ມາຮູ້ຈັກກັບ Dunning-Kruger Effect ປາກົດການທີ່ຄົນບໍ່ເກັ່ງມັກຄິດວ່າຕົນເອງເກັ່ງເກີນຄວາມເປັນຈິງ!


ທ່ານເຄີຍເຫັນຄົນທີ່ມັກຄິດວ່າຕົນເອງເກັ່ງໃນເລື່ອງໃດໜຶ່ງທັ້ງໆທີ່ຫຼາຍຄົນກໍບໍ່ໄດ້ຮູ້ສຶກວ່າລາວເກັ່ງຂະໜາດນັ້ນບໍ່? ປາກົດການແບບນີ້ມີຊື່ເອີ້ນກັນວ່າ Dunning-Kruger Effect

Dunning-Kruger Effect ເປັນປາກົດການອະຄະຕິໃນການຮັບຮູ້ທີ່ຜູ້ຄົນເຊື່ອວ່າຕົນເອງສະຫຼາດ ແລະ ມີຄວາມສາມາດສູງເກີນຄວາມເປັນຈິງ.

ໂດຍພື້ນຖານແລ້ວຄົນທີ່ມີຄວາມສາມາດຕ່ຳຈະບໍ່ສາມາດຮັບຮູ້ເຖິງຄວາມໄຮ້ຄວາມສາມາດຂອງຕົນເອງ ເນື່ອງດ້ວຍມີການຕື່ນຮູ້ໃນຕົນເອງຕ່ຳ (Poor Self-awareness) ແລະ ຄວາມສາມາດທາງສະຕິປັນຍາໜ້ອຍເຮັດໃຫ້ພວກເຂົາປະເມີນຄວາມສາມາດຕົນເອງສູງກວ່າຄວາມເປັນຈິງ ເຊິ່ງປາກົດການດັ່ງກ່າວສາມາດເກີດຂຶ້ນໄດ້ກັບທຸກຄົນໃນທຸກເວລາຂອງຊີວິດ

ໂດຍຊື່ນີ້ໄດ້ມາຈາກນັກຈິດຕະວິທະຍາສອງຄົນຄື David Dunning ແລະ Justin Kruger ທີ່ຮ່ວມກັນຕັ້ງຊື່ຫຼັງຈາກສຳເລັດການວິໄຈ. ທັງສອງໄດ້ດຳເນີນການທົດລອງກ່ຽວກັບປາກົດການດ້ານຈິດຕະວິທະຍານີ້ຫຼາຍຄັ້ງໂດຍໜຶ່ງໃນງານວິໄຈນັ້ນແມ່ນການໃຫ້ຜູ້ເຂົ້າຮ່ວມທົດລອງ 65 ຄົນໃຫ້ຄະແນນຄວາມຕະຫຼົກຂອງເລື່ອງຕະຫຼົກແຕ່ລະເລື່ອງ ຜົນປາກົດວ່າຜູ້ເຂົ້າຮ່ວມການທົດລອງຈຳນວນໜຶ່ງທີ່ມີຄວາມສາມາດໃນການຕັດສິນວ່າວ່າອັນໃດຕະຫຼົກ ຫຼື ບໍ່ຕະຫຼົກຕໍ່າ ແຕ່ພວກເຂົາເຫຼົ່ານັ້ນກັບເຊື່ອວ່າຕົນເອງເປັນຄົນຕັດສິນມຸກຕະຫຼົກໄດ້ຢ່າງດີເລີດ.

ອີກໜຶ່ງການທົດລອງຄື ການສອບຖາມກຸ່ມຕົວຢ່າງວ່າພວກເຂົາຮູ້ຈັກຄຳສັບສະເພາະທາງດີຫຼາຍປານໃດ ເຊິ່ງຄຳສັບດັ່ງກ່າວເປັນຄຳສະເພາະທາງຈາກສາດຕ່າງໆບໍ່ວ່າຈະເປັນກົດໝາຍ, ຈິດຕະວິທະຍາ, ຟິຊິກສາດ ແລະ ພູມສາດມາໃຫ້ກຸ່ມຕົວຢ່າງຕອບວ່າແຕ່ລະຄຳມີຄວາມໝາຍວ່າແນວໃດ ໂດຍເຂົາເຈົ້າໄດ້ແຝງຄຳສັບປອມທີ່ຄິດເອງເຂົ້າໄປນຳ ແລະ ຄຳສັບນັ້ນບໍ່ໄດ້ມີຄວາມໝາຍຫຍັງ ແຕ່ກັບພົບວ່າ 90% ຂອງກຸ່ມຕົວຢ່າງຕອບຢ່າງໝັ້ນໃຈວ່າພວກເຂົາຮູ້ຈັກຄໍາປອມເຫຼົ່ານັ້ນ.

