ບູເຊັກທຽນ ຈາກສະໜົມປາຍແຖວ ສູ່ ຈັກກະພັດດິນີໃນແດນມັງກອນ


ແມ່ຍິງໜຶ່ງດຽວຂອງຈີນຄົນທຳອິດ ແລະ ຄົນສຸດທ້າຍທີ່ຂຶ້ນໄປຢູ່ຈຸດສູງສຸດຂອງແຜ່ນດິນ ຈັກກະພັດດິນີ ບູເຊັກທຽນ ຫຼື ອູເຈີທຽນ ເປັນຜູ້ຍິງທີ່ໃຊ້ຄວາມສາມາດ ແລະ ຄວາມສະຫຼາດທີ່ມີເພື່ອໄຕ່ຂຶ້ນສູ່ບັນລັງມັງກອນຂອງຈີນ ຈົນກາຍມາເປັນບຸກຄົນສຳຄັນໃນໜ້າປະຫວັດສາດທີ່ຖືກຄົນຮຸ່ນຫຼັງເວົ້າເຖິງ ແລະ ນຳເອົາມາສຶກສາຮອດປັດຈຸບັນນີ້.

ຢ້ອນກັບໄປໃນລາຊະວົງຂອງຈັກກະພັດໄທ່ຈົງ ພະນາງບູເຊັກທຽນ ທີ່ມີນາມເດີມວ່າ ອູ່ເຈົ້າ ເປັນລູກສາວ ອູ່ ຊື່ຮົ່ວ ເກີດໃນເມືອງລີ່ໂຈ ປັດຈຸບັນຄືເມືອງກ່ວງຫຍວນ ໃນມົນທົນເສສວນ ຫາກແຕ່ບາງແຫຼ່ງກໍບອກວ່າ ອາດຈະເກີດທີ່ເມືອງຊາງອັນ ປັດຈຸບັນຄືເມືອງຊີຊານ.

(ຮູບຈາກຊີຣີ້ The Empress of China)

ເສັ້ນທາງຊີວິດຂອງພະນາງເລີ່ມຈາກການເຂົ້າມາເປັນສະໜົມໃນວັງໃນສະໄໝຈັກກະພັດໄທ່ຈົງ ເປັນພຽງນາງສະໜົມຕຳແໜ່ງຂັ້ນຕ່ຳ (ໄຊເລິນ) ດ້ວຍຄວາມທີ່ຄອບຄົວມີຖານະ ຈຶ່ງໄດ້ຮັບການສຶກສາມາເປັນຢ່າງດີ ພ້ອມກັບມີໃບໜ້າອັນສວຍງາມ ພ້ອມທັງຍັງມີຄວາມສະຫຼາດຫຼັກແຫຼມ ເຮັດໃຫ້ຈັກກະພັດໄທ່ຈົງ ພໍພະໄທຢ່າງຫຼວງຫຼາຍຈຶ່ງປະທານນາມໃຫ້ວ່າ “ເມີຍໜ່ຽງ” ທີ່ມີຄວາມໝາຍວ່າ ງົດງາມມີສະເໜ່ ຄວາມທີ່ເປັນໂປດປານ ຈຶ່ງມີໂອກາດໄດ້ໃກ້ຊິິດກັບພະເຈົ້າແຜ່ນດິນ ແລະ ເປັນໂອກາດອັນດີທີ່ຈະຊຶມຊັບຄວາມຮູ້ໃນການບໍລິຫານບ້ານເມືອງ. ດ້ວຍຄວາມທີ່ຮູ້ໜັງສືເປັນຕົ້ນທຶນເດີີມຢູ່ແລ້ວ ແລະ ມີນິດໄສທີ່ເດັດດ່ຽວແຕກຕ່າງຈາກຍິງສາວໃນສະໄໝນັ້ນ ຈຶ່ງບໍ່ແປກທີ່ພະນາງຢູ່ຕຳແໜ່ງ ໄສເຫຼິນ ຮອດ 12 ປິ.

ຫຼັງຈາກການສະຫວັນນະຄົດຂອງຈັກກະພັດໄທ່ຈົງ ຕາມກົດມົນທຽນບານຂອງລາຊະວົງຕ້ອງເຮັດໃຫ້ນາງສະໜົມ ແລະ ນາງໃນທີ່ບໍ່ສາມາດລູກໄດ້ ຕ້ອງອອກບວດໄປເປັນແມ່ຊີຢູ່ທີ່ວັດ ກັ່ນເຍຊື່ ໃນນະຄອນຊາງອານ ໂດຍທີ່ລູກຊາຍນາມວ່າ ຫຼີ່ຈື່ ຂຶ້ນຄອງລາດ ໂດຍມີພະນາມວ່າ ພະເຈົ້າຖັງເກົາຈົງ.

