ທ່ານນາງວາງ ຄົນອາເມຣິກາເຊື້ອສາຍລາວເຜົ່າມົ້ງ ຊະນະການເລືອກຕັ້ງໃຫ້ເປັນສະມາຊິກສະພາຕໍ່າ ລັດມິນເນໂຊຕາ ສະໄໝທີ II.


ທ່ານນາງວາງ ຄົນອາເມຣິກາເຊື້ອສາຍລາວເຜົ່າມົ້ງ ຊະນະການເລືອກຕັ້ງໃຫ້ເປັນສະມາຊິກສະພາຕໍ່າ ລັດມິນເນໂຊຕາ ສະໄໝທີ II.

ໃນອາທິດທີ່ຜ່ານມາ ຂະນະທີ່ຊາວໂລກພວມລໍຄອຍຟັງຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມຣິກາ ທ່ານ ນາງ ຊາແມນທາ ວາງ (Samantha Vang) ຄົນອາເມຣິກາເຊື້ອສາຍລາວ ທີ່ສັງກັດພັກເດໂມແຄຣັດ ໄດ້ຊະນະການເລືອກຕັ້ງເພື່ອໃຫ້ດຳລົງຕຳແໜ່ງເປັນສະມາຊິກສະພາຕ່ຳ ປະຈຳລັດມິນເນໂຊຕ້າ ຕື່ມອີກເປັນສະໄຫມທີ 2 ໂດຍໄດ້ຮັບຄະແນນ 63% ຂອງການລົງຄະແນນສຽງທັງໝົດໃນເຂດເລືອກຕັ້ງທີ 40B.

ແມ່ຍິງອາເມຣິກັນເຊື້ອສາຍລາວເຜົ່າມົ້ງ ໄວອາຍຸສາມສິບກວ່າປີຜູ້ນີ້ບອກວ່າ: ບູລິມະສິດຕົ້ນຕໍໃນນະໂຍບາຍຂອງທ່ານນາງ ນັບຕັ້ງແຕ່ເລືອກຕັ້ງໃຫ້ເປັນສະມາຊິກສະພາຕ່ຳ ປະຈຳລັດມິນເນໂຊຕ້າ (Minnesota) ໃນປີ 2018 ເປັນຕົ້ນມາແມ່ນສົ່ງເສີມການສຶກສາຂອງປະຊາຊົນຢູ່ໃນເຂດເລືອກຕັ້ງຂອງທ່ານນາງ ເພື່ອໃຫ້ກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງ ແລະ ໜຽວແໜ້ນ ເຊິ່ງປັດຈຸບັນນີ້ ບູລິມະສິດລວມ ແລະ ສູງສຸດກໍຄືຊ່ວຍເຫຼືອ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19.

 “ບູລິມະສິດສູງສຸດຂອງຂ້າພະເຈົ້າ ແນ່ນອນແມ່ນການເບິ່ງແຍງຄົນໃນລັດ ແລະ ຄົນໃນເຂດເລືອກຕັ້ງຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າການລະບາດຢ່າງໜັກຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຄອບຄົວ ກຳລັງໄດ້ຮັບຄວາມເດືອດຮ້ອນ ມີຫຼາຍຄອບຄົວປະສົບຄວາມຫຍຸ້ງຍາກບໍ່ວ່າຢ່າງໃດກໍຢ່າງໜຶ່ງ ເພາະການລະບາດຂອງໂຄວິດ-19 ເຮັດໃຫ້ເຂົາເຈົ້າສູນເສຍວຽກເຮັດງານທຳ” ທ່ານນາງ ຊາແມນທາ ວາງ ກ່າວ.

“ຂ້າພະເຈົ້າຄິດວ່າ ໂຄວິດ-19 ມີຜົນກະທົບຕໍ່ທຸກໆປະຊາຄົມບໍ່ວ່າຈະເປັນຊາວມົ້ງ ຫຼື ຊາວຜິວຂາວກໍຕາມ ທຸກຄົນທີ່ພວກເຮົາຮູ້ຈະເປັນໝູ່ເພື່ອນກັນ ຫຼື ເປັນຄົນໃນຄອບຄົວກໍເປັນຜູ່ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ທັງນັ້ນ ເຊິ່ງອັນນີ້ແມ່ນເຮັດໃຫ້ຫລາຍໆປະຊາຄົມພົບຄວາມລຳບາກ ໂດຍສະເພາະແມ່ນປະຊາຄົມອາເມຣິກັນເຊື້ອສາຍເອເຊຍ ເວົ້າສະເພາະກໍຄືວັດທະນະທຳຂອງພວກເຮົາ ແມ່ນວັດທະນະທຳທີ່ຢູ່ໃກ້ກັນເປັນຄອບຄົວ ຢູ່ໃກ້ກັບຜູ້ເຖົ້າຜູ້ແກ່” ທ່ານນາງ ຊາແມນທາ ວາງ ກ່າວຕໍ່.

ນອກຈາກທ່ານນາງວາງແລ້ວ ກໍມີຊາວອາເມຣິກັນເຊື້ອສາຍລາວເຜົ່າມົ້ງ ທີ່ລົງແຂ່ງຂັນໃຫ້ຖືກເລືອກຕັ້ງເປັນສະມາຊິກສະພາປະຈຳລັດນັ້ນອີກ 5 ທ່ານ ເຊິ່ງສ່ວນໃຫຍ່ແລ້ວກໍແມ່ນສັງກັດພັກເດໂມແຄຣັດ.

ທີ່ມາ: https://lao.voanews.com/a/samantha-vang-reelected-as-house-representative-in-minnesota/5650571.html