Marketing 6.0 ເທຣນການຕະຫຼາດໃໝ່ທີ່ມາພ້ອມກັບ 5 ເຕັກໂນໂລຊີທີ່ສຳຄັນໃນໂລກຂອງຕະຫຼາດຍຸກໃໝ່


ໃນປັດຈຸບັນ, ອິນເຕີເນັດໄດ້ຖືກນຳໃຊ້ກັນຢ່າງແຜ່ຫຼາຍຈົນປະຕິເສດບໍ່ໄດ້ວ່າໂລກແຫ່ງຄວາມເປັນຈິງ ແລະ ໂລກຂອງອິນເຕີເນັດນັ້ນນັບມື້ນັບທີ່ຈະກາຍເປັນອັນໜຶ່ງອັນດຽວກັນ, ສ່ວນໃນໂລກຂອງທຸລະກິດ ປັດຈຸບັນກໍມີເຕັກໂນໂລຊີທີ່ຫຼາກຫຼາຍເຂົ້າມາອຳນວຍຄວາມສະດວກຫຼາຍຂຶ້ນ ຈົນເຮັດໃຫ້ເກີດຍຸກໃໝ່ຂອງການຕະຫຼາດໃນໂລກທຸລະກິດຄື Marketing 6.0 ຫຼື Marketing in the Metaverse.

ຄຳວ່າ Marketing in the Metaverse ໃນໂລກຂອງ Marketing ນັ້ນແມ່ນການຕະຫຼາດໃນໂລກຫຼາຍໃບແບບໄຮ້ຮອຍຕໍ່ ທັງໃນໂລກຂອງຈິງ (Physical), ໂລກສະເໝືອນຈິງ (Digital) ແລະ ໂລກອື່ນໆ ທີ່ຜູ້ບໍລິໂພກຕ່າງໆໃຊ້ຊີວິດຢູ່ໃນໂລກເຫຼົ່ານີ້ໂດຍບໍ່ມີການແບ່ງແຍກອີກຕໍ່ໄປ, ເຮັດໃຫ້ໂລກຂອງການຕະຫຼາດມີການປ່ຽນແປງໄວ ແລະ ຮຸນແຮງ ຫາກນັກການຕະຫຼາດບໍ່ເຫັນໂອກາດນີ້ ແລະ ບໍ່ສາມາດຄວ້າໂອກາດໄວ້ໄດ້ ກໍອາດຈະຊັອກໄປຕາມໆກັນ

ການພັດທະນາຂອງຕະຫຼາດໃນແຕ່ລະຍຸກ

  • Marketing 1.0 (Product Centric) ຜະລິດຕະພັນແມ່ນສູນກາງ, ສຸມໃສ່ການພັດທະນາສິນຄ້າ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ຫຼາຍທີ່ສຸດ
  • Marketing 2.0 (Customer Centric) ລູກຄ້າແມ່ນສູນກາງ, ໂດຍການແບ່ງລູກຄ້າທີ່ເປັນກຸ່ມເປົ້າໝາຍສະເພາະ ແລະ ສຸມໃສ່ການສ້າງຄວາມສໍາພັນໃຫ້ລູກຄ້າກັບມາຊື້ຄືນອີກ
  • Marketing 3.0 (Human Centric) ມະນຸດສູນກາງ, ການຕະຫຼາດໃນຍຸກນີ້ໃຫ້ຄວາມສໍາຄັນກັບຄວາມຮັບຜິດຊອບຕໍ່ສັງຄົມ.
  • Marketing 4.0 (Traditional to Digital) ເຂົ່້າສູ່ຍຸກ Digital Era ທີ່ມີແຕ່ຄົນກໍເຮັດບໍ່ໄດ້ ຈຳເປັນຕ້ອງມີເຄື່ອງມື ແລະ ເຕັກໂນໂລຊີນຳ
  • Marketing 5.0 (Technology for Humanity) ການປະສົມປະສານລະຫວ່າງ Digital ກັບ Marketing ເປັນ Technology for Humanity
  • Marketing 6.0 (Marketing in the Metaverse: Immersive Marketing) ສຸມໃສ່ການຂາຍຜ່ານໂລກສະເໝຶືອນຈິງ, ສາມາດທົດລອງສິນຄ້າໄດ້ເຖິງແມ່ນວ່າຈະຂາຍອອນລາຍ, ເປັນການຂາຍຂອງໃນໂລກຈິງ ແລະ ໂລກອອນລາຍທີ່ເທົ່າທຽມກັນ, ເປັນຕະຫຼາດທີ່ມີໂອກາດເຕີບໂຕ ແລະ ມີຄວາມວຸ້ນວາຍສູງ

