Sugar Detox ເຊົາກິນນ້ຳຕານແລ້ວຈະດີຕໍ່ຮ່າງກາຍແທ້ບໍ່?


ນໍ້າຕານຖືເປັນສ່ວນປະສົມທີ່ພົບໄດ້ຫຼາຍໃນບັນດາອາຫານ ແລະ ເຄື່ອງດື່ມຕ່າງໆທີ່ເຮົາບໍລິໂພກໃນແຕ່ລະມື້. ເພາະນໍ້າຕານຖືເປັນການກະຕຸ້ນສານໂດປາມີນໃຫ້ກັບສະໝອງ ທີ່ຢູ່ໃນບໍລິເວນດຽວກັນໃນການຕອບສະໜອງກັບສານເສບຕິດ ແລະ ເຮັດໃຫ້ເຮົາຮູ້ສຶກໄດ້ຮັບພະລັງງານທີ່ເພີ່ມຂຶ້ນ, ນັ້ນຈຶ່ງເປັນເຫດຜົນໃຫ້ຄົນເຮົານິຍົມກິນຂອງຫວານເມື່ອເວລາທີ່ຮູ້ສຶກອິດເມື່ອຍ. ແຕ່ຜົນເສຍທີ່ພົບໄດ້ສ່ວນໃຫຍ່ກໍແມ່ນໜີບໍ່ພົ້ນຈາກພາວະໂຣກຕຸ້ຍ, ໂຣກຫົວໃຈ, ການເກີດສິວ ແລະ ສົ່ງຜົນເສຍຕໍ່ສຸຂະພາບຊ່ອງປາກ.

ເຊິ່ງການເສບຕິດນໍ້າຕານ ກໍສາມາດປົວໃຫ້ຫາຍຂາດໄປໄດ້ດ້ວຍວິທີການເຮັດ Sugar Detox ທີ່ເປັນການປັບສົມດຸນນໍ້າຕານໃນຮ່າງກາຍ ຫຼື ເປັນການລີເຊັດລະບົບນໍ້າຕານນັ້ນເອງ. ໂດຍຕັດນໍ້າຕານອອກຈາກການກິນ ຈະຊ່ວຍໃຫ້ເຮົາຫຼຸດລະດັບຄວາມຢາກອາຫານໄດ້ດີ, ມີສຸຂະພາບທີ່ສົມດຸນຂຶ້ນ ແລະ ໃນໄລຍະຍາວກໍຈະສາມາດຢຸດກິນນໍ້າຕານໄປເລີຍກໍໄດ້. ຮູ້ແບບນີ້ແລ້ວມາອ່ານຂໍ້ດີ 9 ຂໍ້ຫຼັກໆເມື່ອເຮົາສາມາດຫຼີກເວັ້ນນໍ້າຕານເຊັ່ນ:

  • ປົກປ້ອງຫົວໃຈໃຫ້ແຂງແຮງ (ເພາະການກິນນໍ້າຕານສາມາດເຮັດໃຫ້ເຮົາສ່ຽງເປັນໂຣກຫຼອດເລືອດຫົວໃຈໄດ້ 10-20%).
  • ຫຼຸດຄວາມຢາກຂອງຫວານລົງໄດ້
  • ໄດ້ຮັບສານອາຫານຫຼາຍຂຶ້ນ
  • ສະໝອງເກີດການສ້ອມແຊມເຊວໄດ້ຫຼາຍຂຶ້ນ
  • ຫຼຸດອາການຊຶມເສົ້າ ແລະ ຄວາມວິຕົກກັງວົນໄດ້ຫຼາຍຂຶ້ນ
  • ປົວແຂ້ວໃຫ້ແຂງແຮງ
  • ຫຼຸດການໄຂມັນສ່ວນເກີນໃນຮ່າງກາຍ
  • ເພີ່ມຄວາມກະຈ່າງໃສຂອງຜິວ
  • ສຸຂະພາບລຳໄສ້ມີຄວາມສົມດຸນດີຂຶ້ນ

ຮູ້ແບບນີ້ແລ້ວທ່ານກໍອາດຈະສົນໃຈທີ່ຈະລອງ, ແຕ່ກ່ອນທີ່ຈະລອງນັ້ນກໍຢາກໃຫ້ສຶກສາວ່າວິທີການຫຼຸດນໍ້າຕານກໍແມ່ນຕ້ອງໃຊ້ຄວາມພະຍາຍາມທີ່ຫຼາຍພໍສົມຄວນ ເພາະມັນອາດຈະນໍາມາເຊິ່ງຄວາມອິດເມື່ອຍ ແລະ ຄວາມປັ່ນປ່ວນທາງອາລົມເປັນເວລາຫຼາຍມື້ ຫຼື 2 ຫາ 3 ອາທິດ ບໍ່ວ່າຈະເປັນຮູ້ສຶກຫົດຫູ່, ວິຕົກກັງວົນ, ນອນຫຼັບຍາກຂຶ້ນ, ບໍ່ຄ່ອຍມີສະມາທິ, ຮູ້ສຶກຫິວໂຫຍ, ມຶນຫົວ ແລະ ອ່ອນເພຍ.

