Crypto wallet ກະເປົາເງິນທີ່ເອົາໄວ້ໃສ່ຫຼຽນຄຣິບໂຕ ໜຶ່ງໃນຫົວໃຈສຳຄັນທີ່ນັກລົງທຶນຕ້ອງມີ


ເມື່ອກ້າວເຂົ້າສູ່ໂລກຂອງການລົງທຶນ Crypto ສິ່ງທີ່ເຮົາຕ້ອງຮູ້ ແລະ ຂາດບໍ່ໄດ້ເລີຍກໍຄື “Crypto Wallet” ຫຼື ກະເປົາເງິນດິຈິຕອນນັ້ນເອງ. ໂດຍ Crypto Wallet ແມ່ນອຸປະກອນສຳຄັນໃນການຖືຄອງຫຼຽນ ປຽບເໝືອນຫົວໃຈຫຼັກໃນການລົງທຶນ Crypto ເລີຍກໍວ່າໄດ້.  ເພາະວ່າຖ້າເຮົາເຂົ້າໄປໃນໂລກທີ່ການເງິນທັງໝົດນັ້ນໄຮ້ສູນກາງ, ທຸກຄົນສາມາດເຂົ້າເຖິງ ແລະ ສາມາດເຮັດທຸລະກໍາຕໍ່ກັນແລະກັນໄດ້ໂດຍກົງ ໂດຍບໍ່ຈໍາເປັນຕ້ອງຜ່ານຕົວກາງ ຫຼື ສະຖາບັນການເງິນ, ການມີກະເປົາເງິນດິຈິຕອນເປັນຂອງຕົນເອງ ກໍຈະຊ່ວຍໃຫ້ເຮົາສາມາດຈັດການສິ່ງຕ່າງໆທີ່ກ່ຽວຂ້ອງກັບໂລກຂອງ Cryptocurrencies ໄດ້ຢ່າງປອດໄພຫຼາຍຂຶ້ນ.

Crypto Wallet ຫຼື ກະເປົາເງິນດິຈິຕອນແມ່ນຫຍັງ?

Crypto Wallet ແມ່ນເຄື່ອງມື ຫຼື ໂປຣແກຣມທີ່ມີໜ້າທີ່ຈັດເກັບເງິນສະກຸນດິຈິຕອນ ເພື່ອໃຫ້ມີຄວາມປອດໄພຍິ່ງຂຶ້ນ. ນອກຈາກນີ້ມັນຍັງສາມາດສົ່ງ, ຮັບ ແລະ ຈັດເກັບສິນຊັບດິຈິຕອນເຂົ້າມາໃນກະເປົາອີກດ້ວຍ, ໂດຍກະເປົາດິຈິຕອນເຫຼົ່ານີ້ອາດຢູ່ໃນຮູບແບບຂອງ flash drive, ໂປຣແກຣມ desktop ຫຼື ພຽງເຈ້ຍແຜ່ນດຽວກໍໄດ້ ເພື່ອຈັດເກັບ Private Key ແລະ Public Key. ໂດຍ Keys ເຫຼົ່ານີ້ຈະເຮັດໃຫ້ເຮົາສາມາດເຂົ້າເຖິງສິນຊັບທີ່ມີ ແລະ ອະນຸຍາດໃຫ້ສາມາດຮັບ ຫຼື ສົ່ງສະກຸນເງິນ crypto ທີ່ຮອງຮັບໄດ້. ເຊິ່ງຖ້າເຮົາຕ້ອງການເລີ່ມຕົ້ນການລົງທຶນຢູ່ໃນໂລກຂອງ crypto ຈຳເປັນຈະຕ້ອງມີກະເປົາເງິນດິຈິຕອນເປັນອັນດັບທຳອິດ.

ຫຼັກການເຮັດວຽກຂອງ Crypto Wallet

ກະເປົາເງິນດິຈິຕອນແຕ່ລະໃບ ຈະມີ code ທີ່ເປັນເອກະລັກສະເພາະຂອງແຕ່ລະກະເປົາເພື່ອເອົາໄວ້ຮັບ ແລະ ສົ່ງ crypto. ໂດຍ code ເຫຼົ່ານີ້ຈະຖືກເອີ້ນວ່າ Public Key ແລະ ເຮົາຈະໄດ້ຮັບ Private Key ຂອງກະເປົາໃບນັ້ນໆມານຳ ເຮັດໃຫ້ເຮົາສາມາດເຂົ້າເຖິງສິນຊັບດິຈິຕອນ ແລະ ຈັດການສິ່ງຕ່າງໆດ້ວຍຕົນເອງໄດ້.

