TikTok ກຳລັງພັດທະນາຄຸນນະສົມບັດການສ້າງຮູບໂປຣໄຟລ໌ດ້ວຍ AI


ຈາກກະເເສຄວາມນິຍົມຂອງ AI Generative ໃນປັດຈຸບັນ ສົ່ງຜົນໃຫ້ແພລັດຟອມ Social media ຫຼາຍເເຫ່ງ ຊອກຫາວິທີທາງທີ່ຈະນຳມາປະສົມປະສານເຂົ້າກັບຄຸນສົມບັດຂອງຕົນ, ໂດຍທາງ TikTok ແອັບຍອດນິຍົມກໍາລັງເຄື່ອນໄຫວໂດຍການພັດທະນາຄຸນສົມບັດໃນການສ້າງໂປຣໄຟລ໌ທີ່ຂັບເຄື່ອນດ້ວຍ AI.

Matt Navarra ທີ່ປຶກສາດ້ານ Social Media ໄດ້ເເບ່ງປັນຮູບພາບ ເເລະ ວິດີໂອກ່ຽວກັບຄຸນລັກສະນະໃໝ່ໃນ Twitter ເຊິ່ງອ້າງວ່າເປັນເຄື່ອງມືທີ່ສ້າງ Avatar ທີ່ຂັບເຄື່ອນດ້ວຍ AI.

ໃນການເຮັດວຽກຂອງຄຸນສົມບັດໃໝ່ນີ້ ທ່ານສາມາດກົດເຂົ້າເຄື່ອງມື ລະບົບຈະຮ້ອງຂໍໃຫ້ເລືອກຮູບພາບອັບໂຫຼດ 3–10 ຮູບເພື່ອສ້າງ Avatar, ຈາກນັ້ນເລືອກ 2-5 ຮູບແບບ ເເລ້ວລໍຖ້າການປະມວນຜົນ, ຫຼັງຈາກນັ້ນທ່ານຈະໄດ້ Avatar ທີ່ສ້າງໂດຍ AI ສາມາດດາວໂຫຼດຮູບເພື່ອຕັ້ງເປັນຮູບໂປຣໄຟລ໌ ຫຼື ໂພສລົງໃນ TikTok ໄດ້. ທ່ານສາມາດໃຊ້ຄຸນສົມບັດນນີ້ໄດ້ພຽງ 1 ຄັ້ງຕໍ່ມື້ ໂດຍເຄື່ອງມືດັ່ງກ່າວຈະສ້າງຮູບ Avatar ອອກມາໄດ້ສູງສຸດເຖິງ 30 ຮູບ.

“ພວກເຮົາຄິດຫາກ່ຽວກັບວິທີໃໝ່ໆເພື່ອເພີ່ມມູນຄ່າໃຫ້ກັບຊຸມຊົນ ແລະ ຍົກລະດັບປະສົບການ TikTok ຢູ່ສະເໝີ, ໃນຂະນະນັ້ນພວກເຮົາກໍສືບຕໍ່ສ້າງສະຖານທີ່ປອດໄພໃຫ້ກັບການໃຫ້ຄວາມບັນເທີງ, ສ້າງເເຮງບັນດານໃຈເພື່ອກະຕຸ້ນໃຫ້ເກີດຄວາມຄິດສ້າງສັນ ແລະ ຂັບເຄື່ອນດ້ວຍວັດທະນະທໍາ”

ບໍ່ດົນມານີ້, ມີຜູ້ຄົນຈຳນວນຫຼາຍໄດ້ເຮັດຄອນເທັນ ໃນການປ່ຽນຕົນເອງເປັນ AI ເຊິ່ງເປັນພຽງການນໍາເອົາຮູບພາບຈາກເເອັບອື່ນໆເຂົ້າມາ ຫຼື ໃຊ້ filters ເທົ່ານັ້ນ. ແຕ່ຕອນນີ້ຈະມີຄຸນສົມບັດການປ່ຽນຮູບ Avatar ໂດຍກົງໃນ TikTok, ແຕ່ຍັງບໍ່ມີການປະກາດທີ່ແນ່ນອນວ່າມັນຈະເປີດຕົວເມື່ອໃດ ແລະ ເສຍຄ່າໃຊ້ຈ່າຍບໍ? ພວກເຮົາຕ້ອງຕິດຕາມລໍຖ້າການປະກາດອີກໃນຄັ້ງຕໍ່ໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/