ກຸ່ມ G7 ກຽມຫາແນວທາງເພື່ອຕອບໂຕ້ ນະໂຍບາຍການບີບບັງຄັບທາງເສດຖະກິດຂອງຈີນ


ກຸ່ມປະເທດ G7 ກຽມຫາແນວທາງເພື່ອຕອບໂຕ້ ນະໂຍບາຍການບີບບັງຄັບທາງເສດຖະກິດ ຂອງ ຈີນ ແລະ ພ້ອມວາງແຜນກະຈາຍອຳນາດຂອງລະບົບຕ່ອງໂສ້ການສະໜອງສິນຄ້າອອກຈາກຈີນແຜ່ນດິນໃຫຍ່.


ຣາມ ອີມານູເອວ (Rahm Emanuel) ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳຍີ່ປຸ່ນ ອອກມາເປີດເຜີຍວ່າ ກຸ່ມປະເທດ G7 ຫຼື ກຸ່ມປະເທດອຸດສາຫະກໍາຊັ້ນນໍາ 7 ປະເທດ ຢ່າງ ແຄນາດາ, ເຢຍລະມັນ, ຝຣັ່ງ, ອິຕາລີ, ຍີ່ປຸ່ນ, ອັງກິດ ແລະ ອາເມຣິກາ ກັບສະຫະພາບຢູໂຣບ ຈະຮ່ວມກັນຫາແນວທາງຢ່າງເປັນຮູບປະທຳເພື່ອຢຸດຢັ້ງນະໂຍບາຍການບີບບັງຄັບທາງເສດຖະກິດ (Economic Coercion) ຂອງ ຈີນໃນການປະຊຸມ G7 ທີ່ປະເທດຍີ່ປຸ່ນ ໃນວັນສຸກນີ້.

ຣາມ ອີມານູເອວ ກ່າວຜ່ານ Twitter ສ່ວນຕົວວ່າ: ການປະຊຸມໃນຮອບນີ້ຈະມີຄວາມຊັດເຈນຫຼາຍກວ່າຄຳເວົ້າ ຫຼື ຖະແຫຼງການຮ່ວມອອກມາ ສະມາຊິກກຸ່ມ G7 ກຳລັງພັດທະນາເຄື່ອງມືເພື່ອຢຸດຢັ້ງ ແລະ ປ້ອງກັນການຄຸກຄາມ ແລະ ການຕອບໂຕ້ ທາງເສດຖະກິດຂອງຈີນ.

ໂດຍມີການຄາດການກັນວ່າ ປະເດັນເລື່ອງການຕອບໂຕ້ນະໂຍບາຍບີບບັງຄັບທາງເສດຖະກິດຂອງຈີນ ຈະເປັນວາລະສຳຄັນໃນການຫາລືຂອງກຸ່ມປະເທດ G7 ໃນການປະຊຸມຮອບນີ້ ຫຼັງຈາກໃນອາທິດທີ່ຜ່ານມາ ການປະຊຸມຮ່ວມກັນລະຫວ່າງລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າທະນາຄານກາງຂອງກຸ່ມປະເທດ G7 ກໍໄດ້ມີການຍົກເລື່ອງນີ້ ມາປຶກສາຫາລືກັນ ເຊັ່ນດຽວກັນ.

ໂດຍຖະແຫຼງການຂອງການປະຊຸມຂອງຄັ້ງກ່ອນໜ້ານີ້ ລະບຸວ່າ ຈະມີການລົດການອາໄສ ສິນຄ້ານຳເຂົ້າຈາກຈີນ ແລະ ກະຈາຍການຜະລິດເພື່ອຕອບສະໜອງຄວາມຕ້ອງການຂອງຕົນເອງ ອອກຈາກຈີນ. ໂດຍໃນຖະແຫຼງການລະບຸຕື່ມອີກວ່າ ການກະຈາຍແຫຼງສະໜອງສິນຄ້າ ຫຼື ການຜະລິດ ອອກຈາກຈີນ ຈະຊ່ວຍໃຫ້ເຮົາປົກປ້ອງຄວາມໝັ້ນຄົງດ້ານພະລັງງານ ແລະ ຮັກສາສະຖຽນລະພາບທາງເສດຖະກິດມະຫາພາກໄດ້.

ໃນໄລຍະທີ່ຜ່ານມາ ຈີນໄດ້ຖືກໂຈມຕີໂດຍທາງຕາເວັນຕົກທີ່ໃຊ້ນະໂຍບາຍການຄ້າ ແລະ ເສດຖະກິດ ເພື່ອກົດ ດັນປະເທດຕ່າງໆເຊັ່ນ: ອອສເຕຣເລຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໃນການໂຕ້ແຍ້ງທາງການທູດ. ແຕ່ທາງການຈີນເອງກໍໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວມາຕະຫຼອດ ແລະ ຕໍາໜິຕິຕຽນໄປວ່າຄວາມຈິງແລ້ວແມ່ນສະຫະລັດອາເມຣິກາທີ່ໃຊ້ວິທີດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/