T.O.P ຢືນຢັນອອກຈາກວົງ BIGBANG ພ້ອມປະກາດເປັນສິລະປິນດ່ຽວ


ຊາວ V.I.P (ຊື່ແຟນຄລັບຂອງວົງ BIGBANG) ພາກັນຊ໋ອກໄປຕາມໆກັນ ເມື່ອ T.O.P ຫຼື Choi Seung-hyun Rapper ຊື່ດັງ ແລະ ອ້າຍໃຫຍ່ແຫ່ງວົງ BIGBANG ໄດ້ອອກມາຢືນຢັນຜ່ານການຕອບຂໍ້ຄວາມຂອງແຟນຄລັບ ວ່າຕົນເອງໄດ້ອອກຈາກຄ້າຍຕົ້ນສັງກັດ YG Entertainment ແລະ ໄດ້ອອກຈາກວົງ BIGBANG ເປັນທີ່ຮຽບຮ້ອຍແລ້ວ.

ຫຼັງຈາກຕົ້ນປີ 2022 ທີ່ຜ່ານມາ ເຄີຍອອກມາປະກາດວ່າໄດ້ອອກຈາກຄ້າຍຕົ້ນສັງກັດ YG Entertainment ແລ້ວ ຫຼັງຈາກຢູ່ພາຍໃຕ້ສັງກັດມາດົນຫຼາຍກວ່າ 15 ປີ ເຊິ່ງໃນເວລານັ້ນທາງຄ້າຍເອງກໍໄດ້ຖະແຫຼງການວ່າ ເຖິງແມ່ນວ່າ TOP ເອງຈະອອກຈາກຄ້າຍແຕ່ກໍຍັງຮ່ວມເຮັດຜົນງານນຳວົງຢູ່.

ແຕ່ຫຼ້າສຸດ TOP ໄດ້ອອກມາຢືນຢັນວ່າຕົນເອງໄດ້ອອກຈາກວົງ BIGBANG ເປັນທີ່ຮຽບຮ້ອຍ ຫຼັງຈາກເຈົ້າຕົວໄດ້ອອກມາອັບເດດຄວາມເຄື່ອນໄຫວວ່າຍັງຄົງເດີນໜ້າເຮັດຜົນງານເພງຢຸ່ ຈົນມີແຟນຄລັບມາComment ຖາມວ່າຍັງຢູ່ໃນວົງຢູ່ບໍ່? ເຊິ່ງໜຸ່ມ TOP ເອງກໍອອກມາຕອບຢ່າງກົງໄປກົງມາວ່າ ຕົນເອງໄດ້ອອກຈາກວົງແລ້ວ ແລະ ກຳລັງກ້າວສູ່ເສັ້ນທາງໃໝ່ຂອງຊີວິດ ຕັ້ງແຕ່ປີກ່ອນ ແຖມຍັງໄດ້ເຮັດການຣີໂພສຂໍ້ຄວາມຈາກສຳນັກຂ່າວເກົາຫຼີໃຕ້ທີ່ໄດ່ກ່າວເຖິງ ໃນຖານະສະມາຊິກວົງ BIGBANG ພ້ອມກັບຂີດຂ້າຂໍ້ຄວາມຄຳວ່າ BIGBANG ອອກ ເປັນການປະກາດວ່າຕົນໄດ້ອອກຈາກວົງ ແລະ ບໍ່ໄດ້ເປັນສະມາຊິກຂອງວົງແລ້ວ.

ໂດຍຍັງມີການຕອບແຟນຄັບສັ້ນໆອີກວ່າ “ງານດ່ຽວ” ຫຼື ອາດຈະເປັນເສັ້ນທາງໃໝ່ທີ່ເລືອກແລ້ວ ຢ່າງໃດເຊື່ອວ່າແຟນໆຫຼາຍໆຍັງຄົງລໍຖ້າຜົນງານເພງໃໝ່ຂອງໜຸ່ມ TOP ກັນຢູ່ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/