5 ເຕັກໂນໂລຊີສຳຄັນໃນຍຸກຂອງ Marketing 6.0

ເມື່ອກ້າວເຂົ້າສູ່ Marketing 6.0 : Marketing in the Metaverse ການປະສົມປະສານໂລກຄວາມເປັນຈິງ ແລະ ໂລກສະເໝືອນຈິງເຂົ້າໄວ້ດ້ວຍກັນ, ເຊິ່ງໃນອະນາຄົດອາດຈະມີຄຳຖາມໃໝ່ໆເກີດຂຶ້ນໃນການຕະຫຼາດເປັນຈຳນວນຫຼາຍ. ແຕ່ສິ່ງສຳຄັນທີ່ເຮົາຕ້ອງທຳຄວາມເຂົ້າໃຈພຶດຕິກຳຂອງຜູ້ບໍລິໂພກມີ 5 ເຕັກໂນໂລຊີສຳລັບຄົນທີ່ຢາກຈະເອົາຊະນະໃນຍຸກນີ້ກໍຄືຄົນທີ່ໃຊ້ເຄື່ອງມືເປັນ ເພາະມັນຈະຊ່ວຍປະຢັດແຮງງານ, ຕົ້ນທຶນ ແລະ ເວລາກໍຄື

  1. IoT (Internet of Things) ສິ່ງຂອງອ້ອມຮອບຕົວຜູ້ບໍລິໂພກຈະເຊື່ອມຕໍ່ກັບອິນເຕີເນັດ ເພື່ອເຮັດໜ້າທີ່ດຶງຂໍ້ມູນລູກຄ້າແລ້ວນຳມາວາງແຜນການຕະຫຼາດ ສ້າງປະສົບການໂລກຈິງໃຫ້ຢູ່ໃນໂລກສະເໝຶອນຈິງ, ການຮູ້ຂໍ້ມູນລູກຄ້າຫຼາຍຈະສາມາດນຳໄປວາງແຜນເພື່ອເອົາຊະນະໃນຍຸກນີ້
  2. AI ເຊັ່ນ ChatGPT ທີ່ກຳລັງພັດທະນາ ແລະ ເປັນທີ່ນິຍົມໃນປັດຈຸບັນຈະຊ່ວຍໃຫ້ການຕະຫຼາດໂລກຄວາມເປັນຈິງ ແລະ ໂລກສະເໝືອນຈິງສາມາດຢ່າງຄຽງຄູ່ກັນໄປ ເພາະມັນສາມາດເຂົ້າເຖິງຜູ້ບໍລິໂພກໄດ້ໃນທຸກ GEN ຈາກຈຸດຮ່ວມທີ່ມີຄວາມສົນໃຈ, ຄວາມຄາດຫວັງ ແລະ ຄວາມຕ້ອງການດຽວກັນ
  3. 3D Asset Creation ເຕັກໂນໂລຊີທີ່ໃຊ້ໃນການອອກແບບກົນລະຍຸດ ແລະ ຜະລິດຕະພັນ, ທີ່ຊ່ວຍໃຫ້ເຫັນຮູບພາບທີ່ກຳລັງເກີດຂື້ນໃນໂລກສະເໝືອນ. ໃນອະນາຄົດ, ຮູບເງົາໂຄສະນາ ແລະ ການຜະລິດສິລະປະຈະໃຊ້ AI ເປັນເຄື່ອງມືໃນການສ້າງສັນ ແລະ ຜະລິດວຽກງານຢ່າງໄວວາ.
  4. Blockchain ເຕັກໂນໂລຊີທີ່ຈະຊ່ວຍຈັດເກັບ ແລະ ດູແລຂໍ້ມູນ ທີ່ສ້າງຂຶ້ນໃນໂລກສະເໝືອນຈິງໃນຮູບແບບ 3D, ເຊິ່ງເປັນກຸນແຈລັອກຂໍ້ມູນເພື່ອບໍ່ໃຫ້ສູນຫາຍ
  5. AR/VR ເຕັກໂນໂລຊີເຊື່ອມໂລກສະເໝືອນຈິງເປັນ Interface ຫຼື ອຸປະກອນສຳລັບການປ້ອນຂໍ້ມູນຜ່ານ AR ຫຼື VR, ເຊັ່ນ Apple Vision Pro.

ທີ່ມາ:

brandbuffet

tumwai

rainmakerth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/