ຈະບໍລິຫານເງິນເດືອນແນວໃດ ໃຫ້ມີໃຊ້ຈົນຮອດທ້າຍເດືອນ?


ເດືອນເມສາທີ່ວ່າຮ້ອນອົບເອົ້າ ຍັງບໍ່ສູ້ເງິນໃນກະເປົາທີ່ຮ້ອນທຸກເດືອນ. ທ່ານເຄີຍເປັນຄືກັນບໍ່? ໃກ້ຈະຮອດທ້າຍເດືອນຍາມໃດມັກແນມເບິ່ງປະຕິທິນລໍຄອຍໃຫ້ຮອດມື້ເງິນເດືອນອອກ, ສ່ວນເງິນເກັບຢ່າໄດ້ຖາມຫາ ເພາະເນັ້ນຮັກສາໄວ້ໃນຄວາມຊົງຈຳ. ຖ້າທ່ານເປັນແບບນີ້ ເຮົາມາເບິ່ງວິທີທີ່ຈະຊ່ວຍທ່ານບໍລິຫານເງິນ ຢ່າງໜ້ອຍສຸດກໍມີໃຊ້ຈົນຮອດມື້ທີ່ເງິນເດືອນອອກ.

ເຊື່ອວ່າຫຼາຍທ່ານທີ່ມີລາຍຮັບເປັນເງິນເດືອນ ອາດເຄີຍພົບບັນຫາເງິນບໍ່ພໍໃຊ້ ເນື່ອງຈາກພາຍໃນເດືອນນັ້ນ ອາດມີທັງລາຍຈ່າຍປົກກະຕິ ແລະ ລາຍຈ່າຍສຸກເສີນບໍ່ສາມາດຄວບຄຸມໄດ້ ເຊັ່ນ: ລາຍຈ່າຍປິ່ນປົວສຸຂະພາບຂອງຕົນເອງ ແລະ ຄອບຄົວ, ລາຍຈ່າຍເພື່ອງານສັງຄົມ ແລະອື່ນໆ. ດັ່ງນັ້ນ, ຖ້າເຮົາມີການວາງແຜນການເງິນທີ່ດີຈະຊ່ວຍໃຫ້ເຮົາສາມາດບໍລິຫານລາຍຮັບ-ລາຍຈ່າຍໃຫ້ສາມາດກຸ້ມເດືອນໄດ້. ສຳລັບວິທີທີ່ຈະຊ່ວຍໃຫ້ທ່ານສາມາດບໍລິຫານເງິນດ້ວຍຕົນເອງ ມີດັ່ງນີ້:

  1. ເຝິກສ້າງແຜນລາຍຈ່າຍລ່ວງໜ້າ

ວິທີປ້ອງກັນຄວາມສ່ຽງທາງດ້ານການເງິນທີ່ດີທີ່ສຸດ ກໍຄືການວາງແຜນລາຍຈ່າຍລ່ວງໜ້າ. ດັ່ງນັ້ນ, ທ່ານຄວນສ້າງແຜນລາຍຈ່າຍລ່ວງໜ້າຢ່າງໜ້ອຍ 1 ເດືອນ ໂດຍແບ່ງອອກເປັນແຕ່ລະປະເພດ ດັ່ງນີ້:

