Microsoft ປະກາດຈະບໍ່ຂຶ້ນເງິນເດືອນໃຫ້ພະນັກງານປະຈຳໃນປີນີ້


Microsoft ຫຼັງປະເຊີນໜ້າກັບບັນຫາເສດຖະກິດຈົນເຮັດໃຫ້ຕ້ອງໄດ້ປົດພະນັກງານອອກໄປກ່ອນໜ້ານີ້ ຫຼ້າສຸດອອກມາປະກາດວ່າຈະບໍ່ມີການຂຶ້ນເງິນເດືອນໃຫ້ພະນັກງານປະຈຳໃນປີນີ້

ບໍລິສັດ Microsoft ໄດ້ອອກມາເປີດເຜີຍວ່າຈະບໍ່ປັບຂຶ້ນເງິນເດືອນໃຫ້ພະນັກງານປະຈຳໃນປີນີ້ ໂດຍໃຫ້ເຫດຜົນວ່າເກີດຈາກສະພາບແວດລ້ອມທາງເສດຖະກິດທີ່ຍາກລຳບາກ ແຕ່ຈະໃຫ້ເປັນເງິນ bonus ປະຈຳປີ, ຮຸ້ນບໍລິສັດ ແລະ ການເລື່ອນຕຳແໜ່ງແທນເຊິ່ງທາງເລືອກເຫຼົ່ານີ້ກໍສາມາດສ້າງແຮງຈູງໃຈ ແລະ ໃຫ້ຮາງວັນພະນັກງານໄດ້ ໃນຂະນະດຽວກັນຍັງຊ່ວຍໃຫ້ Microsoft ມີຄວາມຫົດຢືດທາງການເງິນຫຼາຍກວ່າການຂຶ້ນເງິນເດືອນແບບທົ່ວໄປອີກດ້ວຍ.

Microsoft ໄດ້ປະກາດອອກມາຫຼັງຈາກທີ່ຄວາມກັງວົນດ້ານເສດຖະກິດເຮັດໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ພາກສ່ວນທຸລະກິດລົດລົງເຊິ່ງສົ່ງຜົນເສຍຕໍ່ຄວາມຕ້ອງການ Software ແລະ ບໍລິການ Cloud ຂອງ Microsoft

ແຕ່ເຖິງແມ່ນວ່າຈະມີຄວາມທ້າທາຍເຫຼົ່ານີ້ Microsoft ກໍຍັງຄົງສືບຕໍ່ລົງທຶນຢ່າງໜັກໃນດ້ານ AI ເມື່ອຕົ້ນປີນີ້ພວກເຂົາປະກາດວ່າກຳລັງໃຊ້ເທັກໂນໂລຢີທີ່ຢູ່ເບື້ອງຫຼັງ ChatGPT  ເຊິ່ງເປັນແຊັດບັອດ AI ທີ່ໄດ້ຮັບຄວາມນິຍົມໃນຜະລິດຕະພັນຂອງຕົນ ແລະ ພວກເຂົາຍັງລົງທຶນຫຼາຍພັນລ້ານໃນ OpenAI ເຊິ່ງເປັນບໍລິສັດສະຕາດອັບທີ່ພັດທະນາ ChatGPT.

ຢ່າງໃດກໍຕາມ Microsoft ກໍຍັງເປັນໜຶ່ງໃນບໍລິສັດທີ່ກຳລັງປະເຊີນບັນຫາເສດຖະກິດທີ່ມີຄວາມທ້າທາຍຕໍ່ເນື່ອງຄືກັບບໍລິສັດອື່ນໆ ຈົນມາຮອດເດືອນມັງກອນທີ່ຜ່ານມາ Microsoft ໄດ້ຕັດສິນໃຈລົດຕຳແໜ່ງງານ 5% ຈາກຕຳແໜ່ງງານທັງໝົດ ຫຼື ກໍຄືການດຳເນີນການປົດພະນັກງານກວ່າ 10.000 ຕຳແໜ່ງເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ທີ່ສຸດໃນຮອບ 8 ປີ

ເໝືອນກັບບໍລິສັດເທັກໂນໂລຢີຂະໜາດໃຫຍ່ອື່ນໆເຊັ່ນ: Facebook, Google, Amazon ແລະ Salesforce ທີ່ມີການປົດພະນັກງານເພື່ອຮັບມືກັບການປ່ຽນແປງທາງເສດຖະກິດເຊັ່ນດຽວກັນ. ສະນັ້ນ, ພວກເຂົາຈຳເປັນຕ້ອງພິຈາລະນາຢ່າງຮອບຄອບເຖິງວິທີການໃຊ້ຈ່າຍເງິນໃຫ້ກັບພະນັກງານ, ການດຳເນີນທຸລລະກິດ ແລະ ການເຕີບໂຕຂອງບໍລິສັດໃນອະນາຄົດ ເພື່ອຮັບມືກັບຄວາມທ້າທາຍທີ່ເກີດຈາກເສດຖະກິດປ່ຽນແປງ ແລະ ການເພີ່ມຂຶ້ນຂອງປັນຍາປະດິດ ຫຼື AI

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/