Nike ເປີດຕົວເກີບຣີໄຊເຄິນ ໂດຍບໍ່ໃຊ້ກາວ ເພື່ອຫຼຸດຜ່ອນການປ່ອຍກ໊າສຄາບອນໄດອັອກໄຊ


ບໍລິສັດ Nike ໄດ້​ເປີດຕົວ​ເກີບຣີໄຊເຄິນທີ່​ມີ​ຊື່​ວ່າ “Nike ISPA Link Axis”, ເຊິ່ງທາງບໍລິສັດກ່າວວ່າ: ນີ້ຄືຜະລິດຕະພັນແບບໝຸນວຽນ ເຊິ່ງທຸກສ່ວນຂອງເກີບສາມາດນຳໄປຣີໄຊເຄິນໄດ້, ທຸກສ່ວນຂອງເກີບສາມາດປະກອບເຂົ້າກັນໄດ້ ແລະ ຍັງໃຊ້ວັດສະດຸທີ່ໜ້ອຍກວ່າເກີບທົ່ວໄປ ແລະທີ່ສຳຄັນຄືບໍ່ໄດ້ໃຊ້ກາວໃນການຕິດສ່ວນຕ່າງໆຂອງຜະລິດຕະພັນ.

ເກີບຄູ່ນີ້ເປັນສ່ວນໜຶ່ງຂອງປັດຊະຍາການອອກແບບ ISPA ຂອງ Nike ໄດ້ແກ່: Improvise, Scavenge, Protect ແລະ Adapt, ເຊິ່ງມຸ່ງເນັ້ນໄປທີ່ການທົດລອງ ແລະ ການຄິດຄົ້ນຜະລິດຕະພັນໃໝ່. ທາງບໍລິສັດ Nike ກ່າວວ່າ ຜະລິດຕະພັນນີ້ໄດ້ກ້າວເຂົ້າສູ່ການສ້າງຜະລິດຕະພັນທີ່ໃຊ້ແບບໝຸນວຽນຫຼາຍຂຶ້ນ ເຊິ່ງເປັນວົງຈອນທີ່ບໍ່ກໍ່ໃຫ້ເກີດຂີ້ເຫຍື້ອ.

“ເກີບທີ່ດີຕ້ອງມີຄວາມຫົດຢືດ ແລະ ທົນທານ” ບໍລິສັດ Nike ກ່າວວ່າ ໂດຍປົກກະຕິແລ້ວຜູ້ອອກແບບຈະໃຊ້ກາວ ແລະ ອົງປະກອບໃນການເກາະສ່ວນອື່ນໆໄວ້ ເຊິ່ງຈະເຮັດໃຫ້ເກີບບໍ່ສາມາດຖອດຊິ້ນສ່ວນ ແລະ ນໍາໄປຣີໄຊເຄິນໄດ້. ໃນການຣີໄຊເຄິນເກີບຈຳເປັນຈະຕ້ອງໄດ້ຕັດອອກເປັນຕອນໆ ເຊິ່ງເປັນຂະບວນການທີ່ໃຊ້ພະລັງງານຫຼາຍ. ການສ້າງເກີບທີ່ສາມາດຖອດ ຫຼື ແຍກຊິ້ນສ່ວນອອກໄດ້ຈະຫຼຸດຜ່ອນກ໊າສຄາບອນໄດອັອກໄຊຂອງຜະລິດຕະພັນ ແລະ ເປີດໂອກາດໃໝ່ໆສໍາລັບວົງຈອນຂອງຜະລິດຕະພັນອີກດ້ວຍ.

Nike ໄດ້ເຮັດວຽກກ່ຽວກັບການອອກແບບເກີບແບບຍືນຍົງໃນໄລຍະຫຼາຍປີທີ່ຜ່ານມາ. ບໍລິສັດໄດ້ເປີດຕົວຄໍເລັກຊັນ Space Hippie ໃນປີ 2020 ໂດຍຜະລິດຕະພັນໄດ້ເຮັດມາຈາກວັດສະດຸທີ່ເປັນຂີ້ເຫຍື້ອໃນອະວະກາດ. ນອກຈາກນີ້ ບໍລິສັດ Nike ຍັງໄດ້ອອກແບບເຄື່ອງແຕ່ງກາຍ ແລະ ເກີບໃນງານໂອລິມປິກ ປີ 2020 ທີ່ຖືໄດ້ວ່າເປັນການອອກແບບທີ່ໃຊ້ວັດສະດຸທີ່ຍືນຍົງ ແລະ ໄດ້ຮັບການອອກແບບມາໃຫ້ມີຂີ້ເຫຍື້ອໜ້ອຍທີ່ສຸດ

ທີ່ມາ:

environmentalleader

nike

environmentalleader2

environmentalleader3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/