ຖ້າຫາກທ່ານຢາກນໍາໄປປະຕິບັດໃນໄລຍະຍາວກໍຢາກໃຫ້ທ່ານລອງປັບພຶດຕິກຳທີ່ໄດ້ຜົນໃນການຕັດນໍ້າຕານອອກໄປບໍ່ວ່າຈະເປັນ:

  • ການດື່ມນໍ້າທຳມະດາແທນນໍ້າທີ່ມີນໍ້າຕານ: ເມື່ອໃດທີ່ຮູ້ສຶກຢາກຈະດື່ມນໍ້າອັດລົມ, ນໍ້າໝາກໄມ້ ໃຫ້ທ່ານລອງປ່ຽນມາກິນນໍ້າລ້າ ຫຼື ໂຊດາແທນ.
  • ເລີ່ມຕົ້ນຕອນເຊົ້າດ້ວຍອາຫານທີ່ນໍ້າຕານຕໍ່າ: ຖ້າທ່ານຊິນເຄີຍກັບການກິນແປ້ງ, ອາຫານແປຮູບຕ່າງໆ ແມ່ນລອງປ່ຽນມາກິນອາຫານທີ່ອຸດົມໄປດ້ວຍໂປຣຕີນ, ຜັກ ແລະ ໝາກໄມ້.
  • ອ່ານສະຫຼາກກ່ອນຊື້: ໃຫ້ທ່ານສັງເກດກ່ອນຈະຊື້ອາຫານ ຫຼື ເຄື່ອງປຸງຕ່າງໆ ຄວນຈະຫຼີກເວັ້ນປະເພດທີ່ມີນໍ້າຕານສູງ ຫຼື ເພີ່ມນໍ້າຕານ.
  • ຄິດທົນທວນກ່ອນກິນ: ໃຫ້ທ່ານສັງເກດຕົນເອງວ່າເມື່ອມີອາການຢາກຂອງຫວານ ແມ່ນເຮົາຮູ້ສຶກຫິວແທ້ໆ ຫຼື ກິນຍ້ອນຄວາມຊິນເຄີຍ, ຖ້າຫາກຫຼີກເວັ້ນໄດ້ແທນທີ່ຈະຈັບຂອງຫວານມາກິນ ກໍໃຫ້ເລືອກກິນອາຫານທີ່ບໍ່ມີຣົດຊາດຫວານແທນ.
  • ໃຫ້ຄວາມສຳຄັນວິທີການກິນພາຍໃນມື້ໜຶ່ງ: ໃນແຕ່ລະຄາບອາຫານໃຫ້ແນ່ໃຈວ່າເຮົາໄດ້ຮັບປະລິມານອາຫານທີ່ພຽງພໍ ແລະ ສານອາຫານທີ່ເປັນປະໂຫຍດ, ເພື່ອບໍ່ເຮັດໃຫ້ເຮົາຮູ້ສຶກຫິວຈົນຢາກກິນອາຫານຈຸກຈິກ.

ເມື່ອອ່ານມາຮອດນີ້ແລ້ວ ເຮົາເຊື່ອວ່າຫຼາຍຄົນອາດຈະຢາກທໍ້ໃຈ, ແຕ່ສິ່ງໃດກໍຕາມທີ່ມີຄຸນຄ່າແມ່ນບໍ່ສາມາດມາໄດ້ດ້ວຍວີທີງ່າຍໆ ຖ້າຫາກເຮົາມີຄວາມຕັ້ງໃຈໃນການປະຕິບັດຢ່າງສະໝໍ່າສະເໝີ, ໝັ່ນອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ ເຖິງວ່າຈະເຫັນຜົນໄດ້ຊ້າ ແຕ່ກໍຖືເປັນການລົງທຶນຕໍ່ສຸຂະພາບຢ່າງກຸ້ມຄ່າ.

ແຫຼ່ງທີ່ມາ:

thairath

healthline

bing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/