ຫຼີ່ຈື່ ຫຼື ພະເຈົ້າຖັງເກົາຈົງ ຕອນທີ່ເປັນອົງຊາຍໄດ້ພົບກັບສະໜົມອູ່ໂດຍບັງເອີນ ພຽງໄດ້ສົບຕາກໍຮູ້ໄດ້ທັນທີ່ວ່ານີ້ແມ່ນຮັກແທ້ ເຖິງແມ່ນວ່າອີກຄົນຈະມີຖານະເປັນ “ແມ່” ແລະອາຍຸກໍຫຼາຍກວ່າ 4 ປີ ແຕ່ຟ້າບໍ່ອາດກັນທັງສອງໃຫ້ຈາກກັນ. ເມື່ອພະເຈົ້າຖັງເກົາຈົງ ໄດ້ແຕ່ງຕັ້ງໃຫ້ “ອູ່ເມີຍໜ່ຽງ” ເປັນມະເຫສີ ແຕ່ບໍ່ມີຫຍັງໄດ້ມາງ່າຍໆ ອູ່ເມີຍໜ່ຽງ ຕ້ອງໄດ້ຕໍ່ສູ້ກັບອຳນາດວັງຫຼັງ ແຕ່ດ້ວຍຄວາມທີ່ເຄີຍຢູ່ໃນວັງມາກ່ອນ ຍ່ອມມີປະສົບການມາກ່ອນ ຈຶ່ງສາມາດກຳຈັດສັດຕູໄດ້ຢ່າງງ່າຍດາຍ.

(ຮູບຈາກຊີຣີ້ The Empress of China)

ຫຼັງຈາກຂຶ້ນເປັນຮອງເຮົາ ຫຼື ມະເຫສີເອກ ການອອກວ່າລາຊາການທັງໝົດມີພຽງພະນາງເປັນຜູ້ສຳເລັດລາຊະການແທນຜູ້ເປັນສາມີ ເມື່ອພະເຈົ້າຖັງເກົາຈົງ ສະຫວັນນະຄົດແລ້ວ ໄດ້ແຕ່ງຕັ້ງໃຫ້ ຫຼີ່ຕັ້ງ ຫຼື ພະເຈົ້າລຸ່ຍຈົງ ຂຶ້ນເປັນຈັກກະພັດ ແຕ່ກໍພຽງໃນນາມພຽງເທົ່ານັ້ນ ໂດຍທີ່ມີພະນາງເປັນຜູ້ສຳເລັດລາຊະການແທນໃນນາມ ອູ່ໄທ ຈົນເວລາຜ່ານໄປອີກ 7 ປີ ອູ່ໄທເຮົາ ຂຶ້ນຄອງລາຊະສົມບັດເປັນຈັກກະພັດດິນີ ອູ່ເຈີທຽນ ຫຼື ບູເຊັກທຽນ ພ້ອມສະຖາປະນາລາຊະວົງໂຈຂື້ນມາ ການຂຶ້ນຄອງຂອງພະນາງຖືວ່າເປັນອີກໜຶ່ງລາຊະວົງທີ່ຮຸ່ງເຮືອງ ພະນາງໃຫ້ບຳລຸງພະພຸດທະສາສະໜາ ເປີດໂອກາດໃຫ້ທຸກຄົນທຸກຊົນຊັ້ນສາມາດມາເສັງເປັນຂຸນນາງໄດ້ ຖືວ່ານີ້ເປັນຄັ້ງທຳອິດຂອງແຜ່ນດິນຈີນທີ່ມີການເສັງເປັນຄຸນນາງ ແຕ່ເບື້ອງຫຼັງຄວາມຈະເລີນຮຸ່ງເຮືອງກໍມີມຸມມືດ ເປັນທີ່ຮູ້ກັນດີວ່າພະນາງໃຊ້ອຳນາດກຳຈັດສັດຕູ ຫຼື ຂຸນນາງທີ່ມີການຂັດຂືນຕໍ່ພະນາງຈົນມີຄຳກ່າວວ່າ “ຫາກມ້າພະຍົດ ພະນາງໃຊ້ເຄື່ອງ 3 ຢ່າງ ແສ້ຈະເອົາໃຊ້ຕີມັນ ຄັນມັນຍັງພະຍົດຢູ່ກໍຈະໃຊ້ຄ້ອນທຸບຫົວມັນ ແຕ່ຫາກຍັງບໍ່ສຳເລັດກໍຈະໃຊ້ດາບແທງມັນ” ເປັນຄຳປຽບວ່າຫາກໃຜໃຊ້ງານບໍ່ໄດ້ກໍພຽງຕ້ອງກຳຈັດ.

ໃນຍຸກຂອງພະນາງ ສິດທິຂອງແມ່ຍິງຖືວ່າມີຫຼາຍ ມີນາຍົກຍິງຄົນທຳອິດຂອງຈີນ ດ້ວຍຄວາມທີ່ພະນາງເອງກໍເປັນຜູ້ຍິງ ແລະ ເຊື່ອວ່າຜູ້ຍິງເອງກໍເຮັດວຽກໄດ້ຄືຜູ້ຊາຍ ການປົກຄອງທີ່ເດັດຂາດຂອງພະນາງໃນການກຳຈັດພວກທີ່ຕັ້ງຕົວເປັນປໍລະປັກແລກມາດ້ວຍການນອງເລືອດ ແຕ່ກໍນຳຄວາມເປັນສຸກຮົ່ມເຢັນມາໃຫ້ແຜ່ນດິນ.

ພະນາງໃນໄວ 80 ປີ ໄດ້ມີລາຊະໂອງການສະຫຼະບັນລັງໃຫ້ກັບເຈົ້າຊາຍຫຼີສ່ຽນ ແລະ ໃນວັນທີ 16 ທັນວາ ຄ.ສ 705 ພະນາງໄດ້ສະຫວັນນະຄົດຢ່າງສະຫງົບ ພະສົບຖືກຝັງຄຽງຄູ່ກັບພະເຈົ້າຖັງເກົາຈົງ ພ້ອມກັບປ້າຍຫີນທີ່ບໍ່ມີອັກສອນໃດໆ ຈາລຶກໄວ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/