  • ລາຍຈ່າຍຊໍາລະໜີ້ສິນ: ໄດ້ແກ່ລາຍຈ່າຍໜີ້ສິນທີ່ຕ້ອງຈ່າຍໃນແຕ່ລະເດືອນເຊັ່ນ: ເງິນກູ້ທະນາຄານ, ຄ່າຜ່ອນລົດ, ຄ່າເຊົ່າເຮືອນ ຫຼື ພາລະກູ້ຢືມໜີ້ສິນອື່ນໆ.
  • ລາຍຈ່າຍທົ່ວໄປ: ໄດ້ແກ່ລາຍຈ່າຍທີ່ຕິດພັນກັບການດຳລົງຊີວິດປະຈຳວັນ ເຊັ່ນ: ຄ່ານ້ຳ, ຄ່າໄຟ, ຄ່າເດີນທາງ, ຄ່າບໍລິໂພກປະຈຳວັນ ເປັນຕົ້ນ. ລາຍຈ່າຍເຫຼົ່ານີ້ບໍ່ຄົງທີ່ ເຊິ່ງອາດປ່ຽນແປງຕາມຄ່າຄອງຊີບທີ່ສູງຂຶ້ນ ຫຼື ມູນຄ່າການນໍາໃຊ້ຕົວຈິງຂອງແຕ່ລະເດືອນ;
  • ລາຍຈ່າຍບໍ່ຈຳເປັນ: ໄດ້ແກ່ການຊື້ສິນຄ້າຟູມເຟືອຍຕ່າງໆ ເຊັ່ນ: ໂທລະສັບຮຸ່ນໃໝ່, ເສື້ອຜ້າຊຸດໃໝ່, ກະເປົາໃໝ່; ລາຍຈ່າຍເຫຼົ່ານີ້ບໍ່ມີຄວາມຈຳເປັນຕ້ອງຊື້ໃໝ່ທຸກຄັ້ງທີ່ເງິນເດືອນອອກ ເຊິ່ງທ່ານສາມາດເລື່ອນເວລາການໃຫ້ຮາງວັນຕົວເອງ ເປັນໄລຍະຍາວເຊັ່ນ: 3 ເດືອນຕໍ່ຄັ້ງ ຫຼື 6 ເດືອນຕໍ່ຄັ້ງ.​
  1. ເຝິກການອອມເງິນໃຫ້ເປັນນິດໄສ

ທ່ານຄວນເປີດບັນຊີອອມເງິນແຍກສະເພາະຈາກບັນຊີທົ່ວໄປ ແລະ ເລືອກທີ່ຈະບໍ່ເອົາບັດ ATM; ທັງນີ້, ກໍເພື່ອບໍ່ສ້າງເງື່ອນໄຂໃຫ້ສາມາດຖອນເງິນອອກມາໃຊ້ໄດ້ງ່າຍດາຍທັ້ງໆທີ່ບໍ່ຈຳເປັນ.  ຫຼັງຈາກໄດ້ຮັບເງິນເດືອນມື້ທຳອິດ ຄວນແບ່ງເຂົ້າບັນຊີອອມເງິນທັນທີ ສຳລັບການແບ່ງອອມເງິນຂອງແຕ່ລະທ່ານອາດແຕກຕ່າງກັນ, ບໍ່ມີກົດເກນຕາຍຕົວ ແຕ່ຢ່າງໜ້ອຍສຸດບໍ່ຄວນຕ່ຳກວ່າ 10% ຂອງເງິນເດືອນ. ຕົວຢ່າງ: ເງິນເດືອນທ່ານ 2.000.000 ກີບ, ສະນັ້ນ 10% ຂອງເງິນອອມຢ່າງຕ່ຳສຸດແມ່ນ 200.000 ກີບ ແລະ ຖ້າເຮົາຫາລາຍຮັບຈາກແຫຼ່ງອື່ນມາເພີ່ມ ກໍໃຫ້ແບ່ງເອົາ 10% ໄປທ້ອນໄວ້ເຊັ່ນກັນ. ນອກຈາກນັ້ນ, ບາງທ່ານອາດນຳໃຊ້ວິທີແປກໆສຳລັບຕົນເອງເຊັ່ນ: ທຸກຄັ້ງທີ່ໄດ້ຮັບເງິນທອນມາ ຈະເກັບເຂົ້າບັນຊີອອມເງິນທັນທີ ຫຼື ຖ້າພົບເງິນລົງທ້າຍເລກທີ່ທ່ານມັກ ທ່ານຈະເກັບໄວ້ອອມທັນທີ.  ເບື້ອງຕົ້ນທ່ານອາດຄິດວ່າມັນໜ້ອຍ ແຕ່ເມື່ອເວລາຜ່ານໄປ ທ່ານຈະມີເງິນເກັບເພີ່ມຂຶ້ນໂດຍບໍ່ຮູ້ຕົວ ແລະ ສາມາດນຳໄປລົງທຶນຮູບແບບອື່ນເພື່ອຕໍ່ຍອດໄດ້. 

