Randy Orton ນັກມວຍປໍ້າຂວັນໃຈມະຫາຊົນ ຖືກກວດພົບອາການບາດເຈັບໜັກ ແພດແນະນຳບໍ່ໃຫ້ຂຶ້ນເວທີປໍ້າອີກ


ແຣນດີ ອໍຕັນ (Randy Orton) ນັກມວຍປໍ້າມາດເຈົ້າຊູ້ ຂວັນໃຈມະຫາຊົນ ສາຍາ The Viper ຫຼື ງູພິດ ທີ່ມີທ່າໄມ້ຕາຍສຸດຮິດຢ່າງ RKO ອາດຕ້ອງໄດ້ພິຈາລະນາຕົນເອງກັບບົດບາດໃນ WWE ໃນອະນາຄົດ ຫຼັງຖືກກວດພົບວ່າໄດ້ມີອາການບາດເຈັບໜັກ ຈົນແພດແນະນຳບໍ່ໃຫ້ຂຶ້ນເວທີປໍ້າອີກ. 

ໃນໄລຍະ 3-4 ປີທີ່ຜ່ານມາ ແຣນດີ້ ອໍຕັນ ໃນອາຍຸ 43 ປີ ຂຶ້ນປໍ້າໃຫ້ WWE ໃນລາຍການ RAW ທຸກໆອາທິດ ກ່ອນຈະຫາຍໄປຈາກເວທີໃນໄລຍະເດືອນ ພຶດສະພາ ເມື່ອປີ 2022 ທີ່ຜ່ານມາ ເນື່ອງຈາກໄດ້ຮັບອາການບາດເຈັບຊຳເຮື້ອບໍລິເວນຫຼັງ.

ຈາກນັ້ນໃນໄລຍະເດືອນພະຈິກ ໃນປີທີ່ຜ່ານມາ ແຣນດີ ອໍຕັນ ໄດ້ເຂົ້າຮັບການຜ່າຕັດ ໂດຍແຟນໆຫວັງວ່າ ແຣນດີ ອໍຕັນ ຈະພັກຟື້ນ ແລະ ກັບມາຂຶ້ນເວທີປໍ້າອີກເທື່ອໜຶ່ງໃນປີນີ້. ແຕ່ທຸກຢ່າງກັບບໍ່ເປັນແນວນັ້ນ ເມື່ອມີການເປີດເຜີຍອອກມາວ່າ ອາການບາດເຈັບຂອງ ແຣນດີ ອໍຕັນ ນັ້ນຍັງບໍ່ມີທ່າທີ ວ່າຈະດີຂຶ້ນເລີຍ.

ຄາວບອຍ ບັອບ ອໍຕັນ ພໍ່ຂອງ ແຣນດີ ອໍຕັນ ລະບຸວ່າ: “ຕອນນີ້ ແຣນດີ ກຳລັງເຝິກຊ້ອມຢູ່ ເຮົາມາເບິ່ງກັນວ່າແມ່ນຫຍັງຈະເກີດຂຶ້ນ ແລະ ລາວຈະກັບມາເມື່ອລາວຮູ້ສຶກວ່າລາວພ້ອມແລ້ວແທ້ໆ ແຕ່ຕອນນີ້ລາວຍັງຢູ່ໃນການດູແລຂອງແພດ ແລະ ຂ້ອຍຄິດວ່າ ໝໍກຳລັງບອກລາວວ່າຢ່າກັບໄປປໍ້າອີກ ແຕ່ເຊື່ອໄດ້ເລີຍ ວ່າ ແຣນດີ ຈະເຮັດໃນສິ່ງທີ່ລາວຕ້ອງເຮັດ ເມື່ອຮອດເວລາ”.

ມາຮອດປັດຈຸບັນ ແຣນດີ ອໍຕັນ ຖືເປັນອີກໜຶ່ງນັກມວຍປໍ້າຮຸ່ນໃຫຍ່ ໃນ WWE ເນື່ອງຈາກຂຶ້ນເວທີປໍ້າມາແລ້ວຫຼາຍກວ່າ 20 ປີ ຄວ້າແຊ້ມໂລກ ມາແລ້ວ 14 ສະໄໝ ຖືເປັນອີກໜຶ່ງຂວັນໃຈຂອງແຟນໆ WWE ເຖິງວ່າ ແຣນດີ ຈະຖືກວາງ ຫຼື ຈະຢູ່ບົດບາດໃດກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/