ຈາກການທົດລອງນີ້ຄົ້ນພົບວ່າເມື່ອຄົນເຮົາມີຄວາມຮູ້ກ່ຽວກັບເລື່ອງໃດໜຶ່ງພຽງເລັກໜ້ອຍຈະເຮັດໃຫ້ພວກເຂົາເກີດຄວາມໝັ້ນໃຈຫຼາຍເກີນຈິງ ໃນຂະນະດຽວກັນເມື່ອຄົນເຫຼົ່ານັ້ນເລີ່ມຕົ້ນສຶກສາຄົ້ນຄວ້າໃຫ້ເລິກລົງໄປຕື່ມຄວາມໝັ້ນໃຈດັ່ງກ່າວກໍຈະຍິ່ງຫຼຸດລົງໄປເລື້ອຍໆຈົນເກີດຄວາມຮູ້ສຶກວ່າແທ້ຈິງແລ້ວຕົນເອງບໍ່ໄດ້ຮູ້ຫຍັງເລີຍ ແຕ່ບໍ່ຕ້ອງເປັນຫ່ວງເພາະເມື່ອໃດທີ່ພວກເຂົາສືບຕໍ່ຄົ້ນຄວ້າຈົນຊ່ຽວຊານຢ່າງທ່ອງແທ້ ພ້ອມຍັງສາມາດອະທິບາຍໃຫ້ຜູ້ອື່ນເຂົ້າໃຈ ຄວາມໝັ້ນໃຈນັ້ນກໍຈະກັບຂຶ້ນມາອີກຄັ້ງຄືດັ່ງກໍລະນີຂອງຜູ້ຊ່ຽວຊານນັ້ນເອງ.

ແລ້ວເຮົາຈະຮູ້ໄດ້ແນວໃດວ່າຕົນເອງກຳລັງຕົກຢູ່ໃນສະພາວະ Dunning-Kruger effect?

ອີງຕາມງານວິໄຈຫຼາຍສະບັບຈະເຫັນວ່າທຸກຄົນລ້ວນມີທ່າອ່ຽງວ່າຈະເກີດສະພາວະນີ້ກັນທັງນັ້ນ ເພາະບໍ່ວ່າເຮົາຈະມີຄວາມຮູ້ ຫຼື ປະສົບການຫຼາຍເທົ່າໃດ ພວກເຮົາທຸກຄົນຕ່າງກໍມີສິ່ງທີ່ຍັງບໍ່ຮູ້ ແລະ ເຮັດບໍ່ໄດ້ດີກັນທັງນັ້ນ ເວົ້າອີກຢ່າງໜຶ່ງກໍຄືທຸກຄົນລ້ວນມີຈຸດອ່ອນນັ້ນເອງ. ເຖິງແມ່ນວ່າເຮົາອາດຈະສະຫຼາດ ແລະ ມີທັກສະໃນຫຼາຍໆເລື່ອງແຕ່ບໍ່ມີໃຜໃນໂລກນີ້ທີ່ຈະມີຄວາມຮູ້ຊ່ຽວຊານໄປໝົດທຸກເລື່ອງ.

ນອກນີ້ ປາກົດການ Dunning-Kruger effect ບໍ່ໄດ້ກ່ຽວຂ້ອງກັບການມີ IQ ຕ່ຳແຕ່ຢ່າງໃດ ເພາະຄວາມໂງ່ ແລະ ອາການຫຼົງຜິດມັນເປັນຄົນລະເລື່ອງກັນ, ແຕ່ຍິ່ງຜູ້ຄົນມີການຮັບຮູ້ກ່ຽວກັບປາກົດການດັ່ງກ່າວຫຼາຍເທົ່າໃດກໍຍິ່ງໃຊ້ຄຳວ່າ “ໂງ່” ໃນທາງທີ່ຜິດຫຼາຍຂຶ້ນເທົ່ານັ້ນ ແລະ ມັນເປັນເລື່ອງງ່າຍທີ່ຈະຕັດສິນວ່າຄົນທີ່ເກີດສະພາວະ Dunning-Kruger effect ວ່າເປັນຄົນໂງ່ແທນທີ່ຈະທຳຄວາມເຂົ້າໃຈເຖິງກົກປາຍສາເຫດທີ່ແທ້ຈິງ.

