝ່​ມາ​ໃຫ້​ສາຍ​ການບິນ​ໃນ​ຍຸດ​ທະ​ສາດ​ຂະຫຍາຍ​ເຄືອ​ຂ່າຍ​ການບິນ​ກັບ​ຈຸດໝາຍ​ປາຍທາງ​ໃໝ່​ຫຼາຍ​ແຫ່ງ. ​ໃນ​ຕົ້ນ​ເດືອນ​ກຸມພາ Vietjet ຍັງ​ໄດ້​ເພີ່ມ​ເຮືອບິນ​ເຊົ່າ6 ລໍາ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນການ​ເດີນທາງ​ຂອງ​ລູກ​ຄ້າ​ໃນ​ເທສະການກຸດຫວຽດ.

ເຮືອບິນ​ລຳ​ທີ 105 ຈະ​ໄດ້​ເລີ່ມບິນ​ໃນ​ບັນດາເສັ້ນທາງ​ຈຸດໝາຍ​ປາຍທາງ​ຢູ່​ພາຍໃນຫວຽດນາມ ​ແລະ ສາຍການບິນສາກົນ​ໄປ​ຍັງ​ອອສເຕຣເລຍ, ອິນ​ເດຍ, ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ໂດ​ເນ​ເຊຍ, ​ໄທ ​ແລະ ອື່ນໆ.

ໃນປີທີ່ຜ່ານມາ, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນດ້ວຍ 33 ເສັ້ນທາງບິນສາກົນ ແລະ ພາຍໃນປະເທດ, ເຮັດໃຫ້ຈໍານວນເສັ້ນທາງບິນທັງໝົດເພີ່ມຂຶ້ນເປັນ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງບິນສາກົນ ແລະ 45 ເສັ້ນທາງພາຍໃນປະເທດ ມີຜູ້ໂດຍ​ສານຫຼາຍກວ່າ 185 ລ້ານ​ຄົນ​ໃນ​ທົ່ວ​ໂລກ.

ໃນວັນ​ທີ 25 ກຸມພາ​ນີ້, Vietjet ຈະ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ຫາ ​ນະຄອນ​ໂຮ່ຈີ​ມິນ ດ້ວຍ 4 ຖ້ຽວ​ບິນໄປ​ກັບ​ຄືນຕໍ່ອາທິດ​ ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ. ດ້ວຍຄວາມສະດວກສະບາຍທີ່ Vietjet ໄດ້ມອບໃຫ້, ສາມາດຮັບປະກັນໄດ້ວ່ານັກທ່ອງທ່ຽວຈາກປະເທດລາວຈະໄດ້ຮັບປະສົບການການເດີນທາງທີ່ດີທີ່ສຸດ, ກາຍເປັນທາງເລືອກທີ່ກຸ້ມຄ່າສຳລັບລູກຄ້າທຸກຄົນເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວງ່າຍຂຶ້ນ ດ້ວຍລາຄາທີ່ເໝາະສົມ ແລະ ການບໍລິການທີ່ໜ້າພໍໃຈ. ສາມາດຈອງປີ້ໄດ້ທີ່ www.vietjetair.com ຫຼື ແອັບ Vietjet Air.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Call: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/