Oreo ເບິ່ງການໄກ! ສ້າງຫ້ອງນິລະໄພ ປົກປ້ອງຄຸກກີ້ຈາກວັນໂລກາວິນາດ.


ແບຣນຄຸກກີ້ Oreo ແຊຣວີດີໂອແນວຄິດສ້າງຫ້ອງນິລະໄພ ປົກປ້ອງຄຸກກີ້ຈາກວັນໂລກາວິນາດ ເພື່ອໃຫ້ແນ່ໃຈວ່າຄົນຮຸ່ນຫຼັງຈະຍັງມີໂອກາດໄດ້ຊິມລົດຊາດຄວາມແຊບຊ້ອຍນີ້ໄດ້ ເຊິ່ງໂຕວີດີໂອໄດ້ເອີ້ນສຽງຊື່ນຊົມຄວາມຊ່າງຄິດຂອງແບຣນ ແຖມຍັງມີເນື້ອຫາສຳລັບເຜີຍແຜ່ໄດ້ຕາມກະແສໂລກ.

Oreo ເອີ້ນຫ້ອງນິລະໄພນີ້ວ່າ “Global OREO Vault” ຫ້ອງເກັບເຄື່ອງຄອນກີດນີ້ ຖືກສ້າງຂຶ້ນຫຼັງຈາກມີຜູ້ໃຊ້ສື່ສັງຄົມອອນລາຍເຈົ້າໜຶ່ງຕັ້ງຄຳຖາມກັບ Oreo ວ່າໃຜຈະຊ່ວຍຮັກສາເຂົ້າໜົມສຸດແຊບນີ້ໄດ້ຖ້າຫາກເກີດຜົນກະທົບຈາກວິກິດດາວເຄາະນ້ອຍຕຳໂລກ, ເລື່ອງນີ້ Oreo ບອກວ່າທັງດາວເຄາະນ້ອຍ 2018VP1 ໄດ້ຮັບການຢືນຢັນແລ້ວວ່າເກືອບຈະບໍ່ມີໂອກາດຕຳໂລກ ແຕ່ Oreo ກໍຢາກສ້າງຄວາມແນ່ໃຈດ້ວຍການຕັ້ງ Global OREO Vault ຂຶ້ນໃນພື້ນທີ່ປອດໄພຢ່າງ Svalbard ປະເທດນໍເວ ໂດຍມີຈຸດປະສົງຄືເພື່ອໃຫ້ແນ່ໃຈວ່າຄຸກກີ້ OREO ຈະຢູ່ຕໍ່ໄປຊົ່ວລູກຊົ່ວຫຼານ.

ເບິ່ງວີດີໂອດັ່ງກ່າວໄດ້ທີ່ https://youtu.be/-I9PMUmVcoc