ແລ້ວຈະມີວິທີໃດແດ່ທີ່ຈະຊ່ວຍໃຫ້ພວກເຮົາສາມາດປະເມີນຕົນເອງໄດ້ຢ່າງຖືກຕ້ອງໂດຍບໍ່ຕິດກັບດັກ Dunning-Kruger Effect?

  1. ສືບຕໍ່ຮຽນຮູ້ ແລະ ເຝິກຝົນໄປເລື້ອຍໆ: ແທນທີ່ຈະເຊື່ອວ່າຕົນເອງຮູ້ທຸກຢ່າງທີ່ຄວນຮູ້ກ່ຽວກັບເລື່ອງນັ້ນໆດີແລ້ວຈົ່ງສືບຕໍ່ຄົ້ນຄວ້າໃຫ້ເລິກລົງໄປຕື່ມ ເມື່ອເຮົາມີຄວາມຮູ້ຫຼາຍຂຶ້ນເຮົາຈະຮັບຮູ້ໄດ້ວ່າມັນຍັງມີສິ່ງທີ່ໃຫ້ຮຽນຮູ້ຕໍ່ໄປອີກຫຼາກຫຼາຍ
  2. ໃຫ້ຄົນອື່ນປະເມີນລະດັບຄວາມຮູ້ ຫຼື ຄວາມສາມາດໃຫ້: ເຊິ່ງວິທີນີ້ຖືເປັນກົນລະຍຸດທີ່ມີປະສິດທິພາບເຖິງວ່າບາງຄັ້ງຈະເປັນສິ່ງທີ່ເຮົາບໍ່ຢາກໄດ້ຍິນກໍຕາມ ແຕ່ຄວາມຄິດເຫັນດັ່ງກ່າວຈະເປັນຂໍ້ມູນທີ່ເຮັດໃຫ້ຮູ້ວ່າຜູ້ອື່ນແນມຄວາມສາມາດເຮົາເປັນແນວໃດ
  3. ຕັ້ງຄຳຖາມໃນສິ່ງທີ່ຄິດວ່າຕົນເອງຮູ້ດີ: ເຖິງວ່າເຮົາຈະຮຽນມາຫຼາຍ ແລະ ຟັງຄຳຕິຊົມຂອງຄົນອື່ນມາແລ້ວ ແຕ່ມັນກໍເປັນເລື່ອງງ່າຍທີ່ເຮົາຈະສົນໃຈສະເພາະແຕ່ສິ່ງທີ່ຊ່ວຍຢືນຢັນຄວາມເຊື່ອຂອງເຮົາ. ສະນັ້ນ, ເພື່ອຫຼຸດທ່າອ່ຽງດັ່ງກ່າວໃຫ້ເຮົາທ້າທາຍຄວາມເຊື່ອ ແລະ ຄວາມຄາດຫວັງຕໍ່ຂໍ້ມູນຂອງຕົນເອງໂດຍການຄົ້ນຫາຂໍ້ມູນທີ່ທ້າທາຍ ຫຼື ຕ່າງຈາກຄວາມຄິດຕົນເອງ

ປາກົດການ Dunning-Kruger effect ເປັນໜຶ່ງໃນອະຄະຕິທາງການຮັບຮູ້ທີ່ອາດສົ່ງຜົນກະທົບໄປເຖິງພຶດຕິກຳ ແລະ ການຕັດສິນໃຈນັບຕັ້ງແຕ່ເລື່ອງລາວໃນຊີວິດປະຈຳວັນໄປຈົນເຖິງການປ່ຽນແປງໃຫຍ່ໃນຊີວິດ, ເຖິງວ່າການສັງເກດໃນຜູ້ອື່ນນັ້ນເປັນເລື່ອງງ່າຍກວ່າການສັງເກດຕົນເອງ ແຕ່ຢ່າລືມວ່າມັນລ້ວນສົ່ງຜົນກະທົບຕໍ່ທຸກຄົນ. ສະນັ້ນ, ການເຂົ້າໃຈເຖິງທີ່ມາສາເຫດຂອງປາກົດການດັ່ງກ່າວຈະຊ່ວຍໃຫ້ເຮົາສາມາດປະເມີນລະດັບຄວາມຮູ້ຄວາມສາມາດ, ເພີ່ມຄວາມຮັບຮູ້ໃນຕົນເອງ ແລະ ຮູ້ຈັກວິທີເອົາຊະນະມັນໄດ້.

ຂອບໃຈຂໍ້ມູນຈາກ:

https://shorturl.at/iyDK7

https://shorturl.at/iwJ58

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/