ສາຍການບິນຈາກຮ່ອງກົງ ໄລ່ພະນັກງານຕ້ອນຮັບເທິງເຮືອບິນອອກ ຫຼັງເລືອກປະຕິບັດຕໍ່ຜູ້ໂດຍສານທີ່ເວົ້າພາສາອັງກິດບໍ່ໄດ້


ສາຍການບິນ Cathay Pacific ຈາກ ຮ່ອງກົງ ສັ່ງໄລ່ພະນັກງານຕ້ອນຮັບເທິງເຮືອບິນ 3 ຄົນອອກ ຫຼັງພົບວ່າມີຄລິບສຽງຂອງທັງ 3 ຫຼຸດອອກມາທີ່ມີລັກສະນະເວົ້າສຽດສີຜູ້ໂດຍສານເທິງເຮືອບິນທີ່ເວົ້າພາສາອັງກິດບໍ່ໄດ້.

ໂດຍໃນຄລິບສຽງທີ່ເປັນປະເດັນນັ້ນຖືກອັດຈາກຜູ້ໂດຍສານຄົນໜຶ່ງ ທີ່ເຮັດການບັນທຶກສຽງຂອງພະນັກງານ 3 ຄົນກຳລັງສົນທະນາກັນຢູ່ ທີ່ນິນທາ ແລະ ເຍາະເຍີ້ຍຜູ້ໂດຍສານຄົນໜຶ່ງທີ່ເວົ້າພາສາອັງກິດບໍ່ເກັ່ງ ເຊິ່ງຜູ້ໂດຍສານໄດ້ຂໍຜ້າປູພື້ນ ແທນທີ່ຈະຂໍຜ້າຫົ່ມ.

ພະນັກງານນິນທາວ່າ: “ຖ້າເຈົ້າບໍ່ສາມາດເວົ້າຄຳວ່າຜ້າຫົ່ມເປັນພາສາອັງກິດໄດ້ ກໍບໍ່ຄວນໄດ້ຜ້າຫົ່ມຈາກພະນັກງານ ສ່ວນຜ້າປູພື້ນນັ້ນຢູ່ເທິງພື້ນແລ້ວ ສາມາດລົງໄປນອນໄດ້ຕາມສະບາຍເລີຍ”.

ໂຣນັລ ລາມ (Ronald Lam) ປະທານເຈົ້າໜ້າທີ່ບໍລິຫານຂອງສາຍການບິນ Cathay Pacific ກ່າວວ່າ ທາງບໍລິສັດໄດ້ມີການເປີດການສອບສວນພາຍໃນທັນທີ ຫຼັງຈາກໄດ້ຮັບຄໍາຮ້ອງຈາກຜູ້ໂດຍສານ ໃນຖ້ຽວບິນ CX987 ໃນວັນອາທິດທີ່ຜ່ານມານີ້ ແລະ ໄດ້ປົດພະນັກງານເຫຼົ່ານັ້ນອອກໄປເປັນທີ່ຮຽບຮ້ອຍ.

ເບິ່ງຄືເລື່ອງລາວຈະຈົບລົງເທົ່ານີ້ ແຕ່ດ້ວຍຄວາມທີ່ Cathay Pacific ແມ່ນສາຍການບິນທີ່ມາຈາກ ຮ່ອງກົງ ເຂດປົກຄອງພິເສດ ທີ່ໃນອະດີດເຄີຍເປັນອານານິຄົມຂອງອັງກິດ ມາກ່ອນ ແລະ ເຄີຍມີບັນຫາກັນກັບຈີນແຜ່ນດິນໃຫຍ່ ເມື່ອ 3-4 ປີ ທີ່ຜ່ານມາ. ເມື່ອເກີດເຫດການທີ່ດູຖູກດູໝິ່ນຄົນຈີນແບບນີ້ ເຮັດໃຫ້ເລື່ອງດັ່ງກ່າວກາຍເປັນປະເດັນຮ້ອນໄປທົ່ວສັງຄົມອອນລາຍຂອງຈີນ ແລະ ສື່ຈາກຈີນແຜ່ນດິນໃຫຍ່ໂຈມຕີຢ່າງໜັກ.
ໂດຍບັນຊີ Weibo ຂອງສື່ຈາກຈີນແຜ່ນດິນໃຫຍ່ຢ່າງ People`s Daily ໄດ້ອອກມາປະນາມ Cathay Pacific ສາຍການບິນຈາກຮ່ອງກົງຢ່າງຮຸນແຮງໂດຍລະບຸວ່າ: ເບິ່ງຄືວ່າວັດທະນະທຳຂອງ Cathay Pacific ຈະເຫັນຕົວຢູ່ສູງ ຢູ່ເໜືອກວ່າຄົນອື່ນ ເຊິ່ງເຊີດຊູຊາວຕ່າງຊາດ ເຄົາລົບຄົນຮ່ອງກົງ ແຕ່ດູໝິ່ນຄົນຈາກຈີນແຜ່ນດິນໃຫຍ່”

ຈອນລີ (John Li) ຜູ້ບໍລິຫານສູງສຸດຂອງ ຮ່ອງກົງກ່າວວ່າເຫດການເຊັ່ນນີ້ເປັນຄວາມຮຸນແຮງທີ່ບໍ່ຄວນເກີດຂຶ້ນອີກໃນອະນາຄົດ ໂດຍຈອນລີ ລະບຸວ່າ: ພຶດຕິກຳ ແລະ ຄຳເວົ້າຂອງພະນັກງານຕ້ອນຮັບໄດ້ທຳຮ້າຍຄວາມຮູ້ສຶກຂອງເພື່ອນຮ່ວມຊາດໃນຮ່ອງກົງ ແລະ ຈີນແຜ່ນດິນໃຫຍ່ ແລະ ທຳລາຍວັດທະນະທຳດັ້ງເດີມຂອງຄົນຮ່ອງກົງ ລວມເຖິງຄ່ານິຍົມໃນການເຄົາລົບຄົນອື່ນ ແລະ ຄວາມສຸພາບໃນສັງຄົມ”

ຢ່າງໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດ ທີ່່ Cathay Pacific ຖືກໂຈມຕີຈາກສື່ຂອງທາງຝັ່ງຈີນ ເພາະກ່ອນໜ້ານີ້ເມື່ອປີ 2019 ສື່ຈາກຈີນແຜ່ນດິນໃຫຍ່ກໍເຄີຍສະເໜີຂ່າວໂຈມຕີສາຍການບິນ Cathay Pacific ມາແລ້ວ ຫຼັງຈາກທີ່ພະນັກງານຂອງ Cathay Pacific ສ່ວນໜຶ່ງອອກຕົວສະໜັບສະໜູນການປະທ້ວງຂອງຊາວຮ່ອງກົງຕໍ່ລັດຖະບານຈີນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/