  1. ເຝິກນິດໄສການຊໍາລະໜີ້ໃຫ້ກົງເວລາ

ຖ້າທ່ານມີພາລະໜີ້ສິນຜູກພັນໃນແຕ່ລະເດືອນ ເຊັ່ນ: ເງິນກູ້ຢືມຈາກທະນາຄານ, ຄ່າເຊົ່າເຮືອນ, ຄ່າຜ່ອນງວດລົດ; ທ່ານຄວນຊໍາລະໜີ້ສິນໃຫ້ກົງຕໍ່ເວລາ. ການຊໍາລະໜີ້ຊ້າກາຍກຳນົດ ຫຼື ຜິດນັດຊໍາລະໜີ້ ເຮັດໃຫ້ເພີ່ມພາລະຄ່າໃຊ້ຈ່າຍທັງຕົ້ນທຶນ ແລະ ດອກເບ້ຍ ພ້ອມທັງຄ່າປັບໃໝທີ່ເພີ່ມຂຶ້ນ ແລະ ຍັງຖືກປະເມີນຈັດຊັ້ນໜີ້ຢູ່ໃນລະດັບຄວາມສ່ຽງຈາກທະນາຄານ ເຊິ່ງຈະເຮັດໃຫ້ໂອກາດໃນການກູ້ຢືມຄັ້ງຕໍ່ໄປຂອງທ່ານລົດລົງ. ນອກນັ້ນ, ການຊໍາລະໜີ້ກົງຕໍ່ເວລາໃນແຕ່ລະເດືອນ ຈະຊ່ວຍໃຫ້ເຮົາສາມາດປະເມີນວາງແຜນລາຍຈ່າຍລ່ວງໜ້າໄດ້ ການເລື່ອນນັດຊໍາລະອອກໄປເປັນເວລາຫຼາຍເດືອນ ຈະສ້າງຄວາມຫຍຸ້ງຍາກໃນການວາງແຜນລາຍຈ່າຍສຳລັບເດືອນຖັດໄປ.

  1. ພະຍາຍາມບໍ່ສ້າງໜີ້ສິນເກີນ 40% ຂອງລາຍຮັບ

ຫຼາຍຄັ້ງ ສິນຄ້າອອກໃໝ່ກໍກະຕຸ້ນຄວາມຕ້ອງການໃຫ້ເຮົາຢາກເປັນເຈົ້າຂອງສະເໝີ ເຊັ່ນ: ມືຖືຮຸ່ນໃໝ່, ລົດໃໝ່ ແລະ ອາດມາພ້ອມເງື່ອນໄຂການຜ່ອນດອກເບ້ຍ 0%. ສິ່ງເຫຼົ່ານີ້ຈະບໍ່ມີບັນຫາຖ້າເຮົາປະເມີນລາຍຮັບ-ລາຍຈ່າຍໄວ້ລ່ວງໜ້າ ແລະ ຢູ່ໃນລະດັບທີ່ເຮົາສາມາດຊໍາລະໄດ້. ແຕ່ມັນຈະສ້າງບັນຫາແນ່ນອນ ຖ້າເຮົາສ້າງໜີ້ສິນເກີນ 40% ຂອງລາຍຮັບສຸດທິ. ຍົກຕົວຢ່າງ:​ ເງິນເດືອນຂອງທ່ານແມ່ນ 2.500.000 ກີບ, ມີຄ່າໃຊ້ຈ່າຍຈຳເປັນໃນແຕ່ລະເດືອນ 1.500.000 ກີບ, ທ່ານຈະເຫຼືອລາຍຮັບສຸດທິເພື່ອໄວ້ໃຊ້ພາຍໃນເດືອນຢູ່ 1.000.000 ກີບ. ດັ່ງນັ້ນ, ຖ້າທ່ານຊື້ສິນຄ້າໃດໜຶ່ງດ້ວຍຮູບແບບການຜ່ອນ ທ່ານບໍ່ຄວນມີໜີ້ສິນທີ່ຕ້ອງຊໍາລະເກີນ 40% ຂອງລາຍຮັບສຸດທິ (40% x 1.000.000 ກີບ = 400.000 ກີບ).

  1. ເກັບເງິນສຳຮອງໄວ້ ສຳລັບເຫດການສຸກເສີນ

   ຫຼາຍຄັ້ງ ເຫດການສຸກເສີນມັກມາໂດຍທີ່ເຮົາບໍ່ທັນຕັ້ງຕົວ ເຊັ່ນ: ເກີດອຸບັດຕິເຫດ, ຕົນເອງ ຫຼື ຄົນພາຍໃນຄອບຄົວເຈັບປ່ວຍກະທັນຫັນ ຫຼື ຖືກໃຫ້ລາອອກວຽກ. ດັ່ງນັ້ນ, ຈຶ່ງຄວນມີເງິນສຳຮອງໄວ້ ສຳລັບຮອງຮັບເຫດການສຸກເສີນເຫຼົ່ານີ້ຢ່າງຕ່ຳສຸດກໍໃຫ້ສາມາດກຸ້ມລາຍຈ່າຍລ່ວງໜ້າໄດ້ 6-12 ເດືອນ.