ເຖິງແມ່ນວ່າ Crypto Wallet ມັນຈະຖືກເອີ້ນວ່າກະເປົາເກັບເງິນດິຈິຕອນ ແຕ່ຄວາມຈິງແລ້ວສິນຊັບດິຈິຕອນຂອງເຮົານັ້ນລ້ວນຖືກເກັບຢູ່ໃນ blockchain ທັງໝົດ. ເຊິ່ງຕົວ blockchain ຈະມີໜ້າທີ່ພຽງແຕ່ຕິດຕາມການທຸລະກໍາລະຫວ່າງກະເປົາເທົ່ານັ້ນ ແລະ ບໍ່ສາມາດກວດສອບໄດ້ວ່າປາຍທາງຂອງການທຸລະກຳນັ້ນຖືກຕ້ອງຫຼືບໍ່? ເພາະສະນັ້ນພວກເຮົາຄວນລະມັດລະວັງໃຫ້ຫຼາຍຂຶ້ນ ຖ້າເກີດສົ່ງຫຼຽນ ຫຼື ສິນຊັບໃດໆຜິດຂຶ້ນມາ ລະບົບຈະບໍ່ສາມາດຈົດຈຳໄດ້ ແລະ ຫຼຽນດັ່ງກ່າວກໍຈະຫາຍໄປຕະຫຼອດການ

ດັ່ງນັ້ນ keys ເຫຼົ່ານີ້ມີຄວາມສຳຄັນຫຼາຍ ຈົ່ງລະມັດລະວັງຢ່າໃຫ້ໃຜເຫັນ ຫຼື ຮູ້ເດັດຂາດ ເພາະມັນອາດເຮັດໃຫ້ທ່ານສູນເສຍສິນຊັບທີ່ຢູ່ໃນກະເປົາທັງໝົດໄດ້

ປະເພດຂອງ Crypto Wallet

ໂດຍ Crypto Wallet ຈະແບ່ງອອກເປັນ 2 ປະເພດດັ່ງນີ້:

  • Hot Wallet

Hot Wallet ບໍ່ໄດ້ໝາຍຄວາມວ່າກະເປົາຮ້ອນແຕ່ຢ່າງໃດ ແຕ່ໝາຍເຖິງກະເປົາທີ່ຈະມີການເຊື່ອມຕໍ່ກັບອິນເຕີເນັດ ແລະ ເຄືອຂ່າຍຫຼຽນ crypto ຢູ່ຕະຫຼອດເວລາ, ນໍາໄວ້ສໍາລັບການໂອນ ແລະ ຮັບຫຼຽນ crypto ແລະ ມັນຈະສະແດງໃຫ້ພວກເຮົາເຫັນຈໍານວນ tokens ຍັງເຫຼືອ.

Hot Wallet ເຊື່ອມຕໍ່ກັບ Public Key ແລະ Private Key ຂອງພວກເຮົາເພື່ອອໍານວຍຄວາມສະດວກໃນການເຮັດທຸລະກໍາ ແລະ ຊ່ວຍຮັກສາຄວາມປອດໄພ. ເນື່ອງຈາກ Hot Wallets ເຊື່ອມຕໍ່ອິນເຕີເນັດສະເໝີ, ພວກມັນມີຈຶ່ງຄວາມສ່ຽງຕໍ່ການຖືກແຮັກຫຼາຍກວ່າ Cold Wallet ໂດຍຈະແບ່ງອອກເປັນ 3 ຮູບແບບຫຼັກໆໄດ້ແກ່ Web Wallet, Mobile Wallet ແລະ Desktop Wallet

  • Cold Wallet

Cold Wallet ແມ່ນກະເປົາເງິນທີ່ມີການນຳ key ຂອງ cryptocurrencies ມາຮັກສາມັນໄວ້ໃນຮູບແບບອອຟໄລໂດຍບໍ່ມີການເຊື່ອມຕໍ່ອິນເຕີເນັດ.

ດ້ວຍເຫດນີ້ຈຶ່ງເຮັດໃຫ້ Cold Wallets ສ່ຽງຕໍ່ການ hack ໜ້ອຍກວ່າ Hot Wallets, ແຕ່ກໍຈະມີຄວາມສະດວກສະບາຍໜ້ອຍກວ່າເຄື່ອງມືຈັດເກັບຮັກສາອື່ນໆໂດຍແລກກັບຄວາມປອດໄພເພີ່ມຂຶ້ນ. ຕົວຢ່າງເຊັ່ນ Paper Wallets, Hardware Wallets ແລະ Sound Wallets

ທີ່ມາ:

longtunman

tips.thaiware

finnomena

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/