ເລີ່ມມີກິ່ນ! CZ ໄດ້ອອກມາປະຕິເສດວ່າ Binance.US ບໍ່ໄດ້ໃຊ້ Ceffu ເຊິ່ງຂັດແຍ້ງກັບຄຳຖະແຫຼງການຕໍ່ສານກ່ອນໜ້ານີ້ຂອງ Binance.US


ກ່ອນໜ້ານີ້ Binance.US ໄດ້ບອກກ່າວຕໍ່ສານໃນສະຫະລັດວ່າ ພວກເຂົາໄດ້ໃຊ້ຊອບແວທີ່ດູແລລະບົບກະເປົາເງິນທີ່ສະເໜີໂດຍອົງການສາກົນຂອງ Binance, ເຊິ່ງຕໍ່ມາກໍໄດ້ປ່ຽນຊື່ເປັນ Ceffu.

ໂດຍລະບົບດັ່ງກ່າວມີຊື່ວ່າ Binance Custody ກ່ອນທີ່ຈະປ່ຽນຊື່ເປັນ Ceffu ແລະ ໃນປັດຈຸບັນກໍໄດ້ຖືກສືບສວນໂດຍຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC). ໂດຍການສືບສວນໃນຄັ້ງນີ້ແມ່ນເພື່ອຮັບປະກັນວ່າສິນຊັບຂອງຜູ້ໃຊ້ໃນສະຫະລັດຈະບໍ່ຖືກໂອນໄປຕ່າງປະເທດ.

ຫຼັງຈາກທີ່ສານໄດ້ປະຕິເສດຕໍ່ SEC ໃນການຮຽກຮ້ອງຂໍກວດສອບເອກະສານຂອງ Binance.US, Changpeng “CZ” Zhao CEO ຂອງ Binance ກໍໄດ້ອອກມາປະກາດໃນແພລັດຟອມ X ເມື່ອວັນອັງຄານທີ່ຜ່ານມາວ່າ “Binance.US ບໍ່ເຄີຍໃຊ້ ແລະ ຈະບໍ່ໃຊ້ Ceffu ຫຼື Binance Custody” ແລະ ໃນຕອນນີ້ມັນກໍໄດ້ມາກາຍມາເປັນປະເດັນໃນຄະດີິຂອງລະຫວ່າງ SEC ແລະ Binance.US ຂຶ້ນອີກຄັ້ງ

ໃນເວລາຕໍ່ມາທະນາຍຄວາມຂອງ Binance U.S ກໍໄດ້ສົ່ງເອກະສານໃຫ້ກັບສານເຊິ່ງໃນນັ້ນມີຂໍ້ມູນທີ່ລະບຸໄວ້ວ່າ Binance.US ໄດ້ໃຊ້ Ceffu, ເຊິ່ງແມ່ນລະບົບທີ່ສ້າງຂຶ້ນໂດຍບໍລິສັດສາກົນ Binance Holdings Ltd (BHL).

Binance ໄດ້ໃຊ້ຊອບແວດູແລກະເປົາເງິນທີ່ພັດທະນາໂດຍ BHL ເພື່ອດູແລຄວາມປອດໄພຂອງກະເປົາເງິນດິຈິຕອນທີ່ຖືຊັບສິນຂອງລູກຄ້າຈໍານວນຫຼາຍ ແລະ ໃນວັນທີ 12 ກັນຍາ, Binance.US ໄດ້ພະຍາຍາມລົບລ້າງຄຳກ່າວຫາຂອງ SEC ໂດຍການຍື່ນຄໍາຮ້ອງທຸກຕໍ່ສານໂດຍລະບຸວ່າ: ລະບົບການຄຸ້ມຄອງດູແລກະເປົາເງິນທີ່ພັດທະນາໂດຍ BHL ມີຈຸດປະສົງພຽງແຕ່ເພື່ອຮັກສາຈໍານວນກະເປົາເງິນດິຈິຕອນຂອງລູກຄ້າຈໍານວນຫຼາຍເທົ່ານັ້ນ ແລະ ປັດຈຸບັນ BHL ກໍາລັງວາງແຜນທີ່ຈະເຂົ້າຕະຫຼາດພາຍໃຕ້ຊື່ ‘Ceffu’, ບໍລິສັດຈຶ່ງໄດ້ໃຊ້ຊື່ດັ່ງກ່າວມາໃຊ້ເພື່ອອ້າງອີງ ລວມທັງການຕິດຕໍ່ກັບ SEC ແລະ ຍື່ນຕໍ່ສານ.

ທີ່ມາ:

coindesk

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/