  1. ຕັດລາຍຈ່າຍທີ່ບໍ່ຈຳເປັນ

ເມື່ອເຮົາປະເມີນແລ້ວ ເຫັນວ່າເຮົາມີຄວາມສ່ຽງຂາດສະພາບຄ່ອງພາຍໃນເດືອນ ເຮົາຄວນຕັດລາຍຈ່າຍທີ່ບໍ່ຈຳເປັນລົງ ເຊັ່ນ: ງົດງານສັງສັນທ້າຍອາທິດ, ງົດການຊື້ເສື້ອຜ້າໃໝ່. ພ້ອມນັ້ນ, ເຮົາອາດແບ່ງເງິນໃຊ້ອອກເປັນລາຍວັນ ເຊັ່ນ:​ ລາຍຮັບສຸດທິພາຍຫຼັງຫັກຄ່າໃຊ້ຈ່າຍຕ່າງໆແລ້ວ ຍັງເຫຼືອຢູ່ 1.000.000 ກີບ ເມື່ອນຳມາຫານໃຫ້ກັບ 30 ມື້ ຕົກມື້ລະປະມານ 33.000 ກີບ ຍອດເງິນນີ້ຈຶ່ງແມ່ນຍອດເງິນທີ່ເຮົາສາມາດນໍາໃຊ້ໄດ້ພາຍໃນໜຶ່ງມື້ ແລະ ຖ້າເຮົາຕ້ອງໃຊ້ຈ່າຍເກີນຈຳນວນນີ້ ໝາຍຄວາມວ່າເຮົາກຳລັງຖອນເອົາເງິນໃນອະນາຄົດສຳລັບບໍລິຫານມື້ຖັດໄປມາໃຊ້ ເຊິ່ງຈະເຮັດໃຫ້ເຮົາມີເງິນໃຊ້ບໍ່ກຸ້ມຮອດທ້າຍເດືອນນັ້ນເອງ.   

  1. ຫາລາຍໄດ້ເພີ່ມ

   ໃນໄລຍະທີ່ຄ່າຄອງຊີບສູງ ການມີລາຍໄດ້ທາງດຽວຈຶ່ງບໍ່ພຽງພໍ. ອາຊີບເສີມຈຶ່ງເປັນວິທີໜຶ່ງທີ່ຊ່ວຍໃຫ້ເຮົາມີລາຍໄດ້ເພີ່ມຂຶ້ນ ໂດຍເລີ່ມຕົ້ນຈາກສິ່ງທີ່ເຮົາມັກ ແລະ ຖະໜັດເຊັ່ນ: ຖ້າເຮົາເຮັດແນວກິນແຊບ ເຮົາອາດທົດລອງເຮັດອາຫານໄປຂາຍໃຫ້ເພື່ອນຮ່ວມງານຢູ່ຫ້ອງການ; ເວລາທີ່ເຮົາໄປຕ່າງແຂວງ ຫຼື ກັບເມືອຢາມບ້ານ ເຮົາອາດຮັບຈ້າງຫິ້ວສິນຄ້າປະຈຳແຂວງກັບມາໃຫ້ເພື່ອນຮ່ວມງານກໍໄດ້. ເຖິງແມ່ນວ່າລາຍໄດ້ເສີມອາດບໍ່ສູງເທົ່າລາຍໄດ້ປະຈຳ ແຕ່ກໍເປັນອີກຊ່ອງທາງໜຶ່ງທີ່ຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍໄດ້ ແຕ່ຖ້າຫາກເຮົາໝັ່ນເຝິກຝົນພັດທະນາຝີມື, ເສີມສ້າງທັກສະຄວາມຊຳນານທີ່ເຮົາມີຢູ່ໃຫ້ເກັ່ງຂຶ້ນ ມັນກໍອາດກາຍມາເປັນລາຍໄດ້ຫຼັກຂອງເຮົາໃນອະນາຄົດ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/