ຍີ່ປຸ່ນໄຟຂຽວ! ອະນຸມັດໃຫ້ກອງທຶນລວມສາມາດລົງທຶນໃນສະກຸນເງິນດິຈິຕອນໄດ້ໂດຍກົງ


ຍີ່ປຸ່ນໄດ້ມີການພັດທະນາຂຶ້ນໄປອີກຂັ້ນ ສຳລັບການອະນຸຍາດໃຫ້ບໍລິສັດຮ່ວມລົງທຶນ ແລະ ກອງທຶນລວມອື່ນໆສາມາດຖືຄອງສິນຊັບ crypto ໄດ້ໂດຍກົງ. ໂດຍ Fumio Kishida ຝ່າຍບໍລິຫານຂອງນາຍົກລັດຖະມົນຕີ ໄດ້ຕົກລົງທີ່ຈະຍື່ນຮ່າງກົດໝາຍສະບັບປັບປຸງເພື່ອດຳເນີນການປ່ຽນແປງນີ້.

ອີງຕາມເນື້ອຫາທີ່ໄດ້ປະກາດໃນເວັບໄຊ ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນໃນວັນ​ທີ 16 ກຸມພາທີ່ຜ່ານມາ, ໂດຍມີເນື້ອໃນລະບຸວ່າ ຮ່າງກົດໝາຍສະບັບປັບປຸງໃໝ່ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກຝ່າຍບໍລິຫານ​​ ພາຍໃຕ້ການນໍາພາຂອງນາຍົກລັດຖະມົນຕີ Fumio Kishida ນັ້ນໄດ້ມີຂໍ້ຄວາມທີ່ສໍາຄັນໃນການເປີດໄຟຂຽວໃຫ້ກັບກອງທຶນລວມໃຫ້ສາມາດລົງທຶນໃນ cryptocurrencies ໄດ້ໂດຍກົງ.

ເຊິ່ງໃນຮ່າງກົດໝາຍສະບັບປັບປຸງໃໝ່ນີ້ ຈະມຸ່ງເນັ້ນໄປທີ່ການແກ້ໄຂກົດໝາຍເພື່ອເພີ່ມ​ທະວີ​ຄວາມສາມາດໃນການແຂ່ງຂັນທາງອຸດສາຫະກຳຂອງຍີ່ປຸ່ນ. ໂດຍມີການບັນຍັດໃຫ້ cryptocurrencies ເປັັັນສິນຊັບທີ່​ມີ​ສິດ​ ເຊິ່ງສາມາດໄດ້ຮັບ ແລະ ຖືຄອງເປັນ​ຮຸ້ນ​ສ່ວນ​ຈຳກັດ​ໃນດ້ານການ​ລົງທຶນ, ເຊິ່ງມັກຈະຖືກໃຊ້ໂດຍບໍລິສັດກອງທຶນເພື່ອຮັບປະກັນກອງທຶນສໍາລັບກິດຈະກໍາການລົງທຶນຂອງພວກເຂົາ.

ທັງນີ້ ຍັງໄດ້ມີການລາຍງານອີກວ່າ ​ແຜນການເພື່ອ​ຊຸກຍູ້ເສດຖະກິດຂອງຂອງ​ນາຍົກ Kishida ​ຈະ​ສຸມ​ໃສ່​ການ​ເຕີບ​ໂຕ​ທາງ​ທຸລະ​ກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງກັບ Web3. ເຊິ່ງຖ້າຫາກປຽບທຽບເບິ່ງ ກໍຈະເຫັນໄດ້ວ່າຍີ່ປຸ່ນມີຄວາມເຂັ້ມງວດຫຼາຍຂຶ້ນໃນດ້ານສິນຊັບດິຈິຕອນ.

ຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ ຍີ່ປຸ່ນໄດ້ຜ່ອນຄາຍຢ່າງເຫັນໄດ້ຊັດເຈນ ບໍ່ວ່າຈະເປັນເລື່ອງຂອງກົດລະບຽບ, ບັນຊີລາຍຊື່ຂອງຫຼຽນ ແລະ ພາສີ. ເຊິ່ງໃນການປະຊຸມລັດຖະບານຄັ້ງຕໍ່ໄປ, crypto ຈະຖືກຍົກມາເປັນຫົວຂໍ້ໜຶ່ງທີ່ຈະໄດ້ຮັບການປຶກສາຫາລື.

ຖ້າຫາກກົດໝາຍດັ່ງກ່າວຜ່ານການພິຈາລະນາຈາກທັງຝ່າຍບໍລິຫານ ແລະ ສະພາ, ກໍໝາຍຄວາມວ່າຊັບສິນດິຈິຕອນຈະຖືກນໍາໄປໃຊ້ຢ່າງກວ້າງຂວາງໃນຊຸມຊົນການລົງທຶນຂອງຍີ່ປຸ່ນ ທັງ​ໃນ​ດ້ານ​ຂອງ​ນັກ​ລົງ​ທຶນ​ຂະ​ໜາດ​ໃຫຍ່ ​ແລະ ​ຂະ​ໜາດ​ນ້ອຍ​.

ທີ່ມາ:

bitcoinist

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/