ຄົນອາເມຣິກາ ເກືອບ 15% ບໍ່ເຊື່ອວ່າ Climate Change ເປັນເລື່ອງແທ້!


ການສຶກສານີ້ມາຈາກ University of Michigan ນອກຈາກຮູ້ວ່າເກືອບ 15% ຂອງຄົນອາເມຣິກາບໍ່ເຊື່ອວ່າ  Climate Change ຫຼື ການປ່ຽນແປງພູມອາກາດ ເປັນເລື່ອງແທ້ ຍັງໄດ້ລະບຸອີກວ່າ ຈຳນວນຄົນທີ່ບໍ່ເຊື່ອສ່ວນໃຫຍ່ຢູ່ທີ່ທາງຕອນກາງ ແລະ ຕອນໃຕ້ຂອງສະຫະລັດອາເມຣິກາ.

ນັກວິໄຈໄດ້ໃຊ້ AI ມາຊ່ວຍເກັບຂໍ້ມູນໂດຍນຳການທະວິດໃນແພລັດຟອມ X ກວ່າ 7,4 ລ້ານທະວິດທີ່ໂພສໂດຍຄົນກວ່າ 1,3 ລ້ານຄົນລະຫວ່າງປີ 2017-2019 ໂພສໂຊຊຽວມີເດຍຕ່າງໆຈະຖືກເຂົ້າລະຫັດ ແລະ ຈັດປະເພດເປັນ “ເຫັນດີ” ແລະ “ບໍ່ເຫັນດີ” ເລື່ອງການປ່ຽນແປງສະພາບອາກາດ.

Joshua Newell ຜູ້ຮ່ວມສຶກສາໄດ້ເຜີຍວ່າ “ກວ່າເຄິ່ງໜຶ່ງຂອງທະວິດ ເບິ່ງວ່າຄົນສ່ວນຫຼາຍປະຕິເສດວ່າການປ່ຽນແປງສະພາບອາກາດເປັນເລື່ອງແທ້ ແລະ ເບິ່ງຄືເປັນເລື່ອງຂີ້ຕົວະ ເຊິ່ງບໍ່ແປກໃຈ ແຕ່ກໍໜ້າຜິດຫວັງ ຂ້ອຍຫວັງວ່າຊາວອາເມຣິກາຈຳນວນຫຼາຍຈະຫັນມາເຊື່ອໃນການປ່ຽນແປງສະພາບອາກາດ ແລະ ເຫັນເຖິງຄວາມສຳຄັນໃນການແກ້ໄຂ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/