NASA ເຜີຍ ວົງແຫວນທີ່ເປັນເອກະລັກຂອງດາວເສົາ ຈະຫາຍໄປໃນອີກບໍ່ເທົ່າໃດ ຮ້ອຍລ້ານປີທາງໜ້າ


ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ສະຫະລັດອາເມຣິກາ ຫຼື NASA ອອກມາເປີດເຜີຍວ່າ ວົງແຫວນນໍ້າກ້ອນອັນເປັນເອກະລັກຂອງ ດາວເສົາ ຈະບໍ່ຫຼົງເຫຼືອໃຫ້ເຮົາໄດ້ເບິ່ງອີກຕໍ່ໄປແລ້ວ ແລະ ຈະຫາຍໄປໃນອີກບໍ່ເທົ່າໃດຮ້ອຍລ້ານປີທາງໜ້າ.

ໂດຍເມື່ອບໍ່ດົນມານີ້ ໄດ້ເປີດເຜີຍຂໍ້ມູນ ງານວິໄຈຈາກເຮືອບິນອະວະກາດ ເຄສສິນີ (Cassini) ທີ່ເປັນເຮືອບິນສໍາຫຼວດອະວະກາດ ທີ່ບິນໄປເຮັດພາລະກິດສຶກສາດາວເສົາ ແລະ ລະບົບຂອງດາວເສົາ ເຊິ່ງເຮືອບິນອະວະກາດລຳດັ່ງກ່າວໄດ້ໂຄຈອນອ້ອມດາວດັ່ງກ່າວມາຕັ້ງແຕ່ປີ 2004-2017 ເຊິ່ງຜົນການວິໄຈໄດ້ເຜີຍໃຫ້ເຫັນຂໍ້ມູນຂອງວົງແຫວນດາວເສົາ.

ປັດຈຸບັນ ນັກວິໄຈຍັງບໍ່ໄດ້ຂໍ້ສະຫຼຸບທີ່ຊັດເຈນເທື່ອວ່າວົງແຫວນຂອງດາວເສົານັ້ນເກີດຂຶ້ນມາເມື່ອໃດ ແລະ ເກີດຂຶ້ນມາໄດ້ແນວໃດ ແຕ່ຄາດການວ່າເກີດຈາກຄວາມປັ່ນປ່ວນຂອງແຮງດຶງດູດຈົນເຮັດໃຫ້ເສດຂອງດວງເດືອນ ແລະ ນໍ້າກ້ອນບາງສ່ວນທີ່ໂຄຈອນອ້ອມຮອບດາວເສົານັ້ນຖືກທຳລາຍ ແລະ ເກີດເປັນວັດຖຸຂະໜາດໃຫຍ່ຄົນຖືກດຶງເຂົ້າມາອ້ອມຮອບດາວເສົາ.
ຢ່າງໃດກໍຕາມ ຈາກງານວິໄຈຫຼ້າສຸດ ຣິຊາດ ເດີເຊັນ (Richard Durisen) ສາສະດາຈານດ້ານດາຣາສາດແຫ່ງມະຫາວິທະຍາໄລ ອິນເດຍນ່າ-ບລູມິງຕັນ ປະເທດສະຫະລັດ ອາເມຣິກາ ກ່າວ່າ: “ຂໍ້ສະຫຼຸບທີ່ຫຼີກເວັ້ນບໍ່ໄດ້ຕອນນີ້ ແມ່ນວົງແຫວນຂອງດາວເສົາ ຈະມີອາຍຂ້ອນຂ້າງໜ້ອຍ ໂດຍມັນຈະຫາຍໄປໃນອີກບໍ່ເທົ່າໃດ ຮ້ອຍລ້ານປີທາງໜ້າ” ນັກວິໄຈລະບຸຕໍ່ອີກວ່າ: “ມີຄວາມເປັນໄປໄດ້ທີ່ວົງແຫວນດັ່ງກ່າວຈະກໍ່ຕົວຂຶ້ນໃນຂະນະທີ່ໂລກຢູ່ໃນຍຸກຂອງໄດໂນເສົາ ເທົ່າກັບວ່າມັນເກີດຂຶ້ນເມື່ອບໍ່ດົນມານີ້ເອງ”

ພໍ ເອສທຣາດາ (Paul Estrada) ນັກວິິທະຍາສາດ ແລະ ນັກວິໄຈຂອງ NASA ກ່າວວ່າ: “ໃນອະນາຄົດເມື່ອວົງແຫວນຂອງດາວເສົາເບົາບາງລົງໄປ ມັນກໍຈະເບິ່ງຄືວົງແຫວນຂອງດາວ ຢູເຣນັສ ກັບ ດາວເນັບຈູນ ທີ່ເມື່ອກ່ອນກໍເຄີຍມີຂະໜາດໃຫຍ່ ແລະ ແຈ້ງຕາຄືກັບວົງແຫວນດາວເສົາໃນປັດຈຸບັນນີ້”

ໂດຍຂໍ້ມູນຈາກເຮືອບິນສຳຫຼວດອະວະກາດ ເຄສສິນີ ເຜີຍໃຫ້ເຫັນວ່າ ວົງແຫວນຂອງດາວເສົາປະກອບໄປດ້ວຍນໍ້າກ້ອນເປັນສ່ວນໃຫຍ່ ແລະ ມີຝຸ່ນມີຫີນຢູ່ພຽງໜ້ອຍດຽວເທົ່ານັ້ນ.

ໃນໄລຍະທ້າຍໆຂອງການສຳຫຼວດ ພາລະກິດເຮືອບິນອະວະກາດ ເຄສສິນີ  ເຮັດໃຫ້ນັກວິໄຈໄດ້ຮັບຮູ້ຂໍ້ມູນກ່ຽວກັບອຸກະບາດທີ່ສົ່ງຜົນເສຍຕໍ່ວົງແຫວນ ເຊິ່ງອຸກະບາດທີ່ແຊກຊຶມເຂົ້າໄປໃນວົງແຫວນນັ້ນໄດ້ໄປດັນສ່ວນປະກອບອື່ນໆພາຍໃນວົງແຫວນ ໃຫ້ຫຼຸດອອກໄປດ້ວຍອັດຕາທີ່ໄວກວ່າທີ່ຄວນຈະເປັນ ສົ່ງຜົນໃຫ້ວົງແຫວນກຳລັງສູນເສຍມວນສານຫຼາຍໂຕນຕໍ່ວິນາທີ ເຊິ່ງໝາຍຄວາມວ່າ ວົງແຫວນນີ້ເຫຼືອເວລາອີກບໍ່ດົນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/